ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນອະນຸມັດແຜນກະຕຸ້ນ ເສດຖະກິດຊຸດໃໝ່


ເສດຖະກິດຂອງຍີ່ປຸ່ນ
ເສດຖະກິດຂອງຍີ່ປຸ່ນ

ຄະນະລັດຖະບານຍີ່ປຸ່ນ ໄດ້ໃຫ້ການອະນຸມັດ ຕໍ່ແຜນການ ໃຊ້ຈ່າຍມູນຄ່າ 61 ພັນລ້ານໂດລາ ທີ່ແນໃສ່ເພື່ອເສີມຂະ ຫຍາຍເສດຖະກິດ ທີ່ອ່ອນແອຂອງປະເທດ.

ແຜນການໃຊ້ຈ່າຍທີ່ວ່ານີ້ແມ່ນຮວມທັງການໃຫ້ຄວາມຊ່ອຍ ເຫຼືອ ແກ່ເສດຖະກິດພູມີພາກ ແລະທຸລະກິດຂະໜາດນ້ອຍ ພ້ອມກັບໃຫ້ເງິນທຶນສຳລັບຊອກຄົ້ນຫາແຫຼ່ງແຮ່ທາດທີ່ຫາ ຍາກແຫ່ງໃໝ່.

ກະຊວງການເງິນຂອງຍີ່ປຸ່ນກ່າວວ່າ ແຜນການກະຕຸກຊຸກຍູ້ ເສດຖະກິດນີ້ ຄາດວ່າຈະເພີ້ມຜົນຜະລິດ ທາງດ້ານເສດຖະ ກິດພາຍໃນປະເທດ 0.6% ແລະສ້າງ ຫຼືຮັກສາວຽກເຮັດ ງານທຳໄວ້ 450,000 ໜ້າວຽກ.

ເສດຖະກິດຂອງຍີ່ປຸ່ນພວມດີ້ນຮົນຕໍ່ສູ້ ຍ້ອນຄ່າເງິນເຢນ ທີ່ແຂງຂຶ້ນ ເຮັດໃຫ້ສິນຄ້າສົ່ງອອກມີລາຄາແພງຂຶ້ນ ຢູ່ໃນ ຕະຫຼາດຕ່າງປະເທດ. ນອກນັ້ນແລ້ວ ເສດຖະກິດຂອງຍີ່ປຸ່ນ ຍັງໄດ້ຖືກແກ່ດຶງໃຫ້ຕົກຕໍ່າ ໂດຍຮອບຂອງເງິນຝືດ ຄືລາຄາສິນຄ້າຖືກ ເຮັດໃຫ້ກຳໄລຂອງ ບໍລິສັດ ຫຼຸດນ້ອຍລົງ.

ແຜນການກະຕຸກຊຸກຍູ້ ທີ່ໄດ້ມີການສະເໜີໄປນີ້ ແມ່ນເປັນແຜນການໃຊ້ຈ່າຍເພີ້ມຕື່ມຂອງງົບ ປະມານ ແລະຈຳເປັນຈະຕ້ອງໄດ້ຮັບການອະນຸມັດ ຈາກສະພາແຫ່ງຊາດຂອງຍີ່ປຸ່ນກ່ອນ.

XS
SM
MD
LG