ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພະ​ເຈົ້າ ຈັກກະພັດ Akihito ​ສະຫຼອງ​ ວັນ​ປະສູດ ຄົບຮອບ 80 ​ພັນ​ສາ (ວີດີໂອ/ສະໄລດ໌)


ພະ​ເຈົ້າຈັກກະພັດ Akihito ​ແຫ່ງ​ຍີ່ປຸ່ນ ​ໄດ້ຊົງ​ສະ​ເຫຼີ​ມສະຫຼອງ
​ ວັນ​ປະສູດຄົບຮອບ 80 ​ພັນ​ສາ ​ໃນມື້ວັນ​ຈັນວານ​ນີ້ ຊຶ່ງ​ພະ​ອົງ​
ໄດ້​ຊົງ​ໂບກ​ພະຫັດ ​ໃຫ້ຝູງຊົນ​ຈາກ​ລະບຽງ​ພະລາດ​ຊະ​ວັງທີ່​ກຸງ​
ໂຕ​ກຽວ.

ຫ້ອມ​ລ້ອມ​ໄປ​ດ້ວຍ​ພະຍາດ​ຕິ​ວົງ​ໃນ​ຄອບຄົວ​ຂອງ​ພະ​ອົງ ພະ​ເຈົ້າ
ຈັກກະພັດ Akihito ​ຊົງ​ກ່າວ ຕໍ່​ກັບປະຊາຊົນ 25 ພັນ​ຄົນວ່າ
ພະ​ອົງ​ໄດ້ຊົງ​ອະ​ຖິຖານ​ໃຫ້​ປີ​ທີ່ຈະ​ມາ​ເຖິງ​ນີ້ ​ເປັນ​ປີ​ທີ່​ຈົບງາມ​
ສໍາ​ຫຼັບທຸກໆ​ຄົນ.

ເພື່ອ​ເປັນ​ຂີດ​ໝາຍ​ຂອງ​ການສະ​ເຫຼີ​ມສະຫຼອງ​ຄົບ​ຮອບ
ວັນຄ້າຍ​ວັນ​ປະສູດນີ້ ວີ​ດີໂອຂອງອົງຈັກກະພັດທີ່​ຊົງໃຫ້​ໂອວາດ​ຕໍ່​ກອງ​ປະຊຸມ​ຖະ​ແຫຼ​ງ
ຂ່າວ​ ໃນ​ອາທິດ​ແລ້ວ​ນີ້​ນັ້ນ ໄດ້ນຳ​ອອກ​ເຜີຍ​ແຜ່ໃນ​ວັນ​ຈັນ​ວານ​ນີ້.

ເວລາ​ທີ່​ພະອົງ​ຊົງຖືກ​ຖາມ​ກ່ຽວ​ກັບ​ວ່າ ​ແມ່ນ​ສິ່ງ​ໃດ​ທີ່​ມີບົດບາດ​ຕໍ່​ຊີວິດຂອງ​ພະ​ອົງ​ນັ້ນ
ພະ​ເຈົ້າ ຈັກກະພັດ Akihito ​ຊົງ​ຕັດ​ວ່າ ສົງ​ຄາມ​ໂລກ​ຄັ້ງ​ທີ 2 ​ແມ່ນ​ຈະ​ແຈ້ງ​ຢູ່​ໃນ​ສະໝອງ
​ຂອງ​ພະ​ອົງ. ພະ​ອົງ​ຍັງ​ຊົງຕັດ​ອີກ​ວ່າ ​ມັນ​ໄດ້ສ້າງ​ຄວາມ​ເຈັບ​ປວດ​ຢ່າງ​ເລິກ​ເຊິ່ງ ​ທີ່​ຄອຍ
ຢໍ້າ​ເຕືອນ​ຄວາມ​ຊົງ​ຈໍາ ​ໃຫ້ພະ​ອົງ​ຄິດ​ສະ​ເໝີວ່າ ມີ​ຜູ້​ຄົນ​ຫຼວງ​ຫຼາຍໄດ້​ເສຍ​ຊີວິດ​ຕັ້ງ​ແຕ່
​ອາຍຸ​ຍັງ​ເຍົາ​ໄວ​ນັ້ນ.

ບັນ​ລັງຂອງ​ຍີ່ປຸ່ນ ​ແມ່ນ​ໄດ້​ເປັນ​ທີ່​ເຄົາລົບຢ່າງ​ເລິກ​ເຊີ່ງຈາກ​ສາທາລະນະຊົນ ​ເຖິງ​ແມ່ນວ່າ​
ລາດ​ຊະ​ວົງ​ໄດ້​ຖືກ​ບັ່ນ​ທອນ​ອຳນາດ​ສ່ວນ​ໃຫຍ່ ຫຼັງ​ຈາກ​ສົງຄາມ​ໂລກ​ຄັ້ງ​ທີ 2 ​ແລ້ວ​ກໍ​ຕາມ​.

JAPAN EMPEROR
please wait
Embed

No media source currently available

0:00 0:00:32 0:00
XS
SM
MD
LG