ໂຄສົກລັດຖະບານຍີ່ປຸ່ນກ່າວວ່າ ໂຕກຽວຍັງບໍ່ທັນປະຕິເສດເຖິງ
ຄວາມເປັນໄປໄດ້ ກ່ຽວກັບການທີ່ຈະສົ່ງ ບັນດາເຈົ້າໜ້າທີ່ ໄປ
ປະຈຳຢູ່ຕາມໝູ່ເກາະໝູ່ດອນ ທີ່ຈີນກໍອ້າງເອົາກຳມະສິດເຊັ່ນ
ດຽວກັນ ທີ່ເຮັດໃຫ້ກຸງປັກກິ່ງຕອບໂຕ້ດ້ວຍຄວາມໂກດແຄ້ນນັ້ນ.
ຫົວໜ້າກອງເລຂາປະຈຳຄະນະລັດຖະບານ ທ່ານ Yoshihide
Suga ກ່າວໃນວັນອັງຄານມື້ນີ້ ໃນການຕອບຄໍາຖາມຂອງນັກ
ຂ່າວທີ່ວ່າ ການສົ່ງບັນດາພະນັກງານລັດຖະບານໄປປະຈຳຢູ່ໝູ່
ເກາະ ທີ່ມີການຂັດແຍ້ງກັນນັ້ນ “ແມ່ນທາງເລືອກອັນນຶ່ງ.” ແຕ່
ທ່ານບໍ່ໄດ້ໃຫ້ການອະທິບາຍເພີ້ມເຕີມ.
ໂຄສົກກະຊວງການຕ່າງປະເທດຈີນ ທ່ານ Hong Lei ໄດ້ຕອບໂຕ້ ຢ່າງໄວໂດຍເຕືອນ
ວ່າຍີ່ປຸ່ນຈະຕ້ອງ “ຮັບເອົາ” ເອົາຜົນທີ່ຈະຕິດ ຕາມມາ “ຖ້າຫາກ” ຍີ່ປຸ່ນທຳການເຄື່ອນ
ໄຫວແບບຂາດຄວາມຮັບຜິດ ຊອບ.”
ການໃຫ້ຄວາມເຫັນທີ່ວ່ານີ້ ມີຂື້ນມື້ນຶ່ງກ່ອນ ວັນຄົບຮອບນຶ່ງປີ ທີ່ຍີ່ປຸ່ນ ໄດ້ຊື້ໝູ່ເກາະຈໍາ
ນວນນຶ່ງຈາກເຈົ້າຂອງທີ່ເປັນເອກກະຊົນຊາວຍີ່ປຸ່ນ ຊຶ່ງ ເປັນການເຄື່ອນໄຫວ ທີ່ກໍ່ໃຫ້
ເກີດການປະທ້ວງຢ່າງໂກດແຄ້ນ ຕໍ່ຕ້ານຍີ່ປຸ່ນ ໃນຈີນ.
ນັບແຕ່ນັ້ນມາ ຈີນ ໄດ້ເພີ້ມການລາດຕະເວນ ທັງທາງອາກາດ ແລະທາງທະເລເປັນປະ
ຈຳ ໄປຍັງດິນແດນທີ່ມີການຂັດແຍ້ງຢູ່ໃນທະເລຈີນຕາເວັນອອກ ທີ່ພວກນັກຊ່ຽວຊານ
ບາງຄົນເຫັນວ່າເປັນພະຍາຍາມ ເພື່ອທ້າທາຍ ຍີ່ປຸ່ນທີ່ຄວບຄຸມໝູ່ເກາະເຫຼົ່ານີ້.
ໃນວັນອັງຄານມື້ນີ້ ຍີ່ປຸ່ນ ໄດ້ຮ້ອງທຸກຢ່າງເປັນທາງການຕໍ່ກຸງປັກກິ່ງ ກ່ຽວກັບການປະກົດໂຕ ຂອງກໍາລັດຖະບານຈີນ 8 ລຳ ຢູ່ທະເລດັ່ງ ກ່າວ. ໜ່ວຍຍາມຝັ່ງຍີ່ປຸ່ນ ກ່າວວ່າ ນີ້ເປັນກໍາປັ່ນຝູງທີ່ໃຫຍ່ສຸດ ນັບ ແຕ່ເດືອນເມສາປີນີ້ເປັນຕົ້ນມາ.