ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄອຍະການ ຍີ່ປຸ່ນ ບຸກກວດຄົ້ນ ບໍລິສັດຕ່າງໆ ກ່ຽວກັບ ການປະມູນ ສ້າງລົດໄຟແມ່ເຫຼັກ


ລົດໄຟແມ່ເຫຼັກຂອງ ບໍລິສັດສູນກາງທາງລົດໄຟ ຍີ່ປຸ່ນເດີນທາງ
ກັບຄືນສູ່ສະຖານີ ຫຼັງຈາກໄດ້ສ້າງສະຖິຕິຄວາມໄວສູງທີ່ສຸດ
ໃນໂລກ ໃນການທົດລອງແລ່ນໃກ້ກັບພູເຂົາ ຟູຈິ. 21 ເມສາ, 2015.
ລົດໄຟແມ່ເຫຼັກຂອງ ບໍລິສັດສູນກາງທາງລົດໄຟ ຍີ່ປຸ່ນເດີນທາງ ກັບຄືນສູ່ສະຖານີ ຫຼັງຈາກໄດ້ສ້າງສະຖິຕິຄວາມໄວສູງທີ່ສຸດ ໃນໂລກ ໃນການທົດລອງແລ່ນໃກ້ກັບພູເຂົາ ຟູຈິ. 21 ເມສາ, 2015.

ບັນດາໄອຍະການນະຄອນຫຼວງ ໂຕກຽວ ໄດ້ບຸກກວດຄົ້ນ ສຳນັກງານໃຫຍ່ ຂອງສອງ
ບໍລິສັດກໍ່ສ້າງທີ່ໃຫຍ່ທີ່ສຸດຂອງ ຍີ່ປຸ່ນ ໃນການປະຕິບັດການສືບສວນສອບສວນ ກ່ຽວ
ກັບ ການກ່າວຫາເລື່ອງການລ່ວງລະເມີດກົດໝາຍຕໍ່ຕ້ານການຜູກຂາດ ທີ່ເຊື່ອມໂຍງ
ກັບການໄດ້ຮັບສັນຍາ ສຳລັບໂຄງການລົດໄຟແມ່ເຫຼັກ ມູນຄ່າຫຼາຍພັນລ້ານໂດລາ.

ບັນດານັກສືບສວນສອບສວນ ໄດ້ບຸກເຂົ້າໄປ ໃນຫ້ອງການຂອງບໍລິສັດ ຄາຈິມະ ແລະ
ຊິມິຊຶ ໃນວັນຈັນມື້ນີ້.

ໂຄສົກຄົນນຶ່ງສຳລັບບໍລິສັດ ຄາຈິມະ ໄດ້ກ່າວຕໍ່ອົງການຂ່າວ ຝຣັ່ງ ວ່າ ເຂົາເຈົ້າຈະ
“ຮ່ວມມືຢ່າງເຕັມທີ່ ກັບການສືບສວນສອບສວນ.”

ລາຍງານຂອງສື່ມວນຊົນກ່າວວ່າ ການກວດສອບນີ້ ໄດ້ເພັ່ງເລັງໃສ່ 4 ບໍລິສັດ. ອີກ
ສອງແຫ່ງ ແມ່ນບໍລິສັດ ໄຕ່ເຊ ແລະ ໂອບາຢາຊິ.

ບໍລິສັດ ໂອບາຢາຊິ ໄດ້ຖືກບຸກກວດຄົ້ນ ໃນຕົ້ນເດືອນນີ້ ໃນຂໍ້ສົງໄສ ວ່າ ຂັດຂວາງບໍລິ
ສັດອື່ນ ໃນການປະມູນໂຄງການທາງລົດໄຟ.

ບໍລິສັດ ໄຕ່ເຊ ບໍ່ໄດ້ຖືກບຸກກວດຄົ້ນ.

ສື່ມວນຊົນໃນທ້ອງຖິ່ນລາຍງານວ່າ ໃນ 4 ບໍລິສັດນັ້ນ ແຕ່ລະບໍລິສັດ ມີຕົວເລກໃບສັ່ງ
ເທົ່າກັນ ປະມານ 70 ເປີເຊັນຂອງການປະມູນລົດໄຟແມ່ເຫຼັກ ເມື່ອບໍ່ດົນມານີ້.

ໂຄງການລົດໄຟຂະໜາດໃຫຍ່ນີ້ ຄາດວ່າ ຈະມີມູນຄ່າ 80 ພັນລ້ານໂດລາ. ລົດໄຟແມ່
ເຫຼັກຈະແລ່ນໄວເຖິງ 500 ກິໂລແມັດຕໍ່ຊົ່ວໂມງ, ໄວຂຶ້ນສອງເທົ່າຂອງລົດໄຟຫົວລູກປືນ
ຫຼື ຄວາມໄວສູງໃນປັດຈຸບັນ.

ລົດໄຟແມ່ເຫຼັກຄາດວ່າຈະເປີດໃຊ້ບໍລິການໃນປີ 2027, ເຊື່ອມຕໍ່ນະຄອນຫຼວງ ໂຕກຽວ,
ເມືອງ ນາໂກຢາ ແລະ ໂອຊາກາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG