ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ເສັດສິ້ນ ຊີ​ວະປະຫວັດ 61 ເຫຼັ້ມ ຂອງ​ມື້​ລາງ ພະເຈົ້າ​ຈັກກະພັດ Hirohito


ພາບຖ່າຍ ທີ່ບໍ່ລະບຸວັນເວລາ ຂອງ ພະເຈົ້າ​ຈັກກະພັດ Hirohito ແຫ່ງຍີ່ປຸ່ນ.
ພາບຖ່າຍ ທີ່ບໍ່ລະບຸວັນເວລາ ຂອງ ພະເຈົ້າ​ຈັກກະພັດ Hirohito ແຫ່ງຍີ່ປຸ່ນ.

ຊີ​ວະປະຫວັດ ທີ່ປະກອບດ້ວຍ 61 ເຫລັ້ມ​ຂອງ​ມື້​ລາງພະເຈົ້າ​
ຈັກກະພັດ Hirohito ຂອງ​ຍີ່​ປຸ່ນ ​ໄດ້​ບັນລະຍາຍ​ໃຫ້​ເຫັນ​ວ່າ
​ພະອົງ​ໄດ້ຊົງຕຳໜິຕິຕຽນ ​ຕໍ່​ແຜນການ​ໂຈມ​ຕີ​ສະຫະລັດ ​ໃນ​ປີ
1941 ​ແລະກ່າວເຖິງ​ພະອົງ ວ່າ ມີ​ຄວາມໝັ້ນ​ໃຈ​ວ່າ​ຈັກກະພັດ
​ຍີ່​ປຸ່ນບໍ່​ມີ​ໂອ​ກາດ​ຈະ​ໄດ້​ຮັບ​ໄຊຊະນະ.

ຂໍ້ຄວາມບາງຕອນລ່ວງ​ໜ້າຂອງ​ຊີວະປະຫວັດທີ່ຍາວ 12,000
ໜ້າ ແມ່ນໄດ້ໃຫ້ລາຍ​ລະອຽດ​ຕ່າງໆ​ຂອງເຈົ້າຈັກກະພັດ Hiro-
hito ​ໃນລະ ຫວ່າງສົງຄາມ​ໂລກ​ຄັ້ງທີ 2 ​ໄດ້ນຳອອກ​ເຜີຍ​ແຜ່​
ໂດຍສື່ມວນຊົນຍີ່ປຸ່ນ ​ໃນ​ວັນ​ອັງຄານ​ວານ​ນີ້. ຂໍ້ຄວາມເຫຼົ່ານີ້​
ໄດ້​ສະ​ແດງໃຫ້​ເຫັນວ່າ ຈັກກະພັດ Hirohito ໄດ້ຊົງຕຳໜິແຕ່
​ຕົ້ນປີ 1939 ກ່ຽວ​ກັບ “ການມີໃຈໂນ້ມ ອຽງ” ​ ຢາກເຮັດສົງຄາມ​ ຂອງ​ກອງທັບ​ຍີ່ປຸ່ນ
​ໃນ​ຂະນະ​ທີ່ບັນ​ດາ​ຜູ້ນຳຂອງກອງທັບ ​ໄດ້ເຂົ້າຮ່ວມເປັນພັນທະມິດ ກັບນາ​ຊີ​ເຢຍຣະມັນ.

ອົງການ​ຂ່າວ Kyodo ຍັງ​ໄດ້​ອ້າງ​ອິງ​ເຖິງ​ຄຳ​ເຕືອນ ​ຂອງ​ຈັກກະພັດ Hirohito ​ໃນ​ເດືອນ
​ກໍລະກົດ ປີ 1941 ຕໍ່​ການ​ປະກາດ​ສົງຄາມ​ກັບ​ສະຫະລັດ​ຂອງ​ກອງທັບ​ເຮືອ​ຍີ່ປຸ່ນ. ມີລາຍ
ງານວ່າ ພະອົງຊົງໄດ້ທຳ ນາຍລ່ວງໜ້າ ​ກ່ຽວກັບການເຄື່ອນ​ໄຫວ​ນີ້ວ່າ “ບໍ່​ມີຫຍັງໜ້ອຍ
ໄປ​ກວ່າ​ ການເຮັດສົງຄາມ​ທຳລາຍ​ຕົວ​ເອງ​.”

5 ​ເດືອນຫຼັງຈາກ​ນັ້ນ ກອງທັບ​ເຮືອຂອງຈັກກະພັດຍີ່ປຸ່ນ ​ໄດ້​ໂຈມ​ຕີຖານທັບ​ເຮືອຂອງ​ສະ
ຫະລັດ ຢູ່ອ່າວ Pearl Harbor ລັດ Hawaii ຊຶ່ງ​ໄດ້​ແກ່ດຶງເອົາ​ສະຫະລັດ​ ເຂົ້າສູ່ສົງຄາມ
ໂລກ ທີ່ຍັງ​ຄົງມີຜົນ​ກະທົບ ໄປ​ທົ່ວ​ໂລກ 7 ທົດ​ສະ​ວັດ​ຕໍ່​ມາ.

XS
SM
MD
LG