ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທົ່ວໂລກລະນຶກເຖິງ ບັນດາຜູ້ໄດ້ຮັບເຄາະ ຈາກໄພແຜ່ນດິນໄຫວ ທີ່ຍີ່ປຸ່ນ (ເບິ່ງສະໄລດ໌ແລະວີດີໂອ)


 ເຈົ້າຈັກກະພົດຍີ່ປຸ່ນພ້ອມດ້ວຍມະເຫສີ ຊົງເຂົ້າຮ່ວມໃນພິທີວັນຂີດໝາຍຄົບຮອບ 1 ປີທໍອິດຂອງໄພແຜ່ນດິນໄຫວແລະ5ືນຟອງສຸນາມິ ປະທະຍີ່ປຸ່ນທີ່ກຸງໂຕກຽວ.
ວັນທີ12 ມີນາ 2012.
ເຈົ້າຈັກກະພົດຍີ່ປຸ່ນພ້ອມດ້ວຍມະເຫສີ ຊົງເຂົ້າຮ່ວມໃນພິທີວັນຂີດໝາຍຄົບຮອບ 1 ປີທໍອິດຂອງໄພແຜ່ນດິນໄຫວແລະ5ືນຟອງສຸນາມິ ປະທະຍີ່ປຸ່ນທີ່ກຸງໂຕກຽວ. ວັນທີ12 ມີນາ 2012.

ພວກ​ປະ​ທ້ວງ​ຕໍ່​ຕ້ານ​ນີວ​ເຄລຍຫລາຍ​ໝື່ນ​ຄົນ​ພາ​ກັນ​ໂຮມ​ຊຸມນຸມ​ກັນ​ໃນ​ຫົວ​ເມືອງ​ຕ່າງໆ​ໃນ​ທົ່ວ​ໂລກ​ ໃນ​ວັນ​ອາທິດວານ​ນີ້​ ເພື່ອເປັນ​ຂີດ​ໝາຍ​ວັນ​ຄົບຮອບ​ປີ​ທໍາ​ອິດ​ຂອງ​ໄພ​ແຜ່ນດິນ​ໄຫວ​ແລະຄື້ນຟອງ​ສຸນາ​ມິ​ ທີ່​ປະ​ທະ​ຍີ່ປຸ່ນ ຊຶ່ງ​ໄດ້​ເຮັດ​ໃຫ້​ຜູ້​ຄົນເສຍ​ຊີວິ​ດແລະ​ຫາຍ​ສາບ​ສູນ​ໄປ​ຫລາຍ​ກວ່າ 22 ພັນ​ຄົນ​ ແລະ​ໄດ້ນໍາ​ໄປ​ສູ່ວິ​ກິດ​ການ​ດ້ານ​ນີວເຄລຍທີ່​ຮ້າຍ​ແຮງ​ທີ່​ສຸດ ບັ້ນ​ນຶ່ງໃນ​ປະວັດ​ສາດ​ຂອງ​ໂລກ.

ທົ່ວ​ປະ​ເທດຍີ່ປຸ່ນ​ໄດ້ພ້ອມ​ກັນຢຸດການ​ເຄື່ອນ​ໄຫວ​ທຸກ​ຢ່າງ ​ໃນ​ເວລາ 2 ​ໂມງ​ກັບ 46 ນາ
ທີຕາມ​ເວລາ​ໃນ​ທ້ອງ​ຖິນ​ໃນ​ວັນອາທິດ​ວານ​ນີ້ ຊຶ່ງ​ເປັນ​ເວລາ​ຕົງ​ກັນ​ກັບ​ເວລາ​ໄພ​ແຜ່ນ​ດິນ​
ໄຫວ​ທີ່​ມີ​ຄວາມ​ແຮງ 9. ​ເກີດ​ຂຶ້ນ​ຢູ່​ນອກ​ຝັ່ງ​ທະ​ເລ​ກໍ້າ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຍີ່ປຸ່ນ​ ໃນ
ວັນ​ທີ 11 ມີນາ​ ປີ 2011 ​ແລະ​ສົ່ງ​ຄື້ນຟອງ​ຍັກ​ສຸ​ນາ​ມິ ທີ່​ໄດ້​ທໍາລາຍໂຮ'ໄຟຟ້າ​ນີວ​ເຄລຍ
Fukushima Dai-ichi ​ເຮັດ​ໃຫ້​ເຄື່ອງ​ປະຕິກອນ​ນີວ​ເຄລຍ 3 ໜ່ວຍ ລະລາຍລົງ​ນັ້ນ.

ໄດ້​ມີ​ການ​ທໍາ​ພິທີ​ລະນຶກ​ເຖິງ​ທັງ​ໂດຍ​ທາງ​ການ​ແລະ​ທາງ​ສ່ວນ​ໂຕ​ຢູ່ໃນ​ເຂດ​ອ້ອມ​ແອ້ມ​ຂອງ​ບ່ອນ​ເກີດ​ໄພພິບັດ​ເລາະ​ແຄມ​ຝັ່ງ​ທະ​ເລ​ກໍ້າ​ຕາ​ເວັນອອກສຽງ​ເໜືອ​ ແລະ​ທີ່​ເວທີ​ແຫ່ງ​ຊາດ​ທີ່​ກຸງ​ໂຕ​ກຽວ ຊຶ່ງ​ມີ​ພະ​ເຈົ້າ​ຈັກກະພັດຂອງ​ຍີ່ປຸ່ນ​ພ້ອມ​ດ້ວຍພະມະ​ເຫ​ສີ ຊົງ​ໄປ​ຮ່ວມນໍາ ​ແລະ​ໄດ້​ຖືກ​ຖ່າຍ​ທອດ​ໄປຍັງ​ທົ່ວປະ​ເທດ.

