ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສດຖະກິດ​ຍີ່ປຸ່ນຂະຫຍາຍ​​ໂຕ​ ຊ້າ​ລົງ


ການ​ສົ່ງ​ອອກ​ສິນຄ້າ​ຂອງ​ຍີ່ປຸ່ນ​ຂະຫຍາຍໂຕ​ຊ້າ​ລົງ ໃນ
ເດືອນສິງ​ຫາຜ່ານ​ມາ ​ເປັນ​ເດື​ອນທີ່ຫົກລຽນຕິດ​ ໃນ​ຂະນະ
ທີ່ຄ່າ​ຂອງ​ເງິນເຢນສູງ​ຂຶ້ນ​ ແລະ​ຄວາມ​ຕ້ອງການ​ສິນຄ້າຍີ່ປຸ່ນ​
ຢູ່​ໃນ​ຕ່າງ​ປະ​ເທດໄດ້​ລຸດລົງ ຊຶ່ງໄດ້ເພີ່ມຄວາມກົດ​ດັນ​ໃສ່​
ເສດຖະກິດ​ຂອງຍີ່ປຸ່ນ.

ລັດຖະບານຍີ່ປຸ່ນຖະ​ແຫລງ​ວ່າ ການ​ສົ່ງ​ອອກ​ໄດ້​ເພີ່ມ​ຂຶ້ນ
15.8% ​ໃນເດືອນ​ສິງຫາ ສົມທຽບ​ກັບປີ​ກາຍ​ນີ້ ​ໂດຍ​ມີມູນ
ຄ່າເຖິງ 62 ພັນລ້ານ​ໂດ​ລາ ຊຶ່ງ​ແມ່ນ​ໜ້ອຍ​ກ່ວາ​ທີ່​ໄດ້ຄາດ
ໝາຍ​ໄວ້.

ໃນ​ຂະນະ​ດຽວ​ກັນ ການ​ນຳ​ເຂົ້າ​ສິນຄ້າ​ໄດ້​ເພີ່ມ​ຂຶ້ນ 17.9% ເປັນປະມານ ​61 ພັນລ້ານໂດ​ລາ.

ກຳໄລ​ການ​ຄ້າ ​ຈຳນວນ 1,200 ລ້ານ​ໂດ​ລາໃນ​ເດືອນ​ສິງ ຫານັ້ນ ​ແມ່ນ​ລຸດລົງຈາ​ກປີ 2009 38% ຊຶ່ງ​ເປັນ​ການລຸດລົງ ​ເປັນ​ເທື່ອ​ທຳ​ອິດ​ໃນ​ຮອບ 15 ​ເດືອນ.

ເງິນ​ເຢນຂອງ​ຍີ່ປຸ່ນໄດ້ແຂງຄ່າ​ຂຶ້ນ ສູ່​ອັດຕາ​ສູງ​ສຸດໃນຮອບ 15 ປີໃນ​ການແລກ​ປ່ຽນ
ກັບເງິນໂດ​ລາສະຫະລັດ ຊຶ່ງໄດ້​ສົ່ງຜົນ​ກະທົບແລະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່ພວກ​
ບໍລິສັດ​ສົ່ງ​ອອກແລະຄວາມ​ພະຍາຍາມ​ທີ່​ບໍ່​ແຂງ​ແຮງຂອງຍີ່ປຸ່ນ​ໃນ​ການຟື້ນຟູເສດຖະກິດ
ກັບ​ຄືນ​ມາ​ນັ້ນ.

XS
SM
MD
LG