ສື່ມວນຊົນຂອງຍີ່ປຸ່ນລາຍງານວ່າ ນາຍົກລັດຖະມົນຕີຂອງ
ຍີ່ປຸ່ນແລະຈີນ ຈະພົບປະກັນຢູ່ຂ້າງນອກ ຂອງກອງປະຊຸມ
ສຸດຍອດອາຊ່ຽນ ທີ່ຫວຽດນາມໃນວັນສຸກມື້ນີ້ເພື່ອສົນທະ
ນາຫາລື ກ່ຽວກັບການຊອກຫາຊ່ອງທາງ ຫຼຸດຜ່ອນຄວາມ
ເຄັ່ງຕຶງທີ່ໄດ້ເພີ່ມທະວີຂຶ້ນ ໃນໄລຍະສອງສາມເດືອນຜ່ານ
ມານີ້.
ລັດຖະມົນຕີການຕ່າງປະເທດຂອງປະເທດທັງສອງໄດ້ພົບ
ປະກັນໃນຕອນເຊົ້າມື້ນີ້ ກ່ອນການເຈລະຈາຫາລືທີ່ຄາດວ່າ
ຈະມີຂຶ້ນ ລະຫວ່າງນາຍົກລັດຖະມົນຕີຍີ່ປຸ່ນທ່ານ Naoto
Kan ແລະນາຍົກລັດຖະມົນຕີຈີນ ທ່ານ Wen Jiabao.
ຄວາມສຳພັນລະຫວ່າງປະເທດທັງສອງ ໄດ້ຊຸດໂຊມລົງ
ຫຼັງຈາກຍີ່ປຸ່ນໄດ້ຈັບກັບຕັນເຮືອປະມົງຈີນ ທີ່ໄດ້ແລ່ນຕຳ
ເຮືອລາດຕະເວນຂອງໜ່ວຍຍາມຝັ່ງຍີ່ປຸ່ນ 2 ລຳໃນ ເດືອນກັນຍາຜ່ານມາ.
ຈີນໄດ້ສະແດງປະຕິກິລິຍາຕອບໂຕ້ຢ່າງແຂງຂັນຕໍ່ການຈັບກຸມກັບຕັນເຮືອປະມົງດັ່ງກ່າວ
ແລະປະເທດທັງສອງ ໄດ້ຕັດຂາດການຕິດຕໍ່ໃນລະດັບສູງ.
ຄວາມຮັກຊາດຢ່າງແຮງກ້າ ພວມຟົດເດືອດຢູ່ໃນປະເທດຍີ່ປຸ່ນແລະຈີນແລະໄດ້ມີການໂຮມ
ຊຸມນຸມປະທ້ວງ ຂະໜາດໃຫຍ່ຂຶ້ນຢູ່ໃນປະເທດທັງສອງ.