ພວກ​ປະ​ທ້ວງ​ຕໍ່ຕ້ານ​ນີວ​ເຄລຍປະມານ 50 ຄົນ​ໄດ້​ຊຸມ​ນຸມກັນ​ໃນ​ວັນອາທິດ​ວານ​ນີ້​ຢູ່​ຕໍ່ໜ້າ​ສໍານັກງານ​ໃຫຍ່​ຂອງ​ບໍລິສັດ​ໄຟຟ້າ​ກຸງ​ໂຕ​ກຽວ ຊຶ່ງເປັນ​ຜູ້​ບໍລິຫານ​ໂຮງ​ໄຟຟ້າ​ນີວ​ເຄລຍ Fukushima ທີ່ໃຊ້​ການ​ບໍ່​ໄດ້​ນັ້ນ. ພວກ​ປະ​ທ້ວງ​ພາກັນ​ໂຫ່ຮ້ອງ​ຄໍາ​ຂວັນ​ ຮຽກຮ້ອງ​ໃຫ້​ອັດໂຮງ​ໄຟຟ້າ​ນີວ​ເຄລຍທັງ​ໝົດ ​ແລະ​ໃຫ້​ທັບ​ມ້າງ​ບໍລິສັດໄຟຟ້າ​ທີ່ໃຫຍ່ທີ່​ສຸດແຫ່ງ​ນີ້​ຂອງປະ​ເທດ.

ທີ່​ປະ​ເທດຝຣັ່ງ ປະຊາຊົນ​ພາກັນ​ຈັດການ​ຈັບ​ມື​ຕໍ່​ກັນ​ເປັນ​ສາຍ​ໂສ້ໄລຍະ​ຍາວກວ່າ 200 ຫລັກ​ກິ​ໂລ​ແມັດ​ ອັນ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການສະ​ແດງ​ການຕໍ່ຕ້ານ​ນີວ​ເຄລຍນັ້ນ.

ຊາວ​ເຢຍຣະມັນ​ຫລາຍ​ພັນ​ຄົນ​ ໄດ້​ເຂົ້າ​ຮ່ວມ​ໃນ​ພິທີ​ແລະ​ການເດີນ​ຂະບວນປະ​ທ້ວງ​ ​ເພື່ອ​ລະນຶກ​ເຖິງ​ດວງ​ວິນ​ຍານ​ຂອງ​ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ເສຍ​ຊີວິດ​ໄປ​ຍ້ອນ​ໄພ​ຫາ​ຍະ​ນະ​ໃນ​ຍີ່ປຸ່ນ ​ແລະ​ເພື່ອ​ຮຽກຮ້ອງ​ໃຫ້​ຢຸດເຊົາ​ໃຊ້​ພະລັງງານ​ປະລະມະ​ນູ.

ທີ່ອອສ​ເຕຣ​ເລຍ ພວກ​ປະ​ທ້ວງ​ຕໍ່ຕ້ານ​ນີວ​ເຄລຍຫລາຍ​ຮ້ອຍ​ຄົນ​ພາກັນ​ໂຮມ​ຊຸມນຸມ​ກັນ​ໃນ​ທົ່ວ​ປະ​ເທດ ​ແລະ​ຢຸດ​ສະ​ງົບ​ອາລົມ​ໄວ້ອາ​ໄລ​ຊົ່ວ ຂະນະ​ນຶ່ງ. ​ໃນ​ນະຄອນ​ຊິດ​ນີ ການ​ເດີນ​ຂະ​ບວນປະ​ທ້ວງ​ໄດ້ມີ​ຂຶ້ນ​ຢູ່​ໃກ້ໆ​ກັບ​ສໍານັກງານ​ໃຫຍ່​ຂອງ​ບໍລິສັດ​ບໍ່​ແຮ່​ຍັກ​ໃຫຍ່​ຂອງ​ໂລກ 2 ​ແຫ່ງຄື​: ບໍລິ​ສັດ BHP Billion ​ແລະ​ບໍລິສັດ Rio Tinto. ການ​ຊຸມນຸມ ປະ​ທ້ວງ​ເຫລົ່າ​ນີ້ຍັງ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ວັນ​ປະຕິບັດ​ການ​ແຫ່ງ​ຊາດ​ເພື່ອ​ຍຸດຕິ​ການຂຸດ​ບໍ່​ແຮ່​ທາດ​ຢູ​ເຣນຽມ ​ໃນ​ອອສ​ເຕຣ​ເລຍ​ນັ້ນ.

ໄດ້​ມີການ​ປະ​ທ້ວງ​ໃນ​ທໍານ​ອງດຽວ​ກັນ ທີ່​ອັງກິດ ສະ​ວິດ​ເຊີ​ແລນ ​ແລະ​ແບນ​ຢ້ຽມ ນໍາ.

XS
SM
MD
LG