ຄະນະລັດຖະບານຍີ່ປຸ່ນ ໄດ້ໃຫ້ການອະນຸມັດຕໍ່ງົບປະມານ
ເພີ່ມຕື່ມ 49 ພັນລ້ານໂດລາເພື່ອບູລະນະສ້າງສາຄືນໃໝ່
ເຂດປະສົບໄພແຜ່ນດິນໄຫວແລະຟອງຍັກສຸນາມິໃນເດືອນ
ແລ້ວ.
ລັດຖະບານຂອງນາຍົກລັດຖະມົນຕີ Naoto Kan ໄດ້ໃຫ້
ການອະນຸມັດຕໍ່ຮ່າງົບປະມານດັ່ງກ່າວໃນວັນສຸກມື້ນີ້. ເປັນ
ທີ່ຄາດກັນວ່າ ລັດຖະບານຈະນຳສະເໜີຮ່າງງົບປະມານ
ສະບັບນີ້ຕໍ່ສະພາແຫ່ງຊາດໃນວັນພະຫັດໜ້າແລະຫວັງວ່າ
ມັນຈະກາຍເປັນກົດໝາຍພາຍໃນວັນທີ 2 ພຶດສະພາ.
ຂະນະດຽວກັນ ກົດໝາຍສະບັບນຶ່ງ ຊຶ່ງໄດ້ມີຜົນບັງຄັບ
ໃຊ້ໃນວັນສຸກມື້ນີ້ ຫ້າມບໍ່ໃຫ້ບຸກຄົນໃດກໍຕາມ ເຂົ້າໄປ
ໃນເຂດຍົກຍ້າຍຜູ້ຄົນອອກໜີໃນລັດສະໝີ 20 ຫຼັກກິ
ໂລແມັດອ້ອມແອ້ມໂຮງໄຟຟ້ານິວເຄລຍ Fukushima.
ຟອງຍັກສຸນາມິໄດ້ສ້າງຄວາມເສຍຫາຍໃຫ້ແກ່ໂຮງໄຟ
ຟ້ານິວເຄລຍແຫ່ງນີ້ແລະພາໃຫ້ມີກຳລັງມັນຕະພາບລັງສີທີ່ເປັນອັນຕະລາຍຮົ່ວໄຫຼອອກມາ.
ປະຊາຊົນທີ່ພາກັນຫຼົບໜີຢ່າງຟ້າວຟັ່ງອອກໄປ ຈາກເຂດດັ່ງກ່າວຫຼັງຈາກໄດ້ເກີດ ໄພພິບັດ
ຮ້າຍແຮງໃນວັນທີ 11 ມີນາຜ່ານມາ ໄດ້ພາກັນກັບຄືນໄປເຮືອນຊານບ້ານຊ່ອງຂອງພວກ
ເຂົາເຈົ້າ ທັງໆທີ່ເຈົ້າໜ້າທີ່ໄດ້ເຕືອນບໍ່ໃຫ້ພວກເຂົາເຈົ້າກັບຄືນໄປ.
ພວກທີ່ລ່ວງລະເມີດເຂົ້າໄປໃນເຂດທີ່ຖືກຫ້າມປະເຊີນກັບການຈຳຄຸກເຖິງ 30 ມື້ ແລະປັບ
ໃໝເປັນເງິນ 1,200 ໂດລາ. ເຈົ້າໜ້າທີ່ລັດຖະບານເວົ້າວ່າ ມາດຕະການດັ່ງກ່າວ ແມ່ນມີ
ຄວາມຈຳເປັນເພື່ອປົກປ້ອງສຸກຂະພາບແລະຄວາມປອດໄພຂອງປະຊາຊົນຈຳນວນປະ
ມານ 70,000 ຄົນຢູ່ໃນເຂດດັ່ງກ່າວ.
ເພື່ອເປັນການຜ່ອນຜັນຕໍ່ພວກທີ່ຢູ່ອາໄສໃນເຂດນັ້ນ ລັດຖະບານໄດ້ປະກາດວ່າຕົນຈະຈັດ ແຈງການເດີນທາງໂດຍລົດເມເຂົ້າໄປໃນເຂດທີ່ຖືກຫ້າມ. ຈະມີການອະນຸຍາດໃຫ້ສະມາຊິກ
ຄົນນຶ່ງຈາກແຕ່ລະຄອບຄົວ ໃສ່ເຄື່ອງປ້ອງກັນໂຕ ເຂົ້າໄປໃນເຂດທີ່ທາງການຫ້າມ.
ເຈົ້າໜ້າທີ່ກ່າວວ່າ ລາຍລະອຽດຂອງແຜນການດັ່ງກ່າວ ຈະມີການປະກາດໃຫ້ຮູ້ໃນວັນ
ສຸກມື້ນີ້.