ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ບໍລິຈາກ ເຮືອລາດຕະເວນ ອີກ 2 ລຳ ໃຫ້ຫວຽດນາມ ທ່າມກາງຄວາມເຄັ່ງຕຶງ ໃນທະເລຈີນໃຕ້


ປະທານປະເທດຫວຽດນາມ ທ່ານ Truong Tan Sang ຮັບຟັງຄຳຖາມ ໃນລະຫວ່າງ ການສຳພາດ ເມື່ອວັນທີ 28 ກັນຍາ 2015, ໃນນະຄອນ New York. ທ່ານ Sang ກ່າວຕໍ່ ອົງການຂ່າວ AP ວ່າ ການກໍ່ສ້າງເກາະຂອງຈີນ ຢູ່ໃນເຂດທີ່ເປັນບັນຫາຂັດແຍ້ງກັນ ໃນທະເລຈີນໃຕ້ ແມ່ນເປັນ ການລະເມີດ ຕໍ່ກົດໝາຍສາກົນ ແລະ ເປັນໄພອັນຕະລາຍ ຕໍ່ຄວາມໝັ້ນຄົງທາງທະເລ. (AP Photo/Julie Jacobson)
ປະທານປະເທດຫວຽດນາມ ທ່ານ Truong Tan Sang ຮັບຟັງຄຳຖາມ ໃນລະຫວ່າງ ການສຳພາດ ເມື່ອວັນທີ 28 ກັນຍາ 2015, ໃນນະຄອນ New York. ທ່ານ Sang ກ່າວຕໍ່ ອົງການຂ່າວ AP ວ່າ ການກໍ່ສ້າງເກາະຂອງຈີນ ຢູ່ໃນເຂດທີ່ເປັນບັນຫາຂັດແຍ້ງກັນ ໃນທະເລຈີນໃຕ້ ແມ່ນເປັນ ການລະເມີດ ຕໍ່ກົດໝາຍສາກົນ ແລະ ເປັນໄພອັນຕະລາຍ ຕໍ່ຄວາມໝັ້ນຄົງທາງທະເລ. (AP Photo/Julie Jacobson)

ຍີ່ປຸ່ນ ໄດ້ຈັດສົ່ງ ກໍ່າປັ່ນອີກສອງລຳ ໄປຍັງ ຫວຽດນາມ ເພື່ອນຳ
ໄປຕົດັດແປງ ໃຫ້ເປັນເຮືອລາດຕະເວນ ໃຊ້ຢູ່ໃນເຂດນ້ຳທະເລ
ທີ່ຄັດແຍ້ງກັນ ໃນທະເລຈີນໃຕ້.

ເຮືອສອງລຳດັ່ງກ່າວ ຊຶ່ງໄດ້ສົ່ງໄປເຖິງ ທ່າເຮືອເມືອງ Da Nang
ໃນວັນອັງຄານວານນີ້ ແມ່ນເປັນການນຳສົ່ງຊຸດທີ 2 ຂອງການຕົກ
ລົງຂອງໂຕກ່ຽວ ທີ່ຈະສະໜອງ ເຮືອທີ່ໃຊ້ແລ້ວ ຈຳນວນ 6 ລຳ ໃຫ້
ແກ່ຫວຽດນາມ ເມື່ອປີ 2014 ເພື່ອຈະຫັນປ່ຽນ ໃຫ້ເປັນເຮືອລາດ
ຕະເວນ ສຳຫລັບໜ່ວຍທະຫານຍາມຝັ່ງຂອງຫວຽດນາມ ແລະ
ກະຊວງປະມົງ.

ຍີ່ປຸ່ນ ຍັງໄດ້ຕົກລົງທີ່ຈະສະໜອງອຸປະກອນ ແລະ ການແນະນຳທາງດ້ານເຕັກນິກນຳດ້ວຍ.
ໃນເດືອນກັນຍາ ທັງສອງຝ່າຍ ໄດ້ລົງນາມໃນຂໍ້ຕົກລົງຕ່າງຫາກ ທີ່ວ່າ ໂຕກຽວຈະມອບ
ກໍ່າປັ່ນ ອີກຫຼາຍລຳໃຫ້ຕື່ມ ໃນອະນາຄົດ.

ການນຳສົ່ງພວກກ່ຳປັ່ນຂອງຍີ່ປຸ່ນນັ້ນ ມີຂຶ້ນຫຼັງຈາກທີ່ ສະຫະລັດ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະມອບ ຢ່າງໜ້ອຍ ເຮືອທີ່ໄດ້ດັດແປງແລ້ວໃຫ້ເປັນ ເຮືອໄວລາດຕະເວນ ເພື່ອສົ່ງເສີມ ໜ່ວຍທະຫານຍາມຝັ່ງຂອງຫວຽດນາມ ໃຫ້ດີຂຶ້ນ.

ທ່ານ Nguyen Do, ກັບຕັນກ່ຳປັ່ນຫາປາຂອງຫວຽດນາມ ຜູ້ທີ່ຫາປາ ຢູ່ໃນເຂດນ້ຳທີ່ມີ
ບັນຫາຂັດແຍ້ງກັນນັ້ນ ກ່າວຕໍ່ວີໂອເອ ເມື່ອວັນອັງຄານວານນີ້ ວ່າ ການຊວ່ຍເຫຼືອຈາກ
ນານາຊາດ ແມ່ນມີຄວາມຕ້ອງການຫຼາຍທີ່ສຸດ.

ທ່ານ Nguyen Do ເວົ້າວ່າ "ເຖິງແມ່ນວ່າ ໄດ້ຖືກໂຈມຕີ ຢູ່ເລື້ອຍໆ ແລະ ໄດ້ຖືກຂັບໄລ່
ໃຫ້ອອກໄປ ໂດຍກ່ຳປັ່ນຂອງຈີນກໍຕາມ ພວກເຮົາກໍຍັງຈະຫາປາຢູ່ຕໍ່ໄປ ໃນເຂດນ້ຳ
ແຫ່ງນີ້ ພວກເຮົາບໍ່ມີທາງເລືອກ ອື່ນໃດ. ພວກເຂົາໄດ້ປົ້ນ ແລະ ທຳລາຍຊັບສິນຂອງ
ພວກເຮົາ ພວກເຂົາ ໄດ້ໄລ່ພວກເຮົາໃຫ້ອອກໄປຈາກບໍລິເວນນີ້. ກ່ຳປັ່ນຂອງພວກເຂົາ
ປະກອບດ້ວຍປືນໃຫຍ່ ທີ່ມີອາວຸດຢ່າງຄົບຖ້ວນ. ພວກກ່ຳປັ່ນເຫຼົ່ານີ້ ແມ່ນເປັນຂອງ
ພວກກອງກຳລັງທະຫານລາດຕະເວນ ຫຼື ເປັນກ່ຳປັ່ນສອດແນມຂອງກົມປະມົງ ມັນບໍ່
ແມ່ນເຮືອຫາປາຂອງພົນລະເຮືອນ."

ກັບຕັນເຮືອຫາປາ ທ່ານ Le Van Xinh ກ່າວວ່າ Hanoi ຕ້ອງນຳໃຊ້ກ່ຳປັ່ນໃໝ່ເຫຼົ່ານີ້
ໃຫ້ເປັນປະໂຫຍດ.

XS
SM
MD
LG