ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນ ຈີນ ແລະ ເກົາຫຼີໃຕ້ ພົບປະ ລະດັບ ລັດຖະມົນຕີ ທີ່ ນະຄອນໂຊລ


ລັດຖະມົນຕີຕ່າງປະເທດຈີນ ທ່ານ Wang Yi (ຂວາ) ເກົາຫລີໃຕ້ ທ່ານ Yun Byung-se (ກາງ) ແລະ ຍີ່ປຸ່ນ ທ່ານ Fumio Kishida (ຊ້າຍ)
ລັດຖະມົນຕີຕ່າງປະເທດຈີນ ທ່ານ Wang Yi (ຂວາ) ເກົາຫລີໃຕ້ ທ່ານ Yun Byung-se (ກາງ) ແລະ ຍີ່ປຸ່ນ ທ່ານ Fumio Kishida (ຊ້າຍ)

ບັນດາ​ລັດຖະມົນ​ຕີ ຕ່າງປ​ະ​ເທດ ​ເກົາຫລີ​ໃຕ້ ຈີນ ​ແລະ​ຍີ່ປຸ່ນ
​ໄດ້​ພົບ​ປະກັນ​ຢູ່ ນະຄອນ​ໂຊ​ລ ​ໃນ​ວັນ​ເສົາ​ມື້​ນີ້ ​ເພື່ອ​ເຈລະຈາ
ຫາລື ​ເນັ້ນ​ໜັກ​ໃສ່່​ການຫລຸດຜ່ອນ​ຄວາມ​ເຄັ່ງ​ຕືງຢູ່​ໃນ​ຂົງ​ເຂດ
ທີ່ມີສາ​ເຫດ​ມາຈາກການຂັດແຍ້​ງໃນເລື້ອງເຂດນ້ຳ ແດນ​ດິນ
​ແລະ​ປະຫວັດສາດ​ທີ່​ຜ່ານ​ມາ ຂອງພວກເຂົາເຈົ້າ.

ບັນດາ​ນັກ​ການ​ທູດ​ຂັ້ນ​ສູງທັງ​ສາມ​ທ່ານ ​ໄດ້​ພົບ​ປະກັນ​ ຫລັງ​
ຈາກ​ການ​ປະ​ຊຸມ​ສອງຝ່າຍທີ່ມີມາເປັນລຳດັບຈຳນວນນຶ່ງໃນ
ການເຈລະຈາຢ່າງເປັນທາງການຄັ້ງ​ທຳ​ອິດ ນັບ​ແຕ່​ເດືອນ
​ເມສາ ປີ 2012 ເປັນຕົ້ນມາ.

ຖະແຫລງການຮ່ວມສະບັບນຶ່ງຫລັງຈາກໄດ້ມີການເຈລະຈາກັນແລ້ວ ກ່າວວ່າ ພວກທ່ານ
ໄດ້ຕົກລົງກັນ ທີ່ຈະຈັດການພົບປະສຸດຍອດສາມຝ່າຍຂຶ້ນ ໂດຍໄວ ເທົ່າທີ່ຄວາມສະດວກ
ອຳນວຍໃຫ້. ການພົບປະສຸດຍອດໃນທຳນອງນີ້ ບໍ່ໄດ້ຈັດຂຶ້ນມາໄດ້ເກືອບສາມປີແລ້ວ.

​ເຖິງ​ແມ່ນ​ວ່າ ທັງ​ສາມ​ປະ​ເທດ​ມີ​ສາຍພົນພັນ​ທີ່ເຂັ້ມແຂງທາງດ້ານເສດຖະກິດ ກໍຕັ້ງແຕ່
ຄວາມສຳພັນໂດຍທົ່ວໄປແມ່ນຍັງ​ເຍຶຶອກ​ເຢັນຢູ່ ​ເພາະວ່າ​ ຍັງມີບັນຫາຂັດແຍ້ງໃນ​ເລື້ອງ​
ເຂດ​ນໍ້າ​ແດນ​ດິນກັບຈີນ ​ແລະ​ຄວາມ​ເປັນ​ປໍ​ລະ​ປັກ​ກັນ ທີ່​ມີ​ມາ​ແຕ່​ສະ​ໄໝເກົາ​ຫລີ ​ຍັງເປັນ
​ຫົວ​ເມືອງ​ຂື້ນ​ຂອງຍິ່ປຸ່ນແລະ​ການຍຶດຄອງ​ບາງເຂດ ​ຂອງ​ຈີ​ນໂດຍຍີ່ປຸ່ນ ທັງກ່ອນ ​ແລະ​ໃນລະຫວ່າງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ.

Sokor Chin Japan
please wait
Embed

No media source currently available

0:00 0:00:24 0:00

ກ່ອນ​ການ​ເຈລະຈາກັນນັ້ນ ປະທານາທິບໍດີເກົາຫລີ​ໃຕ້ ທ່ານ​ນາງ Park Geun-hye ​ໄດ້
​ພົບ​ປະ​ກັບລັດຖະມົນຕີຕ່າງປະ​ເທດຍີ່ປຸ່ນ ທ່ານ Fumio Kishida, ລັດຖະມົນຕີຕ່າງ ປະ​
ເທດ​ຈີນ ທ່ານ Wang Yi ​ແລະລັດຖະມົນຕີ​ເກົາຫລີ​ໃຕ້ ທ່ານ Yun Byung-se ​ເພື່ອ​ສົນ
ທະນາ​ກ່ຽວ​ກັບ​ບັນຫາ​ຕ່າງໆ ທີ່​ມີ​ຄວາມ​ເປັນ​ຫ່ວງ​ຕໍ່ທັງ​ສາມ​ປະ​ເທດ.

ການເຈລະຈາສາມ​ຝ່າຍ ບໍ່​ຄາດ​ວ່າ​ ຈະ​ພາໃຫ້ເກີດຜົນໃນ​ຄວາມ​ຄືບໜ້າທີ່ເປັນ ຮູບປະທຳ
ໃດໆ ​ແຕ່ກໍເປັນ​ບາດກ້າວ​ອັນ​ສຳຄັນ​ທຳ​ອິດ ​ເພື່ອ​ຟື້ນຟູການເຈລະຈາ ປະຈຳປີເພື່ອຫາລື
ກ່ຽວກັບການ​ຮ່ວມມືກັນ.

ສະຫະລັດຢາກໃຫ້ ຈີນ ຍີ່ປຸ່ນ ກັບເກົາຫລີໃຕ້ ປຸ້ມລຸມກັນ ຕໍ່ຕ້ານເກົາຫລີເໜືອ:

US Wants Feuding Asian Powers to Unite Against North Korea
please wait

No media source currently available

0:00 0:02:45 0:00

XS
SM
MD
LG