ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ອາເບະ ສັນຍາວ່າ ຈະປະສານງານ ທາງການທູດ ກ່ຽວກັບ ເກົາຫຼີເໜືອ


ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ, ຂວາ, ຜູ້ນຳ
ພັກປະຊາທິປະໄຕເສລີ, ຢືນຖ່າຍຮູບກັບຮອງປະທານ
ພັກທ່ານ Masahiko Komura ໃນຂະນະທີ່ທ່ານເອົາ
ເຄື່ອງໝາຍໃສ່ຊື່ຜູ້ທີ່ຖືກເລືອກຕັ້ງໃນສະພາຕໍ່າ ທີ່ສຳນັກ
ງານໃຫຍ່ພັກ, ນະຄອນຫຼວງ ໂຕກຽວ. 22 ຕຸລາ 2017.
ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ, ຂວາ, ຜູ້ນຳ ພັກປະຊາທິປະໄຕເສລີ, ຢືນຖ່າຍຮູບກັບຮອງປະທານ ພັກທ່ານ Masahiko Komura ໃນຂະນະທີ່ທ່ານເອົາ ເຄື່ອງໝາຍໃສ່ຊື່ຜູ້ທີ່ຖືກເລືອກຕັ້ງໃນສະພາຕໍ່າ ທີ່ສຳນັກ ງານໃຫຍ່ພັກ, ນະຄອນຫຼວງ ໂຕກຽວ. 22 ຕຸລາ 2017.

ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ໄດ້ກ່າວໃນວັນຈັນ ມື້ນີ້ວ່າ ທ່ານຫວັງ
ວ່າ ຈະໃຊ້ການທູດ “ທີ່ເດັດດ່ຽວ ແລະ ແຂງແກ່ນ” ເພື່ອແກ້ໄຂບັນຫາຕ່າງໆ ກ່ຽວກັບ
ໂຄງການລະເບີດນິວເຄລຍ ແລະ ລູກສອນໄຟຂອງ ເກົາຫຼີເໜືອ.

ທ່ານ ອາເບະ ໄດ້ກ່າວວ່າ “ພວກເຮົາຈະປະສານງານກັບປະຊາຄົມ ນານາຊາດຫຼາຍ
ຂຶ້ນກວ່າເກົ່າ ເພື່ອເຮັດໃຫ້ ເກົາຫຼີເໜືອ ປ່ຽນແປງ ແນວທາງຂອງເຂົາເຈົ້າ.”

ທ່ານໄດ້ກ່າວຕໍ່ບັນດານັກຂ່າວ ນຶ່ງມື້ ຫຼັງຈາກການເລືອກຕັ້ງທົ່ວໄປ ທີ່ໄດ້ເຮັດໃຫ້ພັນ
ທະມິດຂອງທ່ານໄດ້ຮັບສຽງສ່ວນຫຼາຍ ສອງສ່ວນສາມ ໃນສະພາຕໍ່າຂອງ ລັດຖະສະ
ພາ.

ທ່ານ ອາເບະ ໄດ້ກ່າວວ່າ ບັນຫາ ເກົາຫຼີເໜືອ ຈະເປັນສ່ວນນຶ່ງຂອງ ການປຶກສາຫາລື
ເມື່ອປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຢ້ຽມຢາມ ຍີ່ປຸ່ນ ໃນເດືອນໜ້າ.

ໃນການພະຍາຍາມທີ່ຈະສວຍໂອກາດ ຈາກການສະໜັບສະໜູນ ຂອງສາທາລະນະຊົນ
ສຳລັບການຢືນຢັດຕໍ່ໄຟຂົ່ມຂູ່ຈາກລະເບີດນິວເຄລຍຂອງ ເກົາຫຼີເໜືອ ທີ່ຂະຫຍາຍເພີ່ມ
ຂຶ້ນນັ້ນ, ເມື່ອບໍ່ດົນມານີ້ ທ່ານ ອາເບະ ໄດ້ຍຸບສະພາຕໍ່າເພື່ອຈັດການເລືອກຕັ້ງ “ກະທັນ
ຫັນ”
ໃນເດືອນນີ້, ແທນທີ່ຈະລໍຖ້າໃຫ້ສິ້ນສຸດການດຳລົງຕຳແໜ່ງໃນເດືອນທັນວາ
2018.

ແຕ່ປະຊາຊົນ ຍີ່ປຸ່ນ ຍັງຄົງບໍ່ເຫັນພ້ອມນຳກັນ ກ່ຽວກັບ ຂໍ້ສະເໜີຂອງ ທ່ານ ອາເບະ ທີ່
ຈະອະນຸຍາດໃຫ້ກອງທັບມີອິດສະຫຼະຫຼາຍຂຶ້ນ ເພື່ອຕອບໂຕ້ຕໍ່ໄພຂົ່ມຂູ່ທີ່ອາດເປັນໄປ
ໄດ້ ຈາກປະເທດຕ່າງໆຄື ເກົາຫຼີເໜືອ ແລະ ຈີນ ແລະ ເພື່ອສະໜັບສະໜູນບັນດາພັນທະ
ມິດເຊັ່ນ ສະຫະລັດ.

ຄຳເວົ້າຂົ່ມຂູ່ຂອງປະທານາທິບໍດີ ທຣຳ ທີ່ຈະທຳລາຍ ເກົາຫຼີເໜືອ ຈົນໝົດກ້ຽງ ຖ້າຖືກ
ໂຈມຕີ, ໄດ້ເພີ່ມຄວາມເປັນຫ່ວງໃຫ້ບັນດາ ຄູ່ແຂ່ງຂອງທ່ານ ອາເບະ, ຜູ້ທີ່ໄດ້ໂຕ້ຖຽງວ່າ
ການຫຼຸດຜ່ອນຂໍ້ຫ້າມຕ່າງໆ ກ່ຽວກັບ ການໃຊ້ກຳລັງຈະເຮັດໃຫ້ ຍີ່ປຸ່ນ ເຂົ້າໄປພົວພັນ
ໃນຄວາມຂັດແຍ້ງທີ່ນຳໜ້າໂດຍ ສະຫະລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG