ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຍີ່​ປຸ່ນ ປະ​ນາມ​ແຜນ​ການ​ສົ່ງ​ດາວ​ທຽມຂຶ້ນ​ສູ່​ວົງ​ໂຄ​ຈອນ ຂອງ​ ເກົາ​ຫລີ​ເໜືອ


ຈໍ​ໂທ​ລະ​ພ​າບສາຍໃຫ້​ເຫັນ​ວ່າ​ເກົາ​ຫລີ​ເໜືອຍິງ​ຈະ​ຫລວດ​ຂຶ້ນ ​ໃນ​​ລາຍ​ການ​ຂ່າວ ຢູ່​ສະ​ຖາ​ນີ​ລົດ​ໄຟແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫລວງ​ໂຊ​ລ ຂອງ​ເກົາ​ຫລີ​ໃຕ້, ວັນ​ທີ 29 ພຶດ​ສະ​ພາ, 2023. ເຈົ້າໜ້າທີ່ຍາມຝັ່ງຍີ່ປຸ່ນກ່າວ​ວ່າ​ ເກົາຫ​ລີ​ເໜືອແຈ້ງ​ໃຫ້​ຕົນ​ຊາບ ວ່າ​ຈະ​ມີ​ການ​ສົ່ງ​ດາວ​ທຽມ​ຂຶ້ນ​ໄປ
ຈໍ​ໂທ​ລະ​ພ​າບສາຍໃຫ້​ເຫັນ​ວ່າ​ເກົາ​ຫລີ​ເໜືອຍິງ​ຈະ​ຫລວດ​ຂຶ້ນ ​ໃນ​​ລາຍ​ການ​ຂ່າວ ຢູ່​ສະ​ຖາ​ນີ​ລົດ​ໄຟແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫລວງ​ໂຊ​ລ ຂອງ​ເກົາ​ຫລີ​ໃຕ້, ວັນ​ທີ 29 ພຶດ​ສະ​ພາ, 2023. ເຈົ້າໜ້າທີ່ຍາມຝັ່ງຍີ່ປຸ່ນກ່າວ​ວ່າ​ ເກົາຫ​ລີ​ເໜືອແຈ້ງ​ໃຫ້​ຕົນ​ຊາບ ວ່າ​ຈະ​ມີ​ການ​ສົ່ງ​ດາວ​ທຽມ​ຂຶ້ນ​ໄປ

ຍີ່ປຸ່ນ ກ່າວວ່າ ແຜນການຂອງເກົາຫຼີເໜືອທີ່ຈະສົ່ງດາວທຽມຂຶ້ນສູ່ວົງໂຄຈອນ ພາຍໃນ 2 ອາທິດຂ້າງໜ້າ ຈະເປັນການລະເມີດມະຕິຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ກ່ຽວກັບການທົດລອງລູກສອນໄຟຂີປະນາວຸດຄັ້ງກ່ອນຂອງ ເກົາຫຼີເໜືອ.

ພຽງ​ຢາງ ໄດ້​ແຈ້ງ​ໃຫ້​ເຈົ້າ​ໜ້າ​ທີ່​ຍາມ​ຝັ່ງ​ຍີ່ປຸ່ນ​ໃນ​ວັນ​ຈັນ​ມື້​ນີ້ຊາບ​ວ່າ ຕົນ​ມີ​ແຜນ​ຈະ​ສົ່ງດາວ​ທຽມຂຶ້ນໃນ​ລະຫວ່າງ​ວັນ​ທີ 31 ພຶດສະພາ​ຫາ​ວັນ​ທີ 11 ມິຖຸນາ​ນີ້. ແຈ້ງ​ການ​ດັ່ງ​ກ່າວ​ມີ​ຂຶ້ນ​ພຽງ​ແຕ່​ບໍ່​ເທົ່າ​ໃດ​ອາ​ທິດ ຫຼັງ​ຈາກ​ສື່​ມວນ​ຊົນ​ລັດ​ຂອງ​ເກົາ​ຫຼີ​ເໜືອ​ກ່າວ​ວ່າ ຜູ້​ນຳກິມ ຈົງ ອຶນອໄດ້​ອະ​ນຸ​ມັດ​ການ​ກະ​ກຽມຂັ້ນ​ສຸດ​ທ້າຍ​ສຳ​ລັບ​ການ​ສົ່ງດາວ​ທຽມ​ຄັ້ງ​ນີ້.

ເກົາຫຼີເໜືອຈະຕ້ອງສົ່ງດາວທຽມຂຶ້ນສູ່ວົງໂຄຈອນໂດຍໃຊ້ລູກສອນໄຟຂີປະນາວຸດໄລ ຍະໄກ ເຊິ່ງໄດ້ຖືກຫ້າມໂດຍມະຕິຂອງສະພາຄວາມໝັ້ນຄົງຂອງ​ສະ​ຫະ​ປະ​ຊາ​ຊາດ.

ເຈົ້າ​ໜ້າ​ທີ່​ຍີ່ປຸ່ນ ກ່າວ​ວ່າດາວ​ທຽມ​ດວງ​ນີ້​ ຄາດ​ວ່າ​ຈະ​ບິນ​ຜ່ານ​ໝູ່​ເກາະ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ ດັ່ງ​ທີ່​ໄດ້​ເຮັດ​ໃນ​ປີ 2016 ເມື່ອ​ເກົາຫຼີ​ເໜືອ​ໄດ້​ສົ່ງ​ດາວ​ທຽມ​ສັງ​ເກດການ​ໜ່ວຍ​ໂລກ​ຂຶ້ນ​ສູ່​ວົງ​ໂຄຈອນ. ກະຊວງ​ປ້ອງ​ກັນ​ປະ​ເທດໄດ້​ອອກ​ຄຳ​ສັ່ງ​ໃຫ້​ໜ່ວຍ​ງານ​ສະກັດ​ກັ້ນ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ທາງບົກ ​ແລະ ທາງ​ທະ​ເລ​ຂອງ​ຕົນ ​ຍິງ​ລູກ​ສອນ​ໄຟທຸກ​ລູກ ​ທີ່​ປາກົດ​ວ່າ​ເປັນ​ໄພ​ຂົ່ມຂູ່​ຕໍ່​ເຂດ​ດິນ​ແດນ​ຂອງ​ຕົນ.

ເບິ່ງວີ​ດິ​ໂອ​ທີ່​ກ່ຽວ​ຂ້ອງ​ກັບ​ຂ່າວ​ນີ້ ຈາກ ບີ​ລ ກາ​ລ​ໂລ (Bill Gallo), ນັກ​ຂ່າວ​ວີ​ໂອ​ເອ

US, South Korea Hold Biggest ‘Annihilation’ Drills
please wait

No media source currently available

0:00 0:01:53 0:00

ອ່ານ​ຂ່​າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG