ເຮືອບັນທຸກສິນຄ້າ Asia Symphony ທີ່ມີນໍ້າໜັກ 6000
ຕັນ ນອນເກີຍຢູ່ທີ່ທ່າເຮືອ Kamaishi. ຄື້ນຟອງຍັກສຸນາ
ມິໄດ້ພັດອຸ້ມເອົາເຮືອລໍານີ້ຂຶ້ນມາຈາກອ່າວ ເຂົ້າໄປໃນຕົວ
ເມືອງ. ເວລານີ້ ຫົວເຮືອອັນໃຫຍ່ໂຕຂອງມັນແມ່ນຕັ້ງຢູ່
ເກືອບຈຸກັນກັບເຮືອນຫລັງນື່ງ ຢູ່ໃກ້ໆກັບທາງຍ່າງແຄມ ຂົວທ່າເຮືອນັ້ນ.
ພາບທີ່ບໍ່ໜ້າເປັນຄວາມຈິງອັນນີ້ ໄດ້ກາຍເປັນສັນຍາລັກແຫ່ງຄວາມເສຍຫາຍທີ່ທໍາລາຍທ່າເຮືອ Kamaishi. ພ້ອມກັບຊາວເມືອງຈໍານວນປະມານ 450 ທີ່ເສຍຊີວິດໄປນັ້ນ ຟອງຍັກສຸນາມິໄດ້ທໍາລາຍສູນກາງອຸດສາຫະກໍາ ຂອງ ເມືອງທ່າແຫ່ງນີ້ ທີ່ມີເຮືອຂົນສົ່ງ ອອກເຂົ້າຫລາຍທີ່ສຸດແຫ່ງນຶ່ງນັ້ນ.
// ສຽງລົດດຸດແລະຍົກຊາກຫັກພັງ //
ນາຍ Mazakatsu Sano ຄົນງານກໍ່ສ້າງທີ່ກໍາລັງຍ່າງເລາະຢູ່ຕາມຊາກຫັກພັງຂອງອູ່
ຈອດເຮືອ ທ່າມກາງສຽງເຄື່ອງຈັກຍົກຊາກຫັກພັງນັ້ນກ່າວວ່າ ລາວມີຄວາມຮູ້ສຶກວ່າ
ທຸກສິ່ງທຸກຢ່າງບໍ່ເປັນເລຶ່ອງຈິງ ມັນຄືກັບຄວາມຝັນ.
// ສຽງພາສາຍີ່ປຸ່ນ //
ນາຍ ຊາໂນະ ເວົ້າວ່າ “ມັນຈະໃຊ້ເວລາຢ່າງໜ້ອຍນຶ່ງປີ ຈຶ່ງຈະສ້າງບ່ອນນີ້ຄືນໃໝ່
ໄດ້. ທຸກສິ່ງທຸກຢ່າງ ນໍ້າ ແກ໊ສ ໄຟຟ້າ ແມ່ນຈະຕ້ອງສ້າງຂຶ້ນມາໃໝ່ ຈາກສູນ.”
ອາຄານສູງທີ່ເສຍຫາຍຫລັງນຶ່ງ ແຕ່ກໍຍັງຕັ້ງຕະງ່ານຢູ່ເໜືອທ່າເຮືອ ກໍຄື ໂຮງງານເຫລັກ
Nippon Steel ຊຶ່ງເປັນບໍລິສັດທີ່ວ່າຈ້າງຄົນງານຫລາຍທີ່ສຸດຂອງເມືອງ ທີ່ຜະລິດເສັ້ນ
ເຫລັກ ແລະທໍ່ເຫລັກສໍາລັບເຮັດຢາງລົດ ແລະສ້າງສະພານ. ຜົນຜະລິດວັດຖຸເຫລັກທີ່ໂຮງ
ງານນີ້ຜະລິດອອກ 60,000 ຕັນໃນແຕ່ລະເດືອນນັ້ນ ໄດ້ຖືກຕັດທໍາລາຍເຫລືອແຕ່ສູນຕັນ.
ຍິງຊາຍສູງອາຍຸຄູ່ນື່ງທີ່ເປັນເພື່ອນເກົ່າແກ່ກັນ ຄືແມ່ຕູ້ Ayako Ito ແລະພໍ່ຕູ້ Sei Obara ກໍາລັງພາກັນຍ່າງເລາະໄປຕາມຊາກຫັກພັງຂອງບ້ານເກີດຂອງເຂົາເຈົ້າ. ທັງສອງຊຶ່ງມີອາຍຸ
84 ປີແລະ 82 ປີ ຍັງຈື່ຈໍາໄດ້ ເວລາທີ່ເມືອງທ່າ Kamaishi ໄດ້ຕົກເປັນເປົ້າໝາຍຂອງ
ເຮືອລົບຂອງຝ່າຍພັນທະມິດ ໃນປາງສົງຄາມໂລກຄັ້ງທີ່ສອງນັ້ນ ຍ້ອນວ່າເມືອງນີ້ເປັນບ່ອນ ຜະລິດເຫລັກທີ່ສໍາຄັນ.
