ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໖ ມິຖຸນາ ໒໐໒໓

ຍີ່ປຸ່ນ ຈັບສະມາຊິກ ຄົນສຸດທ້າຍ ທີ່ຫຼົບໜີ ຂອງກຸ່ມ Aum Shin Rikyo


ຮູບປະກາດໝາຍຈັບ ນາຍ Katsuya Takahashi ອະດີດສະມາຊິກຂອງກຸ່ມສາສະໜາ Aum Shinrikyo (15 ມິຖຸນາ 2012)

ລາຍ​ງານ​ຂ່າວ​ຈາກ​ຍີ່ປຸ່ນ​ແຈ້ງວ່າ ຕຳຫຼວດ​ໄດ້​ຈັບ​ຜູ້ຫ​ລົບ​ລີ້ໜີ​ກົດໝາຍ​ຄົນ​ສຸດທ້າຍຂອງ​ກຸ່ມ
ສາສະໜາ Aum Shin Rikyo ທີ່ໄດ້​ໃຊ້ແກັສພິດ​ທຳລາຍ​ເສັ້ນປະສາດໂຈມ​ຕີ​ລະບົບ​ລົດ​ໄຟ
​ໃຕ້ດິນໃນ​ກຸງ​ໂຕ​ກຽວ ​ເມື່ອ​ປີ 1995.

ອົງການ​ໂທລະພາບ​ສາທາລະນະ NHK ຂອງ​ຍີ່ປຸ່ນ​ ລາຍ​ງານ​ວ່າ ນາຍ Katsuya Taka-
hashi ອາຍຸ 54 ປີ ອະດີດ​ສະມາຊິກ​ຂອງ​ກຸ່ມ​ສາສະໜາ Aum Shin Rikyo ​ໄດ້​ຖືກ​ຈັບ
​ໃນ​ວັນ​ສຸກ​ມື້ນີ້ ທີ່​ຮ້ານ​ກາ​ເຟຂາຍ​ປື້ມຕະລົກ​ແຫ່ງ​ນຶ່ງໃນ​ເຂດ​ໃຈກາງ​ນະຄອນຫຼວງ​ໂຕ​ກຽວ.
ພະນັກງານ​ທີ່​ເຮັດ​ວຽກ​ຢູ່​ຮ້ານ​ດັ່ງກ່າວຈື່​ລາວ​ໄດ້ແລະ​ໄດ້​ໂທລະສັບ​ໄປ​ເອີ້ນຕຳຫຼວດ.

ການ​ຕາມ​ລ່າ​ຫາ​ໂຕ​ນາຍ Takahashi ໄດ້​ເລີ່​ມຂຶ້ນ​ໃນ​ເຂດ​ກຸງ​ໂຕ​ກຽວ​ນັບ​ຕັ້ງແຕ່​ໄດ້​ມີ​ການ
​ຈັບ​ກຸມ ​ນາງ Naoko Kikuchi ອາຍຸ 40 ປີ ສະມາຊິກ​ອີກ​ຄົນນຶ່ງ ​ຂອງ​ກຸ່ມ​ສາສະໜາ​ດັ່ງ
ກ່າວທີ່​ໄດ້​ໃຊ້​ແກັສພິດ Sarin ​ໂຈມ​ຕີ​ລະບົບ​ລົດ​ໄຟໃຕ້ດິນທີ່​ເປັນ​ເຫດ​ໃຫ້ 13 ຄົນ​ເສຍ​ຊີວິດ​
ແລະ​ອີກ 6,000 ຄົນ​ໄດ້​ຮັບ​ບາດ​ ​ເຈັບ. ມີ​ການ​ສົງ​ໄສ​ວ່ານາງ​ເປັນ​ຜູ້​ຜະລິດ​ແກັສພິດ​ທີ່​ວ່າ​ນີ້.

ນອກ​ນັ້ນ​ແລ້ວກຸ່ມສາສະໜາ Aum Shin Rikyo ຍັງ​ເປັນ​ຜູ້​ຮັບຜິດຊອບ​ໃນການໃຊ້​ແກັສ
ພິດ Sarin ໂຈມ​ຕີ​ທີ່​ເມືອງ Matsumoto ​ໃນ​ເຂດ​ພາກ​ກາງຂອງ​ຍີ່ປຸ່ນ​ທີ່ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ
ວິດ 8 ຄົນ​ນັ້ນ.

ຜູ້ນຳຂອງ​ກຸ່ມ​ສາສະໜາ Aum Shin Rikyo ທ່ານ Shoko Asahara ພວມ ລໍຖ້າ​ການ
​ປະຫານ​ຊີວິດ ​ພ້ອມ​ກັບ​ສະມາ​ຊິກ​ຄົນ​ອື່ນໆ​ຂອງ​ກຸ່ມ​ດັ່ງກ່າວ​ຢ່າງ​ໜ້ອຍ 11 ຄົນ.

XS
SM
MD
LG