ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການສົ່ງອອກຂອງຍີ່ປຸ່ນ ຫຼຸດລົງ 2.2% ໃນເດືອນແລ້ວ


ໂຮງງານຜະລິດລົດຍີ່ຫໍ້ໂຕໂຢຕ້າແຫ່ງນຶ່ງໃນຍີ່ປຸ່ນ
ໂຮງງານຜະລິດລົດຍີ່ຫໍ້ໂຕໂຢຕ້າແຫ່ງນຶ່ງໃນຍີ່ປຸ່ນ

ຄວາມເສຍຫາຍດ້ານເສດຖະກິດຂອງຍີ່ປຸ່ນຍ້ອນໄພແຜ່ນ
ດິນໄຫວແລະຄື້ນຟອງຍັກສຸນາມິໃນວັນທີ 11 ມີນາຜ່ານ
ມາກໍາລັງປາກົດໃຫ້ເຫັນ ຢູ່ໃນໂຕເລກການຄ້າ ທີ່ໄດ້ເປີດ
ເຜີຍອອກມາຄັ້ງໃໝ່ນີ້.

ກະຊວງການຄັງຂອງຍີ່ປຸ່ນໄດ້ປະກາດເມື່ອວັນພຸດມື້ນີ້ວ່າ
ປະລິມານສິນຄ້າສົ່ງອອກໄດ້ຕົກຕໍ່າລົງ 2.2 ເປີເຊັນໃນ
ເດືອນຜ່ານມາ ສົມທຽບໃສ່ກັບເດືອນດຽວກັນ ຂອງປີ
ຜ່ານມາຊຶ່ງຖືວ່າເປັນອັດຕາທີ່ຕໍ່າລົງເທື່ອທຳອິດໃນຮອບ
16 ເດືອນ.

ພວກນັກວິເຄາະໄດ້ເຕຶອນວ່າ ສະຖານະການຈະຮ້າຍແຮງ
ລົງໄປກວ່ານີ້ອີກໃນຫລາຍເດືອນຕໍ່ໜ້າ ຍ້ອນວ່າພວກສົ່ງ
ອອກທັງຫລາຍໄດ້ຊົມໃຊ້ປະລິມານທີ່ພວກຕົນໄດ້ສະສົມ
ສໍາຮອງໄວ້ຈົນໝົດ ແລະບໍ່ສາມາດຜລິດທົດແທນໄດ້ເຕັມ
ສ່ວນ.

ກະຊວງການຄັງຍີ່ປຸ່ນກ່າວວ່າ ການສົ່ງອອກລົດຍົນໄດ້ຕົກຮວບລົງ 28 ເປີເຊັນ ແລະພວກ
ຊິ້ນສ່ວນປະກອບອີເລກໂຕຣນິກຕ່າງໆ ເຊັ່ນສານເຄິ່ງໂຕນໍາຫຼື Semiconductor ນັ້ນກໍ
ຕົກຕໍ່າລົງຫລາຍກວ່າ 6 ເປີເຊັນ.

ໄພພິບັດທີ່ເກີດຂຶ້ນພ້ອມໆກັນສອງຢ່າງແກ່ຍິ່ປຸ່ນທີ່ຜ່ານມານີ້ໄດ້ທໍາລາຍແລະສ້າງຄວາມເສຍ ຫານໃຫ້ແກ່ພວກໂຮງຈັກໂຮງງານຫຼາຍໆແຫ່ງຢູ່ທົ່ວພາກຕາເວັນອອກສຽງເໜືອຂອງຍີ່ປຸ່ນ ແລະໄດ້ຫຼຸດປະລິມານການຈ່າຍໄຟຟ້າໄປທົ່ວປະເທດຊຶ່ງພາໃຫ້ສາຍໂສ້ການຜລິດແລະອຸປະ
ກອນອື່ນໆ ກາຍເປັນອໍາມະພາດໄປ.

XS
SM
MD
LG