ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກການທູດຍີ່ປຸ່ນຄົນນຶ່ງ ຖືກໂຈມຕີ ຢູ່ເຢເມັນ


ຕໍາຫຼວດກວດເບິ່ງລົດຄັນນຶ່ງ ຢູ່ທາງເຂົ້າໂຮງໝໍ ບ່ອນທີ່ ນັກການທູດຍີ່ປຸ່ນ ພັກຮັກສາໂຕຢູ່ ໃນເມືອງຫຼວງ Sana'a ຂອງເຢເມັນ, ວັນທີ 15 ທັນວາ 2013.
ຕໍາຫຼວດກວດເບິ່ງລົດຄັນນຶ່ງ ຢູ່ທາງເຂົ້າໂຮງໝໍ ບ່ອນທີ່ ນັກການທູດຍີ່ປຸ່ນ ພັກຮັກສາໂຕຢູ່ ໃນເມືອງຫຼວງ Sana'a ຂອງເຢເມັນ, ວັນທີ 15 ທັນວາ 2013.
ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດໄພທ່ານ​ນຶ່ງ​ໃນ​ປະ​ເທດ​ເຢ​ເມັນ
ກ່າວ​ວ່າ ຄົນ​ຮ້າຍ​ກຸ່ມ​ນຶ່ງ​ໄດ້​ໂຈມ​ຕີ​ ​ໂດຍເອົາ​ມີດ​ແທງນັກ​ການ
​ທູດ​ຍີ່ປຸ່ນ​ຄົນ​ນຶ່ງ ຊໍ້າ​ແລ້ວ​ຊໍ້າ​ອີກ ຢູ່​ໃນ​ເມືອງ​ຫຼວງ Sanaa ​ໃນ
​ຄວາມ​ພະຍາຍາມທີ່​ຈະ​ລັກ​ຈັບໂຕ​ຜູ້ກ່ຽວ​ໄປ ​ແຕ່​ບໍ່ສໍ​າ​ເລັດ​ຜົນ.

​ເຈົ້າ​ໜ້າ​ທີ່​ເວົ້າ​ວ່າ ຄົນ​ຮ້າຍ​ໄດ້​ໂຈມ​ຕີນັກ​ການ​ທູດ​ຄົນ​ນັ້ນ​ ໃນ​ວັນ​
ອາທິດ​ມື້​ນີ້ ​ຢູ່​ບໍ່​ໄກ​ຈາກ​ສະຖານທູດ​ຍີ່ປຸ່ນ​ເທົ່າ​ໃດ ​ແລະໄດ້​ແທງ​
ຜູ້ກ່ຽວຫຼາຍໆ​ຄັ້ງ ຫຼັງຈາກ​ທີ່​ລາວຂັດ​ຂືນ ບໍ່​ຍອມ​ໄປ​ກັບ​ພວກ​ເຂົາ.

​ເຈົ້າ​ໜ້າ​ທີ່​ບໍ່​ໄດ້​ບອກ​ຊື່​ນັກ​ການ​ທູດຍີ່​ປຸນ​ ​ແຕ່​ກ່າວ​ວ່າ ​ເວລາ​ນີ້​ຜູ້ກ່ຽວ​ຢູ່​ໂຮງ​ພະຍາບານ ​
ແລະ​ຄາດ​ວ່າ ຈະ​ຫາຍ​ດີ​ຈາກ​ບາດ​ແຜ​ທີ່​ໄດ້​ຮັບ.

ການ​ລັກພາ​ໂຕ​ແມ່ນ​ເປັນ​ເລື້ອງ​ທໍາ​ມະ​ດາ ​ໃນ​ປະ​ເທດ​ເຢ​ເມັນ ບ່ອນ​ທີ່​ພວກ​ຊົນ​ເຜົ່າ​ທີ່​ຖື​ອາວຸດ ​ແລະ​ພວກ​ມຸສລິ​ມຫົວ​ຮຸນ​ແຮງ ມັກ​ຈັບ​ຄົນ​ໄປ ​ເປັນ​ໂຕ​ປະກັນ ​ເພື່ອ​ແລກເອົາເງິນ
​ຄ່າ​ໄຖ່ ຫລື​ແລກປ່ຽນ​ກັບ​ຄົນ​ຂອງ​ພວກ​ເຂົາ ທີ່​ຖືກ​ຈັບ​ເປັນ​ນັກ​ໂທດ.
XS
SM
MD
LG