ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີ​ເໜືອ ຢືນ​ຢັນແຜນ​ການ​ທີ່​ຈະ​ປ່ອຍ​ດາວ​ທຽມ​ສອດ​ແນມ​ທາງ​ທະ​ຫານ


ຈໍ​ໂທ​ລະ​ພ​າບສາຍໃຫ້​ເຫັນ​ວ່າ​ເກົາ​ຫລີ​ເໜືອຍິງ​ຈະ​ຫລວດ​ຂຶ້ນ ​ໃນ​​ລາຍ​ການ​ຂ່າວ ຢູ່​ສະ​ຖາ​ນີ​ລົດ​ໄຟແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫລວງ​ໂຊ​ລ ຂອງ​ເກົາ​ຫລີ​ໃຕ້, ວັນ​ທີ 29 ພຶດ​ສະ​ພາ, 2023.
ຈໍ​ໂທ​ລະ​ພ​າບສາຍໃຫ້​ເຫັນ​ວ່າ​ເກົາ​ຫລີ​ເໜືອຍິງ​ຈະ​ຫລວດ​ຂຶ້ນ ​ໃນ​​ລາຍ​ການ​ຂ່າວ ຢູ່​ສະ​ຖາ​ນີ​ລົດ​ໄຟແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫລວງ​ໂຊ​ລ ຂອງ​ເກົາ​ຫລີ​ໃຕ້, ວັນ​ທີ 29 ພຶດ​ສະ​ພາ, 2023.

ເກົາຫຼີ​ເໜືອ​ ໄດ້​ປະ​ກາດ​ວ່າ ​ເຂົາ​ເຈົ້າ​ຈະ​ປ່ອຍ​ດາວ​ທຽມ​ສອດ​ແນມ​ທາງ​ທະ​ຫານ​ໃນ​ເດືອນ​ມິ​ຖຸ​ນາ ​ເພື່ອ​ຕິດ​ຕາມ​ການ​ເຄື່ອນ​ໄຫວ​ທາງ​ທະ​ຫານ​ຂອງ ສະ​ຫະ​ລັດ ແລະ ບັນ​ດາ​ຄູ່​ຮ່ວມ ຕາມ​ເວ​ລາ​ຈິງ​, ​ສື່ມວນ​ຊົນ​ລັດ​ຖະ​ບານ KCNA ໄດ້​ລາຍ​ງານ​ໃນ​ວັນ​ອັງ​ຄານ​ມື້ນີ້​ ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ.

ທ່ານ ຣີ ພ​ຽງ ໂຈ​ລ, ຮອງ​ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການກອງ​ທັບ​ສູນ​ກາງ ​ຂອງ​ພັກ​ກຳ​ມະ​ກອນ​ທີ່​ກຳ​ລັງ​ປົກ​ຄອງ​ປະ​ເທດ, ໄດ້​ກ່າວ​ປະ​ນາມ​ການ​ຊ້ອ​ມ​ລົບ​ຮ່ວມ​ທີ່​ຖືກ​ຈັດ​ຂຶ້ນ​ໂດຍ ສະ​ຫະ​ລັດ ແລະ ເກົາຫຼີ​ໃຕ້ ເພື່ອ​ສະ​ແດງ “ຄວາມ​ບໍ່​ລະ​ມັດ​ລະ​ວັງ​ສຳ​ລັບ​ການ​ຮຸກ​ຮານ” ຂອງ​ເຂົາ​ເຈົ້າ, ອົງ​ການ​ຂ່າວ KCNA ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ.

ດາວ​ທຽມ​ທີ່​ຈະ​ຖືກ​ຍິງ​ຂຶ້ນ​ໃນ​ໄວໆ​ນີ້, ພ້ອມ​ກັບ​ເທັກ​ໂນ​ໂລ​ຈີ​ສອດ​ແນມ​ອື່ນໆ​ຂອງ ເກົາຫຼີ​ເໜືອ, ແມ່ນ “ຈຳ​ເປັນ​ຢ່າງ​ຍິ່ງ​ເພື່ອ​ຕິດ​ຕາມ, ກວດ​ສອບ ແລະ ຮັບ​ມື​ກັບ​ການ​ດຳ​ເນີນ​ການ​ທາງ​ທະ​ຫານ​ທີ່​ອັນ​ຕະ​ລາຍ​ລ່ວງ​ໜ້າ​ໃນ​ເວ​ລາ​ຈິງ​ຂອງ ສະ​ຫະ​ລັດ ແລະ ກອງ​ກຳ​ລັງ​ສັກ​ດີ​ນາ​ຂອງ​ເຂົາ​ເຈົ້າ,” ອີງ​ຕາມ​ການ​ກ່າວ​ຂອງ​ຖະ​ແຫຼງ​ການ.

ໃນ​ອາ​ທິດ​ທີ່​ຜ່ານ​ມາ, ສະ​ຫະ​ລັດ ແລະ ​ໃຕ້ ໄດ້​ເລີ່ມ​ການ​ຊ້ອມ​ລົບ​ຂະ​ໜາດ​ໃຫຍ່​ສາມ​ອາ​ທິດ. ການ​ຝຶກ​ຊ້ອມ​ດັ່ງ​ກ່າວ​ແມ່ນ​ສ່ວນ​ນຶ່ງ​ຂອງ​ການ​ສະ​ແດງ​ກຳ​ລັງ​ຕໍ່ ເກົາຫຼີ​ເໜືອ, ເຊິ່ງ​ໄດ້ເລັ່ງ​ລັດ​ການຍິງ​ລູກ​ຂອງ​ໄຟ​ຂອງ​ເຂົາ​ເຈົ້າ​ຫຼາຍ​ຂຶ້ນ.

​ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG