ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມເຊື່ອໝັ້ນ ທາງທຸລະກິດຢູ່ຍີ່ປຸ່ນ ສູງຂຶ້ນ


ຄົນງານຄົນນຶ່ງ ຍ່າງຜ່ານຕູ້ບັນທຸກສິນຄ້າ ທີ່ທຳກຳປັ່ນໂຕກຽວ
ຄົນງານຄົນນຶ່ງ ຍ່າງຜ່ານຕູ້ບັນທຸກສິນຄ້າ ທີ່ທຳກຳປັ່ນໂຕກຽວ

ທະນາຄານກາງຂອງຍີ່ປຸ່ນກ່າວວ່າ ຄວາມເຊື່ອໝັ້ນຕໍ່ຜູ້ຜະ
ລິດທີ່ສຳຄັນໆຂອງຍີ່ປຸ່ນພວມເພີ່ມທະວີຂຶ້ນກ່ອນເກີດແຜ່ນ
ດິນໄຫວຮ້າຍແຮງ ແລະຟອງຍັກສຸນາມິ ທີ່ຕິດຕາມມາໃນ
ເດືອນແລ້ວນີ້.

ທະນາຄານກາງຂອງຍີ່ປຸ່ນກ່າວໃນວັນສຸກມື້ນີ້ວ່າ ດັດຊະນີ
ກ່ຽວກັບຄວາມຮູ້ສຶກທາງດ້ານທຸລະກິດຂອງຕົນ ແມ່ນບວກ
6 ສຳລັບໄລຍະ ທີ່ສິ້ນສຸດລົງ ໃນວັນທີ 31 ມີນາວານນີ້.
ດັດຊະນີ ທີ່ວັດແທກຄວາມຮູ້ສຶກ ໄປໃນແງ່ດີທາງທຸລະກິດ
ແມ່ນມີຄະແນນບວກ 5 ໃນການສຳຫຼວດເທື່ອແລ້ວ ທີ່ສິ້ນ
ສຸດລົງໃນເດືອນທັນວາຜ່ານມາ.

ແຕ່ບັນດາບໍລິສັດສ່ວນໃຫຍ່ທີ່ຖືກສອບຖາມໃນການສຳ
ຫຼວດ“tankan” ໄດ້ສົ່ງຄຳຕອບຂອງພວກເຂົາເຈົ້າຄືນກ່ອນ
ເສັ້ນຕາຍ ໃນວັນທີ 11 ມີນາ ຊຶ່ງເປັນມື້ດຽວກັນ ກັບທີ່
ໄດ້ເກີດແຜ່ນດິນໄຫວທີ່ມີຄວາມແຮງແທກໄດ້ 9.0 ຢູ່ໃນ
ພາກຕາເວັນອອກສຽງເໜືອຂອງຍີ່ປຸ່ນ ທີ່ພາໃຫ້ເກີດຟອງຍັກສຸນາມິຕິດຕາມມານັ້ນ.

ໄພທຳມະຊາດດັ່ງກ່າວ ໄດ້ທຳລາຍຫຼາຍໆຫົວເມືອງແຄມຝັ່ງທະເລຂອງຍີ່ປຸ່ນທີ່ເຮັດໃຫ້ມີ
ຜູ້ເສຍຊີວິດຫຼາຍກວ່າ 11,000 ຄົນແລະສ້າງຄວາມເສຍຫາຍໃຫ້ແກ່ໂຮງໄຟຟ້ານິວເຄລຍ
ໃຫຍ່ແຫ່ງນຶ່ງທີ່ພາໃຫ້ມີກຳມັນຕະພາບລັງສີຮົ່ວໄຫຼແລະມີຄວາມຢ້ານກົວວ່າແກນຫຼືບ່ອນ ບັນຈຸເຊື້ອໄຟຂອງໂຮງໄຟຟ້າດັ່ງກ່າວຈະລະລາຍ.

ພວກນັກວິເຄາະເຊື່ອວ່າ ການສຳຫຼວດເທື່ອໜ້າຈະສະທ້ອນໃຫ້ເຫັນຜົນກະທົບຂອງໄພ
ພິບັດ ແລະຄວາມເຊື່ອໝັ້ນຂອງທຸລະກິດຈະມີຫຼຸດລົງ ແຕ່ພວກເຂົາເຈົ້າ ບໍ່ໄດ້ທຳນາຍວ່າ ຈະມີການຫຼຸດລົງຢ່າງຫຼວງຫຼາຍແຕ່ປະການໃດ ໂດຍເວົ້າວ່າ ພວກເຂົາເຈົ້າຄາດວ່າດັດຊະ
ນີທີ່ວ່ານີ້ຈະຫຼຸດລົງເປັນບວກ 2 ໃນເດືອນມິຖຸນາ.

ໂຕເລກທີ່ຕໍ່າທີ່ສຸດ ເປັນປະວັດການ ຂອງການສຳຫຼວດ “tankan” ແມ່ນ ລົບ 58 ໃນ
ໄຕຣມາດທຳອິດ ຂອງປີ 2009 ຂະນະທີ່ຍີ່ປຸ່ນ ພວມປະເຊີນກັບວິກິດການເສດຖະກິດ
ຂອງໂລກ.

XS
SM
MD
LG