// ສຽງພາສາຍີ່ປຸ່ນ //
ແມ່ຕູ້ອິໂຕະເວົ້າວ່າ ພວກເຮືອ
ລົບທີ່ຢູ່ນອກອ່າວ ໄດ້ຍິງປືນ
ໃຫຍ່ເຂົ້າມາເທິງບົກ 300 ແມັດ
ມັນເປັນຕາຢ້ານຫລາຍແທ້ໆ.
ແມ່ຕູ້ອີໂຕະເລົ່າຕໍ່ໄປວ່າ ເວລາ
ເຮືອລົບລະດົມຍິງປືນໃຫຍ່ມາ
ໃສ່ນັ້ນ ຫລາຍໆຄົນພາກັນເອົາ
ຕົວໄປຫລົບລີ້ຢູ່ຕາມບ່ອນລີ້ໄພ
ທີ່ເຮັດດ້ວຍໄມ້ ແຕ່ລະເບີດລູກ
ນຶ່ງໄດ້ຕົກໃສ່ທາງຫລັງບ່ອນລີ້
ໄພແລະແຕກຂຶ້ນ ມີຫລາຍຄົນ
ເສຍຊີວິດ. ແມ່ຕູ້ອີໂຕະກ່າວວ່າ
ເຫດການນັ້ນຍັງຫລອກຫລອນ
ລາວຢູ່. ລາວກ່າວຕື່ມວ່າ ໃນແຕ່
ລະມື້ໃນປາງນັ້ນ ພວກຄົນຈະພາ
ກັນພົກເຂົ້າແລະໝາກຖົ່ວໄວ້ໃນ
ຖົງ ເພື່ອວ່າພວກເຂົາເຈົ້າຈະມີ
ແນວຢູ່ແນວກິນ ໃນກໍລະນີທີ່
ບ້ານເຮືອນພວກເຂົາເຈົ້າຖືກທໍາ
ລາຍ.
ພໍ່ຕູ້ Sei Obara ກໍຍັງຈົດຈໍາ
ສົງຄາມນັ້ນໄດ້ຄືກັນ ແລະລາວມີຄວາມເຫັນໄປໃນແງ່ດີວ່າ ຍີ່ປຸ່ນຈະສາມາດຟື້ນຕົວຄືນໄດ້.
// ສຽງພາສາຍີ່ປຸ່ນ //
ພໍ່ຕູ້ໂອບາຣະ ເວົ້າວ່າ “ຖ້າຫາກພວກເຮົາຜ່ານພົ້ນເຫດການນັ້ນມາໄດ້ ພວກເຮົາ
ກໍຈະສາມາດຜ່ານຜ່າເຫດການນີ້ໄດ້ເຊັ່ນດຽວກັນ ກໍຄືພວກເຮົາຈະທໍາງານໜັກ
ແລະພວກເຮົາຈະສູ້ຕໍ່ໄປ.”
ເວລານີ້ ເຮືອລົບທີ່ຈອດທອດສະໝໍຢູ່ນອກຝັ່ງທ່າເຮືອ Kamaishi ແມ່ນເຮືອລົບທີ່ບັນທຸກ
ກໍາລັງປ້ອງກັນຕົນເອງຂອງຍີ່ປຸ່ນ ທີ່ມາໃຊ້ເມືອງນີ້ ເປັນຖານປະຕິບັດຄວາມພະຍາຍາມກູ້ໄພ ແລະບັນເທົາທຸກ.
// ສຽງລົດບັນທຸກ //
ເຂດໃຈກາງເມືອງກາມາອີຊິນັ້ນ
ແມ່ນໄດ້ກາຍເປັນພື້ນທີ່ທີ່ໃຊ້ການ
ຫຍັງບໍ່ໄດ້ແລ້ວ ຖະໜົນຫົນທາງ
ຂອງຕົວເມືອງແມ່ນລຽງລາຍໄປ
ດ້ວຍຊາກຫັກພັງຂອງສິ່ງເກົ່າໆ
ທີ່ເປັນສ່ວນນຶ່ງຂອງວິຖີຊີວິດ
ຕາມປົກກະຕິ ໃນຕອນກ່ອນ
ແຜ່ນດິນໄຫວແລະໄພສຸນາມິ.
