ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່​ປຸ່ນ ເລີ່ມ​ຍ້າຍ ທໍ່​ເຊື້ອ​ໄຟ ອອກ​ຈາກ​ ໂຮງ​ງານໄຟ​ຟ້າ​ ນິວ​ເຄ​ລຍ ຟູ​ກູ​ຊິ​ມະ


ຜູ້​ນຳ​ພາ​ທ່ອງ​ທ່ຽວ ທ່ານ ຄັດ​ຊຶ​ອາ​ກິ ຊິ​ກາ, ຂວາ, ນັກ​ທ່ອງ​ທ່ຽວ​ຄົນ​ນຶ່ງ, ກວດ​ລະ​ດັບ​ລັງ​ສີ​ຢູ່​ສວນ​ໃກ້​ກັບ​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄ​ລຍ ໄດ​ອິ​ຈິ ຟູ​ກູ​ຊິ​ມະ. 17 ພຶດ​ສະ​ພາ, 2018.
ຜູ້​ນຳ​ພາ​ທ່ອງ​ທ່ຽວ ທ່ານ ຄັດ​ຊຶ​ອາ​ກິ ຊິ​ກາ, ຂວາ, ນັກ​ທ່ອງ​ທ່ຽວ​ຄົນ​ນຶ່ງ, ກວດ​ລະ​ດັບ​ລັງ​ສີ​ຢູ່​ສວນ​ໃກ້​ກັບ​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄ​ລຍ ໄດ​ອິ​ຈິ ຟູ​ກູ​ຊິ​ມະ. 17 ພຶດ​ສະ​ພາ, 2018.

ຜູ້​ດຳ​ເນີນ​ການ​ຂອງ​ໂຮງ​ຮຽນ​ໄຟ​ຟ້າ​ນິວ​ເຄ​ລຍ ຟູ​ກູ​ຊິ​ມະ ຂອງ ຍີ່​ປຸ່ນ ໃນ​ວັນ​ຈັນ​ມື້ນີ້ ໄດ້
ເລີ່ມປົດທໍ່ເຊື້ອໄຟອອກຈາກນຶ່ງໃນສາມເຕົາທີ່ໄດ້ເປື່ອຍລົງໃນປີ 2011.

ບໍ​ລິ​ສັດ​ພະ​ລັງ​ງານ​ໄຟ​ຟ້າ ໂຕ​ກຽວ ຫຼື TEPCO ກ່າວ​ວ່າ ບັນ​ດາ​ພະ​ນັກ​ງານ​ໄດ້​ເລີ່ມ​ຍົກ​
ຍ້າຍໜ່ວຍເຊື້ອໄຟຟ້າທີ່ຖືກໃຊ້ ແລະ ບໍ່ຖືກໃຊ້ໜ່ວຍທຳອິດ ອອກຈາກອ່າງນ້ຳເຢັນຢູ່
ເຕົາທີສາມ.

ການ​ປະ​ຕິ​ບັດ​ງານ​ແມ່ນ​ຊ້າກວ່າ​ກຳ​ນົດ​ດົນ​ກວ່າ 4 ປີ, ແລະ ມັນ​ໄດ້​ຖືກ​ເລື່ອນ​ເວ​ລາ
ອອກໄປອີກບໍ່ດົນໃນຕອນບ່າຍວັນຈັນມື້ນີ້, ຫຼັງຈາກມີບັນຫາກັບເຄື່ອງມື, ແຕ່ໄດ້ສືບຕໍ່
ເຮັດວຽກ ຫຼັງຈາກຄວາມຂັດຂ້ອງໄດ້ຖືກແກ້ໄຂ.

ບໍ​ລິ​ສັດ TEPCO ຄາດ​ວ່າ ​ມັນ​ຈະ​ໃຊ້​ເວ​ລາ​ເຖິງ 2 ປີ​ ທີ່​ຈະ​ເຄື່ອນ​ຍ້າຍ​ທໍ່​ເຊື້ອ​ໄຟ 566
ອັນ ອອກຈາກເຕົາໄຟຟ້າ.

ວຽກ​ດັ່ງ​ກ່າວ ​ໄດ້​ຖືກ​ຈັດ​ການ​ຫ່າງ​ໄກ​ ຈາກ​ຫ້ອງ​ຄວບ​ຄຸ​ມ​ປະ​ມານ 500 ແມັດ, ເພາະ​ວ່າ
ຍັງມີລັງສີ ລະດັບສູງຢູ່ໃນຕຶກຂອງໜ່ວຍທີ 3 ນັ້ນ.

ຫຼັງ​ຈາກ​ການ​ປະ​ຕິ​ບັດ​ການ​ອະ​ນາ​ໄມ ​ຢູ່​ໜ່ວຍ​ທີ 3 ແລ້ວ, ບໍ​ລິ​ສັດ TEPCO ຄາດ​ວ່າ​
ຈະສືບຕໍ່ເຄື່ອນຍ້າຍ ທໍ່ພະລັງງານນິວເຄລຍ 1000 ອັນ ຈາກອ່າງເກັບເຊື້ອໄຟນິວ
ເຄລຍທີ່ຖືກໃຊ້ແລ້ວຂອງເຕົາທີ 1 ແລະ 2.

ທັງ​ສາມ​ເຕົາ​ໄຟ​ຟ້າ​ດັ່ງ​ກ່າວ ​ຢູ່​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄ​ລຍ ໄດ​ອິ​ຈິ ແຂວງ ຟູ​ກຸ​ຊິ​ມະ ໄດ້​
ເປື່ອຍລົງ ຫຼັງຈາກແຜ່ນດິນໄຫວຄັ້ງໃຫຍ່, ລຸນຫຼັງຄື້ນຊຸນາມິ ໄດ້ພັດເຂົ້າ ຍີ່ປຸ່ນ ໃນປີ
2011, ສັງຫານປະມານ 18,000 ຄົນ ແລະ ຖືກບັງຄັບໃຫ້ອົບພະຍົບໄປພື້ນທີ່ສູງຢູ່
ໃກ້ໆກັບໂຮງງານດັ່ງກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG