ມີພວກເດັກນັກຮຽນຍີ່ປຸນຈໍານວນຫຼາຍກວ່າ 900 ຄົນ ໄດ້ລົ້ມປ່ວຍ ໃນທົ່ວຕົວເມືອງ
ຍ້ອນກິນອາຫານເປັນພິດ.
ການລະບາດຂອງອາຫານເປັນພິດຄັ້ງນີ້ ແມ່ນມີຂຶ້ນຢູ່ໂຮງຮຽນ 9 ແຫ່ງ ທີ່ເມືອງ Iwamizawa ໃນພາກເໜືອຂອງປະເທດຍີ່ປຸ່ນ. ພວກເຈົ້າໜ້າທີ່ກ່າວວ່າ ພວກທ່ານໝໍ ສົງໄສວ່າອາຫານທ່ຽງ ທີ່ພວກເດັກນ້ອຍຮັບປະທານນັ້ນມີເຊື້ອແບັກທີເຣຍ Salmonella ປົນຢູ່ນຳ.
ພວກເດັກນ້ອຍນັກຮຽນ, ພ້ອມກັບນາຍຄູແລະພະນັກງານອີກຫຼາຍສິບຄົນ ໄດ້ພາກັນລົ້ມ ປ່ວຍໃນສັບປະດາແລ້ວ ຫຼັງຈາກກິນອາຫານທ່ຽງ ອັນມີທັງ ແກງ, ສະລັດ ແລະຫົວຜັກ ກາດຣາດີສ ກັບໄກ່ສັບ ຊຶ່ງເປັນອາຫານທີ່ນໍາມາແຈກຢາຍໃຫ້ແກ່ທາງໂຮງຮຽນຈາກຫ້ອງ ຄົວລວມນັ້ນ.
ໂຮງຮຽນເຫຼົ່ານີ້ຈະພາກັນປິດ ໄປຈົນຮອດອາທິດໜ້າ.