ໂມງໃຫຍ່ທີ່ຈະຕຸລັດຂອງເມືອງ
ຖືກບີບບີ້ເພພັງ. ລົດລາຫລາຍ
ຮ້ອຍຄັນຖືກທໍາລາຍເສຍຫາຍ
ກອງກັນຂຶ້ນ. ເຄື່ອງຫລີ້ນຈາກ
ຮ້ານຂາຍເຄຶ່ອງຫລິ້ນເດັກນ້ອຍ
ແຫ່ງນຶ່ງທີ່ຖືກທໍາລາຍ ຢາຍຊະ
ຊາຍຢູ່ບົນຫົນທາງສາຍນຶ່ງ ຊຶ່ງທັງໝົດນີ້ ອີກບໍ່ດົນກໍຈະຖືກສະສາງອອກໄປ ໂດຍລົດຖິ້ມຂີ້
ເຫຍື້ອ ທີ່ຫລັ່ງໄຫລກັນມາເປັນສາຍ ເກັບມ້ຽນຊາກຫັກພັງຕ່າງໆ ທ່າມກາງຂີ້ຝຸ່ນທີ່ໄງ່ຟຸ້ງ ຂຶ້ນມາ.
ທ່າມກາງການເກັບມ້ຽນດັ່ງກ່າວນີ້ ກໍມີພວກທີ່ລອດຊີວິດມາໄດ້ຈໍານວນນຶ່ງ ທີ່ຍັງຮູ້ສຶກງົງ
ງວຍຢູ່ ກໍຄືພວກອົບພະຍົບຈາກຄື້ນຟອງສຸນາມິ ທີ່ພາກັນທະຍອຍກັບຄືນມາ ແລະພາກັນ
ຍ່າງເລາະໄປຕາມຊາກຫັກພັງຂອງເມືອງ.
ຜົນກະທົບດ້ານເສດຖະກິດ ແມ່ນຈະຮູ້ສຶກໄດ້
ຢ່າງໜັກໜ່ວງຫລາຍທີ່ສຸດ ໃນບັນດາພວກທີ່
ບໍ່ມີບ້ານຢູ່ອາໃສ ຈໍານວນປະມານຫ້າແສນຄົນ
ຄືພວກປະຊາຊົນ ເຊ່ນນາຍ Isao Nozawa
ແລະຄອບຄົວຂອງລາວ ທີ່ພາກັນກັບຄືນເມືອ
ຊອກຫາສິ່ງເສດເຫລືອຈາກເຮືອນຂອງພວກ
ເຂົາເຈົ້າທີ່ຖືກເພພັງ ຊຶ່ງເວລານີ້ຢອງຢູ່ເທິງລົດ
ຂອງຄອບຄົວ ຍ້ອນຖືກຟອງຍັກສຸອອກຈາກ ຖານເຮືອນ.
// ສຽງພາສາຍີ່ປຸ່ນ //
ນາຍ ໂນຊາວະ ກ່າວວ່າ “ບ້ານຂ້ອຍບໍ່ມີ
ປະກັນໄພ ຂ້ອຍບໍ່ໄດ້ຊື້ປະກັນໄພ ກັນ
ສຸນາມິ ຫລືແຜ່ນດິນໄຫວໄວ້ ເພາະ
ມັນແພງໂພດສໍາລັບຂ້ອຍ.”
ກັບຄືນໄປທີ່ອູ່ຈອດເຮືອນັ້ນ ນາຍ ມາຊາກັດສຸ ຊາໂນະ ແນມເບິ່ງໄປທົ່ວບໍລິເວນທີ່ລາວເຄີຍເປັນເຮັດການມາຊົ່ວຊີວິດຂອງລາວ.
// ສຽງພາສາຍີ່ປຸ່ນ //
ນາຍ ຊາໂນະ ກ່າວວ່າ “ບາງທີ ວຽກງານກໍ່ສ້າງຄືນໃໝ່ທັງໝົດນັ້ນ ຈະອໍານວຍໃຫ້
ພວກເຮົາມີວຽກເຮັດອີກ ບາງທີ...” ຊຶ່ງລາວກໍໄດ້ແຕ່ຫວັງ.
ຄື້ນຟອງຍັກສຸນາມິ ໄດ້ທໍາລາຍເມືອງທ່າ Kamaishi ຢ່າງຍັບເຍີນ ແຕ່ພວກຊາວເມືອງທີ່
ລອດຊີວິດທັງຫລາຍຢືນຢັດວ່າ ໃນບໍ່ຊ້າ ປັ້ນຈັ່ນ ກໍຄືອຸບປະກອນຍົກເຄື່ອງຈັກແລະເຄື່ອງ
ໜັກນັ້ນ ແລະສາງເຄຶ່ອງທີ່ມິດງຽບຢູ່ໃນເວລານີ້ ກໍຈະຫວນຄືນມາຟົດຟື້ນອີກຄັ້ງນຶ່ງ ດ້ວຍ
ສຽງຂອງອຸດສາຫະກໍາ ທີ່ເຄີຍເປັນສັນຍາລັກຂອງເມືອງນີ້.