ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຜ່ນດິນໄຫວ ຮ້າຍແຮງ ຢູ່ພາກຕາເວັນຕົກ ຍີ່ປຸ່ນ ເຮັດໃຫ້ 3 ຄົນເສຍຊີວິດ


ທ່ານ ໂຕຊີຢູກີ ມັດຊູໂມຣີ ຜູ້ອຳນວຍການ ພະແນກສັງເກດການ ແຜ່ນດິນໄຫວ ແລະຄື້ນຟອງຍັກຊູນາມິ ຂອງອົງການອຸຕຸນິຍົມວິທະຍາ ຍີ່ປຸ່ນ ຊີ້ໃຫ້ເຫັນ ແຜນຜັງຂໍ້ມູນ ໃນຮູບແບບຄື້ນ ການເຄື່ອນໄຫວຂອງພື້ນດິນ ໃນຍີ່ປຸ່ນ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ໃນນະຄອນຫຼວງ ໂຕກຽວ ຂອງຍີ່ປຸ່ນ, ວັນທີ 3 ກັນຍາ 2017.
ທ່ານ ໂຕຊີຢູກີ ມັດຊູໂມຣີ ຜູ້ອຳນວຍການ ພະແນກສັງເກດການ ແຜ່ນດິນໄຫວ ແລະຄື້ນຟອງຍັກຊູນາມິ ຂອງອົງການອຸຕຸນິຍົມວິທະຍາ ຍີ່ປຸ່ນ ຊີ້ໃຫ້ເຫັນ ແຜນຜັງຂໍ້ມູນ ໃນຮູບແບບຄື້ນ ການເຄື່ອນໄຫວຂອງພື້ນດິນ ໃນຍີ່ປຸ່ນ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ໃນນະຄອນຫຼວງ ໂຕກຽວ ຂອງຍີ່ປຸ່ນ, ວັນທີ 3 ກັນຍາ 2017.

ຢ່າງໜ້ອຍ ມີ 3 ຄົນ ໄດ້ເສຍຊີວິດ ແລະ ອີກຫຼາຍກວ່າ 200 ຄົນ ໄດ້ຮັບບາດເຈັບ ຫຼັງ
ຈາກເກີດແຜ່ນດິນໄຫວຂະໜາດແຮງ ໃນພາກຕາເວັນຕົກຂອງຍີ່ປຸ່ນ ໃນວັນຈັນມື້ນີ້.

ກົມອຸຕຸນິຍົມວິທະຍາຂອງຍີ່ປຸ່ນໄດ້ກ່າວວ່າ ແຜ່ນດິນໄຫວທີ່ມີຄວາມແຮງ 6.1 ໄດ້ເກີດ
ຂຶ້ນບໍ່ໄກຈາກພາກເໜືອຂອງ ນະຄອນໂອຊາກາ ທີ່ເປັນເມືອງໃຫຍ່ສຸດອັນດັບສອງຂອງ
ປະເທດ ເມື່ອປະມານ 8 ໂມງເຊົ້າ ຕາມເວລາໃນທ້ອງຖິ່ນ ໃນຂະນະທີ່ພວກຜູ້ເດີນທາງ
ກຳລັງຈະເລີ້ມພາກັນໄປເຮັດວຽກ. ການບໍລິການຂອງລົດໄຟ ໄດ້ຍຸຕິລົງ ຫຼັງຈາກ ມີລາຍ
ງານ ກ່ຽວກັບຄວາມເສຍຫາຍທີ່ເກີດຂຶ້ນ ຢູ່ໃນສອງສາມສະຖານີ.

ແຜ່ນດິນໄຫວ ໄດ້ເຮັດໃຫ້ຝາຫຼາຍແຫ່ງພັງລົງ ແລະ ກໍ່ໃຫ້ທໍ່ນ້ຳສາຍຫລັກແຕກ ແລະ
ເກີດໄຟໃໝ້ໃນຕຶກອາຄານຫຼາຍແຫ່ງ. ອົງການຂ່າວຂອງຍີ່ປຸ່ນກ່າວວ່າ ເດັກຍິງອາຍຸ
9 ປີ ແລະ ຊາຍຜູ້ເຖົ້າອາຍຸ 80 ປີ ໄດ້ເສຍຊີວິດ ໃນເວລາພວກເຂົາເຈົ້າ ຖືກຝາທີ່ພັງ
ລົງມານັ້ນ ທັບ. ສ່ວນຊາຍຜູ້ເຖົ້າ ອາຍຸ 84 ປີ ອີກຄົນນຶ່ງ ກໍໄດ້ເສຍຊີວິດ ໃນເວລາທີ່
ຜູ້ກ່ຽວ ໄດ້ຖືກຕູ້ໜັງສື ທີ່ລົ້ມລົງມານັ້ນ ທັບຢູ່ໃນເຮືອນຂອງລາວ.

ບໍ່ມີການເຕືອນໄພກ່ຽວກັບຄື້ນຟອງຍັກຊູນາມິແຕ່ຢາງໃດ ຫຼັງຈາກເກີດແຜ່ນດິນໄຫວ
ໃນວັນຈັນມື້ນີ້ ເຊິ່ງມີຂຶ້ນ 7 ປີ ລຸນຫລັງທີ່ໄດ້ເກີດແຜ່ນດິນໄຫວຂະໜາດໃຫຍ່ ດ້ວຍ
ຄວາມແຮງ 9.0 ແລະໄດ້ພາໃຫ້ເກີດຄື້ນຟອງຍັກຊູນາມິ ທີ່ໄດ້ສັງ ຫານ ປະຊາຊົນຫຼາຍ
ພັນຄົນ ແລະເຮັດໃຫ້ໂຮງງານໄຟຟ້າພະລັງນິວເຄລຍ ຟູກູຊີມາ ຢູ່ໃນພາກຕາເວັນອອກ
ສຽງເໜືອຂອງຍີ່ປຸ່ນ ລະລາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG