ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເສດຖະກິດຍີ່ປຸ່ນ


ແຜນທີ່ຍີ່ປຸ່ນ
ແຜນທີ່ຍີ່ປຸ່ນ

ສະມາຊິກສະພາຕໍ່າຂອງຍີ່ປຸ່ນໄດ້ໃຫ້ການອະນຸມັດຕໍ່ແຜນການມູນຄ່າ 61 ພັນລ້ານໂດລາ
ທີ່ແນໃສ່ເພື່ອກະຕຸກຊຸກຍູ້ເສດຖະກິດທີ່ອ່ອນແອຂອງປະເທດ.

ມາດຕະການທີ່ຮວມທັງໃຫ້ການສະໜັບສະໜຸນຕໍ່ທຸລະກິດຂະໜາດນ້ອຍ ແລະເສດຖະກິດ
ຢູ່ໃນຂົງເຂດ ບວກໃສ່ກັບມາດຕະການໃຊ້ຈ່າຍອື່ນໆຂອງລັດຖະບານທີ່ເວົ້າວ່າ ຈະເສີມຂະ
ຫຍາຍຍອດຜະລິດຮວມພາຍໃນຫຼື GDP ຂອງຍີ່ ປຸ່ນ 0.6%.

ຮ່າງກົດໝາຍສະບັບນີ້ພວມຖືກສົ່ງໄປຍັງສະພາສູງຂອງຍີ່ປຸ່ນຊຶ່ງຄວບຄຸມໂດຍພັກເສລີປະ
ຊາທິປະໄຕຊຶ່ງເປັນພັກຝ່າຍຄ້ານ.

ແຕ່ຮ່າງກົດໝາຍວ່າດ້ວຍງົບປະມານທີ່ຖືກຮັບຜ່ານໂດຍສະພາຕໍ່າຈະກາຍເປັນກົດໝາຍຫຼັງ
ຈາກ 30 ມື້ ເຖິງແມ່ນທາງສະພາສູງໄດ້ປະຕິເສດບໍ່ຮັບຮອງເອົາກໍຕາມ.

ສະພາຕໍ່າຂອງຍີ່ປຸ່ນຄວບຄຸມໂດຍພັກເສລີປະຊາທິປັດຂອງນາຍົກລັດຖະມົນຕີ Naoto Kan.

ກ່ຽວຂ້ອງກັນ

XS
SM
MD
LG