ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໕ ມິຖຸນາ ໒໐໒໓

ຍີ່ປຸ່ນ ກຽມຮັບມື ຕໍ່ການຍິງຈະຫຼວດ ຂອງເກົາຫຼີເໜືອ (ວີດິໂອ)


ເຮືອພິຄາດ Myoko (ຊ້າຍ) ແລະ Kongo ຊຶ່ງເປັນເຮືອພິຄາດ ຮຸ້ນ Aegis ທີ່ຕິດຕັ້ງລະບົບຕໍ່ຕ້ານລູກສອນໄຟ ຂອງກອງທັບເຮືອຍີ່ປຸ່ນ ພວມແລ່ນອອກຈາກຖານທັບເຮືອ Sasebo ໃນພາກໃຕ້ຍີ່ປຸ່ນ (6 ທັນວາ 2012)
ຍີ່​ປຸ່ນ ກໍາລັງ​ຕິດ​ຕັ້ງ​ລະ​ບົບປ້ອງ​ກັນ​ລູກ​ສອນ​ໄຟ​ ໃນ​ການກຽມ​
ການ​ປ້ອງກັນ​ລ່ວງ​ໜ້າ ​ຕໍ່ແຜນ​ຍິງຈະ​ຫລວດ​ຂອງ​ເກົາຫລີ​ເໜືອ
ທີ່​ອາດ​ຈະ​ມີ​ຂື້ນ​ ໃນ​ວັນ​ຈັນ​ຈະ​ມາ​ນີ້ກໍ​ເປັນ​ໄດ້.

ໂທລະພາບຍີ່​ປຸ່ນ ​ໄດ້​ອອກ​ຂ່າວເຮືອ​ພິຄາດ Aegis ​3 ລຳ ທີ່​
ຕິດ​ລະບົບຕໍ່ຕ້ານ​ລູກ​ສອນ​ໄຟ SM-3 ຊຶ່ງ​ມີລາຍ​ງານ​ວ່າ ​ພວມ
​ມຸ່ງ​ໜ້າ​ໄປ​ສູ່​ທະ​ເລຈີນ​ຕາ​ເວັນ​ອອກ​ ແລະ​ທະ​ເລ​ຂອງ​ຍີ່​ປຸ່ນ ​ໃນ​
ວັນ​ພະຫັດ​ມື້​ນີ້.

ນອກ​ນັ້ນຍັງມີ​ການ​ສົ່ງລະບົບ​ຕໍ່ຕ້ານລູກ​ສອນ​ໄຟ Patriot ​ໄປ
ຍັງເກາະ Okinawa ​ຊຶ່ງ​ຕັ້ງຢູ່​ກ້ອງ​ເສັ້ນທາງ​ຜ່ານຂອງ​ຈະ​
ຫຼວດ​ເກົາຫຼີ​ເໜືອ. ລະ ບົບຕໍ່ຕ້ານລູກ​ສອນ​ໄຟ Patriot ຈໍາ
ນວນ​ນຶ່ງ ​ໄດ້ຖືກ​ນຳ​ໄປ​ຕິດຕັ້ງໄວ້ຢູ່​ເດີ່ນ ​ຫລັງ​ກະຊວງ​ປ້ອງ​
ກັນ​ປະ​ເທດຍີ່ປຸ່ນ ທີ່​ກຸງໂຕ​ກຽວ.

ຍີ່​ປຸ່ນ ​ໄດ້​ຂູ່​ວ່າ​ ຈະ​ຍິງທຳລາຍລູກ​ຈະຫຼວດ​ຂອງ​ເກົາຫລີ​ເໜືອ ຖ້າ​ຫາກ​ວ່າ​ມັນ​ອອກ​ນອກ​ເສັ້ນທາງ. ມັນ​ເປັນ​ທ່າ​ທີ​ແບບ​ດຽວ​ກັນ​ກັບປີ​ກາຍ​ນີ້ ທີ່​ລັດຖະບານ​ເອົາ ​ກ່ອນ​ໜ້າພຽງຢາງ​ໄດ້​ຍິງ​ຈະ​ຫຼວດທີ່​ປະສົບ​ກັບ​ຄວາມ ຫລົ້ມແຫລວ​ນັ້ນ.

ທ່ານ Micheal Cucek ນັກຄົ້ນຄວ້າ​ຜູ້​ນຶ່ງ​ທີ່ສູນ​ກາງການ​ສຶກສາ​ນາໆ ຊາດ MIT ​ທີ່​ກຸງໂຕ​ກຽວກ່າວ​ຕໍ່ວີ​ໂອ​ເອວ່າ ຊາວ​ຍີ່ປຸ່ນຫລາຍ​ຄົນ​ກໍາ ລັງພາກັນຈັບ​ຕາ​ເບິ່ງການ​ເຄື່ອນ​ໄຫວດັ່ງ
ກ່າວ​ນີ້ຢູ່.

ພຽງ​ຢາງ ກ່າວ​ວ່າ ຕົນ​ມີ​ແຜນ​ຍິງຈະ​ຫລວດ ທີ່​ປະກອບ​ດ້ວຍ 3 ທ່ອນ ລະຫວ່າງ​ວັນ​ທີ 10 ຫາວັນ​ທີ 22 ​ເດືອນ​ທັນວາ ​ໂດຍ​ກ່າວ​ວ່າ ການ​ຍິງ​ຈະ​ຫຼວດດັ່ງກ່າວ ​ແມ່ນ​ແນໃສ່​ເພື່ອ​ສົ່ງ​ດາວ​ທຽມ​ຂຶ້ນ​ສູ່​ວົງ​ໂຄຈອນ.

ບັນດາ​ປະ​ເທດ​ເພື່ອນ​ບ້ານ ​ແລະ​ປະ​ເທດ​ຕ່າງໆໃນໂລກ ພາ​ກັນ​ເຕືອນ ​ເກົາຫຼີ​ເໜືອ ກ່ຽວ​ກັບ​ການ​ຍິງຈະຫຼວດດັ່ງກ່າວ ໂດຍ​ກ່າວ​ວ່າ ​ມັນ​ເປັນ​ການປິດບັງ​ເພື່ອ​ທົດ​ລອງ​ລູກ​ສອນ​ໄຟ ທີ່​ຖືກຫ້າມ​ພາຍ​ໃຕ້​ການ​ລົງ​ໂທດ​ຂອງສ​ະຫະປະຊາ​ຊາດ.

ເບິ່ງວີດິໂອກ່ຽວຂ້ອງກັບເລື້ອງນີ້

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG