ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກເສລີປະຊາທິປະໄຕ ຄືນມາກໍາອໍານາດ ອີກຄັ້ງນຶ່ງ ໃນຍີ່ປຸ່ນ (ສະໄລດ໌)


ອະດີດ​ນາຍົກ ລັດຖະມົນຕີ Shinzo Abe ຜູ້ນໍາພາພັກພັກ​ເສລີ​ປະຊາ​ທິປະ​ໄຕ ຫຼື LDP ຊຶ່ງເປັນພັກຝ່າຍຄ້ານໃຫຍ່ໃນຍີ່ປຸ່ນ ຢືນຢູ່ຕໍ່ໜ້າກະດານປະກາດຜົນເລືອກຕັ້ງ ທີ່ສໍານັກງານຂອງພັກ LDP ທີ່ກຸງໂຕກຽວ ໃນວັນທີ 16 ທັນວາ 2012.
ອະດີດ​ນາຍົກ ລັດຖະມົນຕີ Shinzo Abe ຜູ້ນໍາພາພັກພັກ​ເສລີ​ປະຊາ​ທິປະ​ໄຕ ຫຼື LDP ຊຶ່ງເປັນພັກຝ່າຍຄ້ານໃຫຍ່ໃນຍີ່ປຸ່ນ ຢືນຢູ່ຕໍ່ໜ້າກະດານປະກາດຜົນເລືອກຕັ້ງ ທີ່ສໍານັກງານຂອງພັກ LDP ທີ່ກຸງໂຕກຽວ ໃນວັນທີ 16 ທັນວາ 2012.
ພັກ​ເສລີ​ປະຊາ​ທິປະ​ໄຕ ຫຼື LDP ຈະ​ກັບ​ຄື​ມາ​ມີ​ອໍານາດ​ອີກ​ຄັ້ງ
ນຶ່ງ ລຸນຫລັງໄດ້​ ຮັບ​ໄຊຊະນະຢ່າງຂາດລອຍ ​ໃນ​ການ​ເລືອກ​ຕັ້ງ
​ສະພາ​ແຫ່ງ​ຊາດ​ຂອງ​ຍີ່ປຸ່ນ​ໃນ​ວັນ​ອາທິດວານ​ນີ້ ຫລັງຈາກໄດ້
​ເປັນພັກຝ່າຍຄ້ານ ມາເປັນ​ເວລາ 3 ປີ.

​ໂທລະພາບ ​NHK ຂອງ​ຍີ່ປຸ່ນເວົ້າ​ວ່າ ພັກ LDP ຊຶ່ງນໍາພາໂດຍ
ອະດີດ​ນາຍົກ ລັດຖະມົນຕີ Shinzo Abe ໄດ້ຮັບ 293 ບ່ອນນັ່ງ
ແລະພາຄີ ຄືພັກ New Komeito ​ໄດ້​ຮັບ 31 ບ່ອນນັ່ງ ຢູ່ໃນສະ ພາຕໍ່າທີ່ມີສະມາຊິກທັງໝົດ 480 ຄົນນັ້ນ. ສະພາບການນີ້ ແມ່ນ
ຮັບປະກັນ ສຽງ​ສ່ວນ​ຫລາຍ 2 ສ່ວນ 3 ​ໃຫ້​ແກ່​ພັກ LDP ​ແລະ
​ພັນທະ​ມິດ ຊຶ່ງ​ພຽງພໍທີ່​ຈະ​ຂ້າມ​ຜ່ານ​ສະພາ​ສູງ ບ່ອນທີ່ພັກປະຊາ
ທິປະ​ໄຕ​ແຫ່ງ​ຍີ່​ປຸ່ນ ຫລື DPJ ຂອງ​ລັດຖະບານ​ຊຸດປັດຈຸບັນນີ້
ເປັນພັກດຽວທີ່ມີ​ບ່ອນ​ນັ່ງ​ຫລາຍທີ່ສຸດນັ້ນ.

ພັກ DPJ ຊຶ່ງນໍາພາໂດຍທ່ານ Yoshihiko Noda ນາຍົກລັດຖະມົນຕີຄົນປັດຈຸບັນ ໄດ້ ຮັບບ່ອນ​ນັ່ງແຕ່ພຽງ 57 ບ່ອນໃນ​ການ​ເລືອກ​ຕັ້ງວັນ​ອາທິດວານ​ນີ້ ຊື່ງທ່ານ Noda ກໍໄດ້ ປະກາດລາອອກຈາກຕໍາແໜ່ງຫົວໜ້າພັກດັ່ງກ່າວໃນທັນທີ ​ແລະ​ຍອມຮັບວ່າພັກ DPJ
ບໍ່ສາມາດທີ່ຈະຕອບສະໜອງໄດ້ ຕາມຄວາມຄາດຫວັງຂອງປະຊາຊົນ.

ໃນການອອກຄໍາເຫັນກ່ຽວ​ກັບຜົນການເລືອກຕັ້ງນັ້ນ ທ່ານ Abe ກ່າວວ່າ ປະຊາຊົນຍີ່ປຸ່ນ​
ໄດ້​ກ່າວ​ປະຕິ​ເສດ “ບໍ່” ຕໍ່​ເວລາສາມປີແຫ່ງການເມືອງທີ່ມີຄວາມສັບສົນ ທີ່ນໍາພາໂດຍ
ພັກປະຊາທິປະ​ໄຕ​ແຫ່ງ​ຍີ່​ປຸ່ນນັ້ນແລ້ວ. ທ່ານກ່າວອີກວ່າ ປະຊາຊົນໄດ້ຮຽກຮ້ອງໃຫ້ມີ
ການກອບ​ກູ້​ເອົາເສດຖະກິດຂອງຍີ່ປຸ່ນຄືນ​ມາ ແລະເວົ້າຢໍ້າວ່າ ອັນນີ້ ແມ່ນຈະເປັນພາລະ
ກິດອັນສໍາຄັນທີ່ສຸດຂອງທ່ານ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານ Abe
​ແລະຜົນສໍາເລັດຂອງທ່ານ ແລະເວົ້າວ່າ ທ່ານມີ​ຄວາມ​ກະຕືລື​ລົ້ນ ທີ່ຈະໄດ້ເຮັດວຽກ ຮ່ວມ ກັບລັດຖະບານໃໝ່ຂອງຍີ່ປຸ່ນຢ່າງໃກ້ຊິດ. ໃນຄໍາຖະແຫລງ​ເປັນ​ລາຍ​ລັກ​ອັກສອນສະບັບ​ນຶ່ງ ທ່ານໂອບາມາໄດ້ເນັ້ນໜັກເຖິງຄວາມສໍາຄັນ ແຫ່ງການເປັນພັນທະມິດລະຫວ່າງ ສະ ຫະລັດ ແລະຍີ່ປຸ່ນ ຊຶ່ງຕາມຄໍາເວົ້າຂອງທ່ານນັ້ນ ​ແມ່ນ “ເປັນ​ເສົາຫລັກແຫ່ງສັນຕິພາບແລະຄວາມ
ອຸດົມຮັ່ງມີຂອງຂົງເຂດ.”

ປະມວນພາບການເລືອກຕັ້ງໃນຍີ່ປຸ່ນໃນວັນອາທິດທີ 16 ທັນວາ:

XS
SM
MD
LG