ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກືອບຮອດ 50 ຄົນ ໃນກໍາປັ່ນອີຕາລີ ທີ່ຈອດຢູ່ຍີປຸ່ນ ພົບວ່າ ຕິດເຊື້ອໄວຣັສໂຄໂຣນາ


ກໍາປັ່ນ Costa Atlantica ທີ່ມີລູກເຮືອ 48 ຄົນ ຖືກກວດພົບວ່າ ຕິດເຊື້ອໄວຣັສໂຄໂຣນານັ້ນ ເຂົ້າໄປຈອດຢູ່ທ່າເຮືອເມືອງ Nagasaki (ພາບຖ່າຍໃນວັນທີ 22 ເມສາ, 2020)
ກໍາປັ່ນ Costa Atlantica ທີ່ມີລູກເຮືອ 48 ຄົນ ຖືກກວດພົບວ່າ ຕິດເຊື້ອໄວຣັສໂຄໂຣນານັ້ນ ເຂົ້າໄປຈອດຢູ່ທ່າເຮືອເມືອງ Nagasaki (ພາບຖ່າຍໃນວັນທີ 22 ເມສາ, 2020)

ບັນດາເຈົ້າໜ້າທີ່ການແພດຍີປຸ່ນເວົ້າວ່າ ມີລູກເຮືອ 48 ຄົນຢູ່ໃນກໍາປັ່ນສໍາລານ ຂອງອີຕາລີລໍານຶ່ງ ທີ່ໄດ້ໄປຈອດຢູ່ເມືອງທ່າເຮືອ ນາກາຊາກິນັ້ນ ຖືກກວດພົບວ່າ ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຊຶ່ງລວມທັງມີ 14 ຄົນທີ່ໄດ້ຮັບການຢືນຢັນ ວ່າຕິດເຊື້ອໄວຣັສດັ່ງກ່າວ ໃນວັນພະຫັດມື້ນີ້ ອີກດ້ວຍ.

ກໍາປັ່ນຄົສຕາ ແອັດແລນຕິກາ (Costa Atlantica) ແລະລູກເຮືອ 623 ຄົນ ໄດ້ເຂົ້າໄປຈອດຢູ່ເມືອງທ່າເຮືອນາກາຊາກິ ນັບແຕ່ເດືອນມັງກອນ ເປັນຕົ້ນມາ ເພື່ອໄປສ້ອມແປງໂດຍໜ່ວຍງານຂອງບໍລິສັດມິຊຊຸບິຊິ ເຮັບວີອິນດັສທຣີ (Mitsubishi Heavy Industry) ຫລືອຸດສາຫະກໍາໜັກ ຂອງມິຊຊຸບິຊິ. ບັນດາລູກເຮືອໄດ້ຮັບ ການກວດພົບວ່າ ຕິດພະຍາດໂຄດວິດ-19 ໃນອາທິດ ແລ້ວນີ້ ພາຍຫລັງທີ່ກໍາປັ່ນ ລໍາດັ່ງກ່າວ ມີລູກເຮືອຄົນນຶ່ງລາຍງານວ່າ ໄດ້ ເລີ້ມມີອາການໄອ ແລະຄີງຮ້ອນ.

ຈໍານວນທັງໝົດຂອງຄົນທີ່ຕິດເຊື້ອລວມມີລູກເຮືອ 34 ຄົນທີ່ໄດ້ຮັບການຢືນຢັນ ໃນວັນພຸດວານນີ້. ຢ່າງໜ້ອຍລູກເຮືອຄົນນຶ່ງໄດ້ຖືກນໍາສົ່ງໄປເຂົ້າໂຮງໝໍນາກາ ຊາກິ ບ່ອນທີ່ລາວໄດ້ຮັບເຄື່ອງຊ່ວຍຫາຍໃຈຢູ່ໃນເວລານີ້. ບັນດາເຈົ້າໜ້າທີ່ການ ແພດເວົ້າວ່າ ພວກເພິ່ນຫວັງວ່າຈະກວດພວກລູກເຮືອທີ່ຍັງເຫລືອໃຫ້ແລ້ວ ພາຍ ໃນວັນສຸກມື້ອື່ນນີ້.

ນີ້ເປັນຄັ້ງທໍາອິດ ທີ່ຍີ່ປຸ່ນໄດ້ຮັບມືກັບການລະບາດຂອງໄວຣັສໂຄໂຣນາຢູ່ເທິງ ກໍາປັ່ນສໍາລານ. ກໍາປັ່ນສໍາລານເດຍມັນ ປຣິນແຊັສ (Diamond Princess) ທີ່ຕິດທຸງສະຫະລັດ ໄດ້ຖືກກັກກັນຢູ່ໃນເມືອງໂຢໂກຮາມາພາຍຫລັງທີ່ຄົນໂດຍ ສານ ໄດ້ຖືກກວດພົບວ່າ ເປັນພະຍາດນັ້ນແລ້ວ ແຕ່ວ່າ ໃນທີ່ສຸດກໍມີຄົນໂດຍ ສານ 700 ທີ່ຖືກວດພົບວ່າຕິດເຊື້ອພະຍາດນີ້.

ຍີ່ປຸ່ນມີກໍລະນີຄົນຕິດພະຍາດໂຄວິດ-19 ເກືອບຮອດ 12,000 ຄົນແລະເກືອບ ຮອດ 300 ຄົນ ຊຶ່ງບໍ່ລວມຈໍານວນຄົນຢູ່ໃນກໍາປັ່ນເດຍມັນ ປຣິນແຊັສ ໄດ້ເສຍ ຊີວິດໄປແລ້ວ. ປະເທດດັ່ງກ່າວ ປັດຈຸບັນນີ້ ແມ່ນຢູ່ໃນພາວະສຸກເສີນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG