ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮືອລາດຕະເວນຈີນ ເຄື່ອນຍ້າຍ ອອກຈາກເຂດ ໝູ່ເກາະ ທີ່ມີການຂັດແຍ້ງກັນ


ຮູບພາບຈາກເຮືອບິນນັກຂ່າວ Kyodo ໄດ້ສະແດງໃຫ້ເຫັນວ່າ ເຮືອສັງເກດການຈີນ ກໍາລັງເຄື່ອນຍ້າຍຄຽງຂ້າງ ກັບເຮືອຍາມຝັ່ງຍີ່ປຸ່ນ.
ຮູບພາບຈາກເຮືອບິນນັກຂ່າວ Kyodo ໄດ້ສະແດງໃຫ້ເຫັນວ່າ ເຮືອສັງເກດການຈີນ ກໍາລັງເຄື່ອນຍ້າຍຄຽງຂ້າງ ກັບເຮືອຍາມຝັ່ງຍີ່ປຸ່ນ.
ເຮືອ​ສັງ​ເກດ​ການ​ຂອງ​ຈີນ​ໝົດທັງ 6 ລໍາ​ ໄດ້ແລ່ນອອກ
​ຈາກ​ເຂດ​ນ່ານນໍ້າທີ່ຄວບ​ຄຸມ​ໂດຍຍີ່ປຸ່ນ​ແລ້ວ ຫລັງ​ຈາກ​
ໄດ້​ທໍາ​ການ​ລາດຕະ​ເວນເປັນ​ເວລາ​ລະຍະ​ສັ້ນໆໃກ້ ກັບ
​ໝູ່​ເກາະ​ທີ່​ມີ​ການ​ຂັດ​ແຍ້​ງກັນນັ້ນ.

ໜ່ວຍ​ເຮືອ​ຍາມ​ຝັ່ງ​ຍີ່ປຸ່ນ ກ່າວ​ວ່າ ບັນດາ​ເຮືອ​ຂອງ​ຈີນ ໄດ້​ແລ່ນ​ອອກຈາກ​ເຂດ​ອ້ອມແອ້ມ​ໝູ່​ເກາະ​ທີ່​ບໍ່​ມີ​ຄົນ​ຢູ່​ ໃນ​ວັນ​ສຸກມື້ນີ້ ຫລັງ​ຈາກ​ທັງ​ສອງ​ຝ່າຍຕ່າງ​ກໍ​ໄດ້​ ເຕືອນກັນ​ແລະ​ກັນ ​ຢູ່​ເຂດ​ນ່ານນໍ້າ​ທີ່​ຂັດ​ແຍ້​ງດັ່ງກ່າວ.

ຍີ່ປຸ່ນ ​ໄດ້​ຈັດ​ຕັ້ງ​ກອງກຳລັງ​ສຸກ​ເສີນຂຶ້ນ ແລະ​ໄດ້​ຮຽກ​ໂຕ​ເອກ​ອັກ​ຂະ​ລັດຖະທູດ​ຈີນ​ເຂົ້າພົບ ​ເພື່ອເປັນ​ການຕອບ​ໂຕ້​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ຈີນ ທີ່ຍີ່ປຸ່ນ​ຮ້ອງວ່າ “​ເປັນທີ່​ໜ້າ​ເສຍ​ໃຈ” ​ແລະ “ບໍ່​ເຄີຍ​ມີ​ມາ​ກ່ອນ.”

ໂຄສົກກະຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານ Hong Lei ກ່າວ​ວ່າ ການ​ “​ບັງ​ຄັບ​ ປະຕິບັດກົດໝາຍ​ເປັນ​ປະ​ຈໍາ” ແມ່ນ “​ສົມ​ເຫດ​ສົມ​ຜົນ​ທີ່​ສຸດ” ​ແລະ​ຍັງ​ກ່າວ​ອີກ​ວ່າ ຄວາມ​ຕຶງຄຽດ​ລະຫວ່າງ​ໂຕ​ກຽວ ​ແລະປັກ​ກິ່ງ ໃນ​ປັດຈຸບັນ​ນີ້ “​ໄດ້​ສ້າງ​ຂື້ນ​ໂດຍ​ຍີ່ປຸ່ນ​ທັງ​ໝົດ.”
ອົງການ​ຂ່າວ​ຊິນ​ຫົວຂອງທາງ​ການ​ຈີນກ່າວ​ວ່າ ການ​ປະຕິບັດ​ງານ​ຂອງ​ຈີນ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໃຫ້​ແກ່​ການ​ຄຸຍ​ໂມ້​ເກີນ​ຄວາມເປັນ​ຈິງ​ຂອງ​ຍີ່ປຸ່ນ.

ຄວາມ​ຕຶງຄຽດ​ກ່ຽວ​ກັບ​ໝູ່​ເກາະ​ຫີນ ທີ່ຮູ້​ກັນໃນຍີ່ປຸ່ນ​ວ່າ Senkaku ​ແລະ ​ Diaoyu ​ໃນ​ຈີນ​ນັ້ນ ໄດ້ເພີ່ມ​ທະວີ​ຂຶ້ນ ນັບ​ແຕ່​ຍີ່ປຸ່ນໄດ້ສ້າງ​ຄວາມ​ໂກດ​ແຄ້ນແກ່​ຈີນ ​ໂດຍ​ການ​ຊື້​ເອົາ​ໝູ່​ເກາະນີ້ຈາກປະຊາກອນ​ຍີ່​ປຸ່ນຄົນ​ນຶ່ງ​ທີ່​ເປັນ​ເຈົ້າ​ຂອງ​ດິນ.
XS
SM
MD
LG