ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈຳນວນ ຜູ້ເສຍຊີວິດ ຍ້ອນດິນເຈື່ອນ ຢູ່ຍີ່ປຸ່ນ ອາດເພີ້ມຂຶ້ນ ກາຍ 80 ຄົນ (ວີດີໂອ)


ພວກມອດໄຟ ພວມຊອກຄົ້ນຫາ ຜູ້ທີ່ອາດລອດຊີວິດມາໄດ້ ຢູ່ບ່ອນເກີດດິນເຈືຶ່ອນ ທີ່ຄຸ້ມ Asaminami ໃນເຂດນະຄອນ Hiroshima (22 ສິງຫາ 2014)
ພວກມອດໄຟ ພວມຊອກຄົ້ນຫາ ຜູ້ທີ່ອາດລອດຊີວິດມາໄດ້ ຢູ່ບ່ອນເກີດດິນເຈືຶ່ອນ ທີ່ຄຸ້ມ Asaminami ໃນເຂດນະຄອນ Hiroshima (22 ສິງຫາ 2014)

ຍີ່ປຸ່ນ ກ່າວວ່າ ຈຳນວນຜູ້ເສຍຊີວິດຍ້ອນດິນເຈື່ອນທີ່ໄດ້ພັງລົງມາ
ທັບຖົມບ້ານເຮືອນຫຼາຍສິບຫລັງໃນເຂດຊານເມືອງຂອງນະຄອນ
Hiroshima ເມື່ອຕົ້ນອາທິດນີ້ອາດຈະເພີ້ມຂຶ້ນເປັນສອງເທົ່າກາຍ
80 ຄົນ.

ເຈົ້າໜ້າທີ່ກ່າວໃນວັນສຸກມື້ນີ້ວ່າ ຈຳນວນຜູ້ທີ່ຫາຍສາບສູນໄດ້ເພີ້ມ
ຂຶ້ນເປັນ 52 ຄົນ ຊຶ່ງນັ້ນ ແມ່ນເພີ້ມຈາກ 39 ຄົນ ທີ່ໄດ້ຮັບການຢືນ
ຢັນໄປແລ້ວວ່າເສຍຊີວິດ ຍ້ອນດິນເຈື່ອນ ໃນມື້ວັນພຸດແລ້ວ.

ການຊອກຄົ້ນຫາໄດ້ສັ່ງໃຫ້ຢຸດເຊົາເປັນການຊົ່ວຄາວຍ້ອນຝົນຕົກ
ໜັກ ຊຶ່ງຄາດວ່າຈະດຳເນີນຕໍ່ໄປຈົນຮອດວັນເສົາມື້ອື່ນ ແລະອາດ
ຈະພາໃຫ້ເກີດດິນເຈື່ອນເພີ້ມຕື່ມ.

ຄວາມຢ້ານກົວດັ່ງກ່າວໄດ້ເພີ້ມທະວີຂຶ້ນເວລາເຈົ້າໜ້າທີ່ມອດໄຟແລະເດັກນ້ອຍຄົນນຶ່ງ ທີ່ລາວພະຍາຍາມຈະອູ້ມໄປສູ່ບ່ອນທີ່ປອດໄພນັ້ນ ໄດ້ຖືກນ້ຳຊຸໄປແລະເສຍຊີວິດຍ້ອນ ດິນເຈື່ອນຮອບສອງ ໃນມື້ວັນພຸດແລ້ວ.

ເຂດດັ່ງກ່າວມີຝົນຕົກໜັກປະມານ 24 ມິນລີແມັດ ຫຼືຫຼາຍເທົ່າກັບປະລິມານນ້ຳຝົນເປັນ ເວລານຶ່ງເດືອນ ຊຶ່ງຕົກລົງມາໃນໄລຍະ 24 ຊົ່ວໂມງ ທີ່ສິ້ນສຸດລົງໃນມື້ວັນພຸດ ໂດຍເຮັດ ໃຫ້ດິນທີ່ປຽກຊຸ່ມຢູ່ແລ້ວ ຍ້ອນລົມພາຍຸເມື່ອໄວໆມານີ້ ພາກັນເຈື່ອນລົງມາ.

ດິນ​ເຈື່ອນ​ເປັນໄພຂົ່ມຂູ່ທີ່ຮ້າຍແຮງ​ຕໍ່​ຍີ່ປຸ່ນ​ ຊຶ່ງ​ແອ​ອັດໄປດ້ວຍຜູ້ຄົນ ບ່ອນທີ່ບ້ານເຮືອນ
ທັງຫຼາຍແມ່ນປຸກ​ສ້າງ​ຢູ່​ເທິງ ຫຼື​ໃກ້ໆ​ກັບ​ເຈີ້ຍພູ​ທີ່ສູງ​ຊັນ.

JAPAN LANDSLIDES UPD VO
please wait

No media source currently available

0:00 0:00:42 0:00

XS
SM
MD
LG