ຈັກກະພັດ Akihito ຂອງຍີປຸ່ນ ໄດ້ຊົງກ່າວສະແດງຄວາມຫວັງອອກມາວ່າ ຍີປຸ່ນຈະ
ຜ່ານພົ້ນຈາກການຫາຍຍະນະ ທີ່ໄດ້ກະທົບປະເທດເກາະດອນດັ່ງກ່າວ ໃນປີກາຍນີ້
ໄປໄດ້.
ຈັກກະພັດ Akihito ໄດ້ຊົງສະແດງຄວາມເຫັນຂອງພະອົງໃນພະລາດຊະໂອວາດ ຕໍ່
ປະຊາຊົນໃນປະເທດເນື່ອງໃນວັນປີໃໝ່ໃນວັນຈັນມື້ນີ້. ພະອົງໄດ້ຊົງປະກົດຕົວພ້ອມກັບ
ຄອບຄົວ ຢູ່ເທິງລະບຽງຂອງວັງທີ່ມີກະຈົກແກ້ວປ້ອງກັນກະສຸນໄດ້. ພະອົງຊົງກ່າວຕໍ່
ປະຊາຊົນທີ່ໄປຖວາຍພະພອນວ່າ ພະອົງຊົງມີຄວາມເຈັບປວດຂົມຂື່ນກັບປະຊາຊົນນໍາ
ເຫດການແຜ່ນດິນໄຫວແລະຄຶ້ນຟອງສຸນາມິ ທີ່ເກີດຂຶ້ນເມື່ອວັນທີ 11 ເດືອນມິນາປີຜ່ານ
ມານັ້ນ ແລະຫວັງວ່າ ປະເທດຊາດຈະຜ່ານພົ້ນຈາກວິກິດຮ້າຍແຮງດັ່ງກ່າວນີ້.
ແຜ່ນດິນໄຫວທີ່ມີຄວາມແຮງ 9 ຈຸດ ໄດ້ປະທະຝັ່ງທະເລທາງທິດຕາເວັນອອກສຽງເໜືອ
ຂອງຍີປຸ່ນ ຊື່ງເປັນແຜ່ນດິນໄຫວຄັ້ງຮ້າຍແຮງສຸດທີ່ມີບັນທຶກໄວ້ໃນປະວັດສາດຂອງປະ
ເທດ ແລະຄຶ້ນຟອງສຸນາມິ ທີ່ຕິດຕາມມານັ້ນ ກໍໄດ້ສົ່ງຜົນໃຫ້ເກີດວິກິດການນິວເຄລຍທີ່
ຮ້າຍແຮງທີ່ສຸດຂອງໂລກ ນັບແຕ່ເຕົາແຍກນິວເຄລຍທີ່ Chernobyl, ປະເທດ Ukraine
ໄດ້ລະລາຍລົງເມື່ອ 25 ປີກ່ອນນີ້.
ເຫດການແຜ່ນດິນໄຫວແລະຄື້ນສຸນາມິໃນຍີປຸ່ນ ເມືອວັນທີ 11 ມິນາ ປີ 2011 ນັ້ນ ໄດ້
ພາໃຫ້ 20,000 ເສຍຊີວິດຫຼືບໍ່ກໍຫາຍສາບສູນໄປ.
ໃນຄຳປາໄສເນື່ອງໃນປີໃໝ່ນັ້ນ ຈັກກະພັດ Akihito ຍັງຊົງກ່າວອີກວ່າ ພະອົງມີຄວາມ
ໂສກເສົ້ເສຍພະໄທ ນໍາພວກທີ່ລົ້ມຕາຍໄປໃນປີກາຍນີ້ ແລະພວກທີ່ຕ້ອງໄດ້ຍົກຍ້າຍໜີ
ອອກຈາກບ້ານເຮືອນຂອງຕົນໄປ ອັນເນື່ອງມາຈາກວິກິດການນິວເຄລຍທີ່ຕິດຕາມມານັ້ນ.