ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດແຜ່ນດິນໄຫວ ຂະໜາດແຮງ ທີ່ປະເທດຍີ່ປຸ່ນ


ແຜນທີ່ປະເທດຍີ່ປຸ່ນ
ແຜນທີ່ປະເທດຍີ່ປຸ່ນ

ໄດ້ເກີດແຜ່ນດິນໄຫວຂະໜາດແຮງ ຢູ່ນອກແຄມຝັ່ງທະເລກໍ້າຕາເວັນອອກສຽງເໜືອຂອງປະ
ເທດຍີ່ປຸ່ນໃນຕອນ​ແລງວັນພະຫັດມື້ນີ້ ແຕ່ບໍ່ມີການອອກຄຳເຕືອນກ່ຽວກັບຟອງຍັກສຸນາມິ.

ອົງການສຳຫຼວດທໍລະນີວິທະຍາຂອງສະຫະລັດກ່າວວ່າ ໄດ້ເກີດແຜ່ນດິນໄຫວຂະໜາດແຮງ
6.2 ໃກ້ໆແຄມຝັ່ງທະເລ ຂອງເກາະ Honshu ປະມານ 155 ຫຼັກກິໂລແມັດຫ່າງຈາກກຸງ
ໂຕກຽວໄປທາງທິດຕາເວັນອອກແລະຢູ່ເລິກລົງໄປ 10 ຫຼັກກິໂລແມັດ.

ກົມອຸຕຸນິຍົມຂອງຍີ່ປຸ່ນກ່າວວ່າ ບໍ່ໄດ້ມີຄວາມສ່ຽງທີ່ຈະເກີດຟອງຍັກສຸນາມິແຕ່ຢ່າງໃດ.
ເວລານີ້ຍັງບໍ່ທັນມີລາຍງານຂ່າວກ່ຽວກັບຄວາມເສຍຫາຍຫຼືການບາດເຈັບລົ້ມຕາຍເທື່ອ.

ໄດ້ເກີດແຜ່ນດິນໄຫວຂະໜາດແຮງ ແລະຟອງຍັກສຸນາມິ ໃນເດືອນມີນາຜ່ານມາ ຢູ່ໃນເຂດ
ພາກຕາເວັນອອກສຽງເໜືອຂອງຍີ່ປຸ່ນ ເຮັດໃຫ້ມີຜູ້ເສຍຊີວິດແລະຫາຍສາບສູນເກືອບ 20
ພັນຄົນ ແລະໄດ້ກໍ່ໃຫ້ເກີດເຕົາແຍກນິວເຄລຍລະລາຍທີ່ໂຮງໄຟຟ້ານິວເຄລຍ Fukushima
Daiichi.

ໂຄສົກຄົນນຶ່ງ ຂອງບໍລິສັດໄຟຟ້າໂຕກຽວ ຊຶ່ງເປັນຜູ້ບໍລິຫານງານໂຮງໄຟຟ້ານິວເຄລຍ Fu-
kushima ນັ້ນກ່າວວ່າ ໂຮງໄຟຟ້າດັ່ງກ່າວບໍ່ໄດ້ຮັບຄວາມເສຍຫາຍໃດໆຈາກແຜ່ນດິນໄຫວ
ໃນວັນພະຫັດມື້ນີ້.

XS
SM
MD
LG