ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກ ຍີ່ປຸ່ນ ປະກາດ ຍຸບສະພາຕໍ່າ ແລະຈະຈັດ ການເລືອກຕັ້ງໃໝ່


ນາຍົກລັດຖະມົນຕີ ຍີ່ປູ່ນ ທ່ານ Yoshihiko Noda ຫຍຸບສະພາຕໍ່າ ເພື່ອຈັດການເລືອກຕັ້ງທົ່ວໄປ.
ນາຍົກລັດຖະມົນຕີ ຍີ່ປູ່ນ ທ່ານ Yoshihiko Noda ຫຍຸບສະພາຕໍ່າ ເພື່ອຈັດການເລືອກຕັ້ງທົ່ວໄປ.

ນາຍົກ​ລັດ​ຖະ​ມົນຕີຍີ່ປຸ່ນ ທ່ານ Yoshihiko Noda ​ໄດ້​ຍຸບ​
ສະພາ​ຕໍ່າ ​ເພື່ອຈັດ​ການ​ເລືອກ​ຕັ້ງທົ່ວ​ໄປ ​ຊຶ່ງຄາດ​ຄະ​ເນວ່າ​ຈະ​
ນຳເອົາການປາໄຊມາສູ່ພັກປະຊາທິປະໄຕຍີ່​ປຸ່ນຊຶ່ງ​ເປັນ​ພັກ​ລັດ
ຖະບານທີ່​ປົກຄອງ​ປະ​ເທດ ຢູ່​ໃນ​ເວລາ​ນີ້.

ການ​ເຄື່ອນ​ໄຫວ​ຂອງທ່ານ Noda ​ເພື່ອ​ຍຸບສະພາ​ຕໍ່າ ຊຶ່ງ​ເປັນ
ສະຖາ ບັນ​ນິຕິ​ບັນ​ຢັດ​ທີ່​ມີ​ອຳນາດ​ຂອງ​ປະ​ເທດ​ນັ້ນ ມີ​ຂຶ້ນຫລັງ
​ຈາກພັກ​ຝ່າຍ​ຄ້ານ ​ຄື​ພັກເສຣີປະຊາ​ທິປັດ ​ໄດ້​ຕົກລົງ​ຮັບ​ເອົາ​
ການ​ປະຕິ​ຮູບ​ຈຳນວນ ນຶ່ງ ຮວມທັງ​ການ​ຕັດ​ການ​ຂາດ​ດຸນ​ງົບ
ປະມານ​ແລະ​ມາດ​ຕະການ​ປະຕິ ຮູບ​ການ​ເລືອກ​ຕັ້ງ.

​ອະດີດນາຍົກ​ລັດ​ຖະ​ມົນຕີແລະ​ຜູ້ນຳ​ພັກ​ເສຣີປະຊາທິປັດທ່ານ Shinzo Abe ອາດ​ຈະ​ກັບ​ຄືນມາ​ເປັນ​ນໍາພາ​ລັດຖະບານອີກ ຖ້າ​ຫາກ​ວ່າ ພັກ​ຝ່າຍ​ຄ້ານ​ໄດ້​ຮັບ​ໄຊຊະນະ ​ໃນ​ການ​ເລືອກ​ຕັ້ງສະພາ​ຕໍ່າ ດັ່ງ​ທີ່​ການ​ຢັ່ງ​ຫາງສຽງ​ແນະ​ໃຫ້​ເຫັນນັ້ນ. ແຕ່​ບັນດາ​ຜູ້​ສັງ​ເກ​ດການ
ກ່າວວ່າເກືອບເປັນ​ທີ່​ແນ່ນອນ​ວ່າ ຈະ​ມີ​ລັດຖະບານ​ປະສົມ​ທີ່​ອ່ອນ​ແອໂຜ່​ໂຕຂຶ້ນມາຈາກ
ການເລືອກຕັ້ງດັ່ງກ່າວ ຊຶ່ງກໍານົດໃສ່ວັນທີ່ 16 ເດືອນທັນວາຈະມາເຖິງນີ້.

ກ່ຽວຂ້ອງກັນ

XS
SM
MD
LG