ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ANA ເລີ້ມເອົາ ເຮືອບິນ Boeing 787 Dreamliner ບິນຄືນອີກ (ວີດິໂອ)


ສາຍການບິນ All Nippon Airways ເລີ້ມເອົາເຮືອບິນ Boeing 787 ບິນທົດລອງຈາກເດີ່ນບິນສາກົນ Haneda ໃນນະຄອນໂຕກຽວ ໃນວັນທີ 28 ເມສາ 2013.
ສາຍການບິນ All Nippon Airways ເລີ້ມເອົາເຮືອບິນ Boeing 787 ບິນທົດລອງຈາກເດີ່ນບິນສາກົນ Haneda ໃນນະຄອນໂຕກຽວ ໃນວັນທີ 28 ເມສາ 2013.
ສາຍການບິນ All Nippon Airways ຫລື ANA ຂອງຍີ່ປຸ່ນ
ເລີ້ມເອົາເຮືອບິນ Boeing 787 Dreamliner ຂຶ້ນບິນຄືນອີກ
ໃນວັນອາທິດມື້ນີ້ ສາມເດືອນກວ່າໆ ລຸນຫລັງທີ່ຝູງເຮືອບິນ
ດັ່ງກ່າວ ຊຶ່ງມີທັງໝົດ 50 ລໍາຢູ່ໃນທົ່ວໂລກ ໄດ້ຖືກສັ່ງຫ້າມບິນ
ຍ້ອນໝໍ້ໄຟມີບັນຫາ.

ເຮືອບິນລໍາດັ່ງກ່າວ ໄດ້ບັນທຸກຄະນະບໍລິຫານ ຈາກສາຍການ
ບິນ ANA ແລະບໍລິສັດ Boeing ຂຶ້ນບິນເປັນເວລາ 2 ຊົ່ວໂມງ ເພື່ອທົດລອງລະບົບໝໍ້ໄຟໄໝ່ ແລະເພື່ອຮັບປະກັນຕໍ່ບັນດາ
ລູກຄ້າວ່າ ເຮືອບິນດັ່ງກ່າວນີ້ປອດໄພ.

ການບິນທົດລອງທີ່ວ່ານີ້ ມີຂຶ້ນນຶ່ງມື້ ພາຍຫລັງທີ່ສາຍການບິນເອທີໂອເປຍໄດ້ເປັນສາຍ
ການບິນທໍາອິດ ທີ່ໄດ້ເລີ້ມນໍາເອົາເຮືອບິນໂບອີ້ງທີ່ມີບັນຫາດັ່ງກ່າວຂຶ້ນບິນຄືນອີກ.

ອົງການຄຸ້ມຄອງການບິນຂອງລັດຖະບານກາງສະຫະລັດ ໄດ້ໃຫ້ການອະນຸມັດການອອກ
ແບບໃໝ່ ໃນຕົ້ນເດືອນນີ້ ຊຶ່ງເປັນການແຜ້ວທາງໃຫ້ແກ່ເຮືອບິນລໍາອື່ນໆ ສາມາດເລີ້ມ
ບິນບໍລິການໃນທັນທີທັນໃດ ຫຼັງຈາກທີ່ໄດ້ມີການຕິດຕັ້ງລະບົບໝໍ້ໄຟ ທີ່ໄດ້ຮັບການປັບ
ປຸງໃໝ່.

ລັດຖະມົນຕີກະຊວງຂົນສົ່ງຂອງຍີ່ປຸ່ນ ໄດ້ໃຫ້ການອະນຸມັດຢ່າງເປັນທາງການ ໃນວັນສຸກ
ຜ່ານມານີ້ໃຫ້ສາຍການບິນຕ່າງໆຂອງຕົນ ເລີ້ມນຳໃຊ້ເຮືອບິນດັ່ງກ່າວຄືນໃໝ່ ລຸນຫລັງທີ່
ມີການປ່ຽນແປງແລ້ວ.

ໃນການກ່າວຕໍ່ພວກນັກສື່ຂ່າວ ທີ່ນະຄອນໂຕກຽວໃນວັນເສົາວານນີ້ ນັກວິສະວະກອນ ທ່ານ Michael Sinnett ທີ່ເປັນຫົວໜ້າວິສະວະກອນຂອງບໍລິສັດ Boeing ແລະ ຜູ້ນໍາໂຄງ
ການໂບອິງ 787 ເວົ້າວ່າ ຍັງບໍ່ພົບສາເຫດຕົ້ນຕໍ ທີ່ເຮັດໃຫ້ໝໍ້ໄຟບໍ່ທໍາງານໄດ້ເທື່ອ ແຕ່ການ
ເຮັດບ່ອນໃສ່ໝໍ້ໄຟໃໝ່ ທີ່ໄດ້ຮັບການປັບປຸງໃໝ່ແລ້ວນັ້ນ ຈະປ້ອງກັນເຮືອບິນບໍ່ໃຫ້ຖືກໄຟ
ໄໝ້ ໃນກໍລະນີທີ່ໝໍ້ໄຟລະລາຍຫຼືເກີດບັນຫາ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

XS
SM
MD
LG