ຍີ່ປຸ່ນໄດ້ແຊກແຊງເຂົ້າໃນຕະຫຼາດເງິນຕາຂອງໂລກໃນວັນພະຫັດມື້ນີ້ ໂດຍການປ່ອຍເງິນເຢັນອອກ ເຮັດໃຫ້ເງິນເຢັນຕົກລາຄາຫລາຍກວ່າ 3 ເປີເຊັນ ໃນຄວາມພະຍາຍາມເພື່ອຊ່ອຍສົ່ງເສີມພາກສ່ວນສິນຄ້າສົ່ງອອກຂອງຕົນ.
ທ່ານ Yoshihiko Noda ລັດຖະມົນຕີການເງິນກ່າວວ່າ ການຟື້ນໂຕຄືນຂອງຍີ່ປຸ່ນຈາກໄພພິບັດແຝດນັ້ນ ໄດ້ຮັບຄວາມຫຍຸ້ງຍາກຍ້ອນຄ່າຂອງເງິນເຢັນ ທີ່ໄດ້ຖີບໂຕສູງຂຶ້ນເກືອບເຖິງລະດັບຫລັງຈາກສົງຄາມໂລກຄັ້ງທີສອງ ຊຶ່ງສະຖິຕິທີ່ວ່ານີ້ໄດ້ມີຂຶ້ນໃນທັນທີຫລັງຈາກໄພແຜ່ນ ດິນໄຫວແລະຄື້ນຟອງຍັກສຸນາມິ ປະທະຍີ່ປຸ່ນໃນວັນທີ 11 ມີນາຜ່ານມານັ້ນ.
ທ່ານ Noda ບໍ່ໄດ້ກ່າວເຖິງຂະໜາດຂອງການແຊກແຊງວ່າ ນ້ອຍໃຫຍ່ສໍ່າໃດ ຊຶ່ງຍີ່ປຸ່ນໄດ້ກະທໍາໄປຫລັງຈາກທໍາການປຶກສາຫາລືກັບພວກປະເທດພາຄີນາໆຊາດແລ້ວ. ແຕ່ລາຍງານຂ່າວເວົ້າວ່າ ກະຊວງການເງິນຂອງຍີ່ປຸ່ນໄດ້ຂາຍເງິນເຢັນອອກ 1 ພັນຕື້ເຢັນ ຊຶ່ງເປັນມູນຄ່າເທົ່າກັບ 12 ພັນ 600 ລ້ານໂດລາສະຫະລັດ ເພື່ອຕີຕະຫຼາດແລະດຶງຄ່າເງິນເຢັນໃຫ້ຕໍ່າລົງ.
ທະນາຄານແຫ່ງຊາດຍີ່ປຸ່ນກໍໄດ້ທໍາການເຄື່ອນໄຫວເຊ່ນກັນ ໂດຍການຂະຫຍາຍກອງທຶນສໍາລັບຊື້ເອົາຊັບສິນທາງດ້ານການເງິນ. ວັດຖຸປະສົງກໍແມ່ນເພື່ອທຸ້ມເງິນເຂົ້າໃນລະບົບ ເພື່ອຊ່ອຍເຮັດໃຫ້ຄ່າຂອງເງິນເຢັນລົດລົງ.
ໃນແລງວັນພະຫັດມື້ນີ້ ຄ່າຂອງເງິນເຢັນຕົກຢູ່ປະມານ 79.75 ເຢັນຕໍ່ 1 ໂດລາສະຫະ
ລັດ ເມື່ອສົບທຽບໃສ່ກັບອັດຕາແລກປ່ຽນ 76.29 ເຢັນຕໍ່ 1 ໂດລາສະຫະລັດໃນວັນຈັນ
ຜ່ານມານີ້.