ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຍີ່ປຸ່ນຈັບ ນັກເຄຶ່ອນໄຫວຈີນ ທີ່ລ່ວງລໍ້າເກາະ ທີ່ຕົນອ້າງເອົາກໍາມະສິດ


ພວກທີ່ບໍ່ເຫັນດີນໍາການຈັບກຸ່ມນັກເຄື່ອນໄຫວຊາວຈີນ ພາກັນໄປປະທ້ວງ ຢູ່ຕໍ່ໜ້າສະຖານກົງສູນຂອງຍີ່ປຸ່ນ ຢູ່ຮົງກົງ, ວັນທີ 15 ສິງຫາ 2012.
ພວກທີ່ບໍ່ເຫັນດີນໍາການຈັບກຸ່ມນັກເຄື່ອນໄຫວຊາວຈີນ ພາກັນໄປປະທ້ວງ ຢູ່ຕໍ່ໜ້າສະຖານກົງສູນຂອງຍີ່ປຸ່ນ ຢູ່ຮົງກົງ, ວັນທີ 15 ສິງຫາ 2012.
ຍີ່ປຸ່ນກໍາລັງຄິດຫາວິທີວ່າ ຈະຈັດການກັບນັກເຄຶ່ອນໄຫວຈີນ
14 ຄົນ ທີ່ຖືກຈັບກຸມຢ່າງໃດ ຫຼັງຈາກພວກເຂົາເຈົ້າໄດ້ຂຶ້ນໄປ
ເກາະທີ່ເປັນຂໍ້ຂັດແຍ້ງກັນ ຊຶ່ງຍິ່ງຈະສ້າງຄວາມເສຍຫາຍໃຫ້
ແກ່ຄວາມສໍາພັນຂອງປະເທດເພື່ອນ ບ້ານທັງສອງໃນຂົງເຂດ
ເອເຊຍອອກໄປອີກນັ້ນ. ບັນດານັກເຄຶ່ອນໄຫວຈີນໄດ້ຂຶ້ນໄປ
ເທິງເກາະ ໃນເຂດທະເລຈີນຕາເວັນອອກ ເມື່ອວັນພຸດວານນີ້
ໂດຍໄດ້ປັກທຸງຊາດ ແລະ ຮ້ອງເພງຊາດຈີນ ກ່ອນຈະຖືກຈັບ
ກຸມໃນທັນທີ ແລະຖືກກ່າວຫາວ່າຝ່າຝືນກົດໝາຍເຂົ້າເມືອງ.

ຍີ່ປຸ່ນກໍາລັງສົ່ງບັນດານັກເຄຶ່ອນໄຫວດັ່ງກ່າວ ໄປຍັງເກາະໂອ
ກິນາວາ ເພື່ອສອບປາກສອບຄໍາ ທີ່ມີລາຍງານວ່າ ຈະພິຈາ
ລະນາເນລະເທດພວກເຂົາເຈົ້າ ອັນເປັນວິທີທາງນຶ່ງ ເພື່ອຫຼີກ
ລ່ຽງການຜິດຖຽງກັບປັກກິ່ງ ຊຶ່ງໄດ້ຍື່ນຄໍາຮ້ອງທຸກຢ່າງເປັນ
ທາງການ ແລະທວງໃຫ້ປ່ອຍຕົວພວກເຂົາເຈົ້າ ຢ່າງບໍ່ມີເງື່ອນໄຂໃດໆທັງສິ້ນ.

ພວກໝູ່ເກາະທີ່ບໍ່ມີຄົນຢູ່ອາໄສ ທີ່ຮູ້ກັນໃນພາສາຍິ່ປຸ່ນວ່າ ໝູ່ເກາະ Senkaku ແລະ
Diaoyo ໃນພາສາຈີນນັ້ນ ເປັນເຂດທີ່ມີການຜິດຖຽງກັນຢູ່ເລື້ອຍໆ ລະຫວ່າງໂຕກຽວ
ແລະປັກກິ່ງ. ໝູ່ເກາະດັ່ງກ່າວຕັ້ງຢູ່ໃນພື້ນທີ່ ທີ່ອຸດົມສົມບູນ ດ້ວຍແກັສທຳມະຊາດ
ແລະມີປາຫຼາຍ. ການຂຶ້ນໄປເທິງເກາະຂອງນັກເຄື່ອນໄຫວຈີນ ເປັນມື້ດຽວກັນກັບວັນ
ຄົບຮອບຂອງການຍອມແພ້ສົງຄາມໂລກຄັ້ງທີ່ສອງຂອງຍີ່ປຸ່ນ ຊຶ່ງເປັນມື້ທີ່ມັກຈະ
ເກີດຄວາມເຄັ່ງຕຶງ ລະດັບຂົງເຂດນັ້ນ.
XS
SM
MD
LG