ຍີ່ປຸ່ນກ່າວວ່າ ເສດຖະກິດຂອງຕົນໄດ້ຫົດໂຕເຂົ້າໃນອັດຕາ
ເກືອບ 4% ຕໍ່ປີໃນໄລຍະ 3 ເດືອນທຳອິດຂອງປີນີ້ຂະນະ
ທີ່ຍີ່ປຸ່ນພວມດີ້ນຮົນຕໍ່ສູ້ ເພື່ອຟື້ນໂຕຄືນ ຈາກໄພແຜ່ນດິນ
ໄຫວແລະຟອງຍັກສຸນາມິ ໃນເດືອນມີນາຜ່ານມາ.
ຍອດຜະລິດຮວມພາຍໃນຫຼື GDP ຊຶ່ງໝາຍເຖິງການຜະ
ລິດແລະການບໍລິການທັງໝົດຂອງຍີ່ປຸ່ນໄດ້ຫຼຸດລົງຕໍ່າກ່ວາ
1% ໜ້ອຍນຶ່ງໃນໄລຍະແຕ່ເດືອນມັງກອນຫາເດືອນມີນາ.
ນີ້ແມ່ນການຫຼຸດລົງຂອງເສດຖະກິດ ເປັນໄຕຣມາດທີ 2
ລຽນຕິດ ຊຶ່ງໝາຍຄວາມວ່າ ໃນທາງເຕັກນິກແລ້ວ ຍີ່ປຸ່ນ
ພວມຕົກຢູ່ໃນສະພາບ ເສດຖະກິດຫຼຸດຖອຍ.
ໄພພິບັດທຳມະຊາດຮ້າຍແຮງທັງສອງໃນເດືອນມີນາຜ່ານມາ ໄດ້ເຮັດໃຫ້ການຜະລິດຢຸດ
ຊະງັກລົງຢູ່ຕາມໂຮງຈັກໂຮງງານຫຼາຍໆແຫ່ງ ຂອງຍີ່ປຸ່ນ ແລະໄດ້ທໍາລາຍສາຍໂສ້ອຸບປະ
ທານກໍຄືຕາໜ່າງປ້ອນເຄື່ອງອາໄຫຼ ຫລືວັດຖຸສໍາລັບການຜະລິດນັ້ນ ຊຶ່ງເຮັດໃຫ້ໂຮງຈັກ
ໂຮງງານຕ່າງໆທີ່ຍັງສາມາດແລ່ນໄດ້ບໍ່ໄດ້ຮັບເຄື່ອງອາໄຫຼ່ພຽງພໍ.