ສະພາເສດຖະກິດໂລກໄດ້ທົບທວນເບິ່ງສະພາບການເສດຖະ
ກິດໃນອະນາຄົດຂອງຍີ່ປຸ່ນສໍາລັບປີ 2011 ຍ້ອນຄວາມຫາ
ຍະນະຈາກໄພແຜ່ນດິນໄຫວແລະຄື້ນຟອງສຸນາມິທີ່ເປັນອັນ
ຕະລາຍຮ້າຍແຮງໃນເດືອນຜ່ານມາ.
ໃນລາຍງານສະບັບນຶ່ງທີ່ອອກເຜີຍແຜ່ໃນວັນພະຫັດມື້ນີ້
ອົງການການຮ່ວມມືທາງເສດຖະກິດແລະການພັທະນາທີ່
ຕັ້ງຢູ່ນະຄອນຫລວງປາຣີ ປະເທດຝຣັ່ງງ ໄດ້ທໍານາຍວ່າ
ເສດຖະກິດຍີ່ປຸ່ນຈະເຕີບໂຕຂຶ້ນພຽງ 0.8 ເປີເຊັນຫຼຸດລົງ
ຈາກ 1.7 ເປີເຊັນ ຕາມທີ່ທໍານາຍໄວ້ຄັ້ງຜ່ານມາ
ອົງການຮ່ວມມືທາງເສດຖະກິດແລະການພັທະນາ ຫລື
OECD ກ່າວວ່າ ຜົນກະທົບໃນທັນທີຂອງໄພພິບັດນັ້ນ
ເບິ່ງຄືວ່າຈະຂະຫຍາຍເກີນໄປກວ່າຂົງເຂດທີ່ໄດ້ເກີດແຜ່ນ
ດິນໄຫວແລະຄື້ນຟອງຊຸນາມິ. ອົງການນີ້ເວົ້າອີກວ່າ
ຄວາມເສຍຫາຍທີ່ໄດ້ເກີດຂຶ້ນກັບພວກໂຮງຈັກໂຮງງານຫລາຍໆແຫ່ງໃນເຂດພາກ
ຕາເວັນອອກສຽງເໜືອຂອງຍີ່ປຸ່ນຈະລົບກວນການຈັດສົ່ງພັດສະດຸແລະເຄື່ອງອາໄຫຼ່
ຕ່າງໆສຳລັບຜົນຜະລິດອຸດສາຫະກໍາສໍາຄັນຕ່າງໆທົ່ວປະເທດ ໂດຍສະເພາະໃນ
ພາກສ່ວນອຸດສາຫະກໍາລົດຍົນນັ້ນ.
ແຕ່ສະພາເສດຖະກິດໂລກທໍານາຍວ່າ ເສດຖະກິດຍີ່ປຸ່ນຈະເຕີບໂຕຂຶ້ນໃນ ອັດຕາ 2.3
ເປີເຊັນໃນປີ 2012 ໃນຂະນະທີ່ຍີ່ປຸ່ນກ້າວໄປຂ້າງໜ້າກັບການໃຊ້ຈ່າຍເພື່ອໂຄງການ
ສ້າງສາປະເທດຊາດຄືນໃໝ່ນັ້ນ. ລັດຖະບານຍີ່ປຸ່ນປະເມີນຄ່າເສຍຫາຍທັງໝົດຈາກ
ໄພພິບັດແຜ່ນດິນໄຫວແລະຄື້ນຟອງສຸນາມິເມື່ອວັນທີ່ 11 ເດືອນມີນາຜ່ານມານັ້ນ
ຕົກເປັນມູນຄ່າສູງເຖິງ 300 ພັນລ້ານໂດລາ.