ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຍີ່ປຸ່ນ ຟ້ອງກັບຕັນ ເຮືອປະມົງຈີນ


ໝູ່ເກາະ Senkaku ຕາມພາສາຍີ່ປຸ່ນ ຫຼື Diaoyou ໃນພາສາຈີນ ທີ່ເກີດການຂັດແຍ້ງ ໃນເຂດທະເລຈີນ ຕາເວັນອອກ
ໝູ່ເກາະ Senkaku ຕາມພາສາຍີ່ປຸ່ນ ຫຼື Diaoyou ໃນພາສາຈີນ ທີ່ເກີດການຂັດແຍ້ງ ໃນເຂດທະເລຈີນ ຕາເວັນອອກ

ຍີ່ປຸ່ນ ​ໄດ້​ຍື່ນ​ຟ້ອງກັບຕັນ​ເຮືອ​ປະມົງ​ຈີນ ທີ່​ໄດ້​ກໍ່​ໃຫ້​ເກີດ​ເຫດການ​ລະຫວ່າງ​ຊາດຂຶ້ນ ​ໃນ​ປີ
2010 ​ເວລາ​ລາວ​ເອົາ​ເຮືອ​ຂອງ​ລາວ​ແລ່ນ​ເຂົ້າຕຳ​ກຳ​ປັ່ນ 2 ລຳ​ຂອງໜ່ວຍ​ຍາມ​ຝັ່ງ​ຍີ່ປຸ່ນ​ໃກ້
ກັບໝູ່​ເກ​າະ​ແຫ່ງ​ນຶ່ງ​ທີ່​ມີ​ການຂັດ​ແຍ້​ງກັນ ​ໃນ​ທະ​ເລ​ຈີນ​ຕາ​ເວັນ​ອອກ.

ການຍື່ນ​ຟ້ອງ​ຢ່າງ​ເປັນ​ທາງ​ການ​ຊຶ່ງ​ໄດ້​ມີ​ການ​ປະກາດ​ໃນ​ວັນ​ພະຫັດ​ວານ​ນີ້ ມີ​ຂຶ້ນຫຼັງຈາກ
ຄະນະ​ກຳມະການ​ສືບສວນ​ທີ່​ເປັນ​ອິດສະຫຼະ​ໄດ້​ຕ່າວ​ປີ້ນການ​ຕັດສິນໃຈຂອງ​ຄະນະ​ໄອ​ຍະ​
ການເພື່ອ​ຍົກ​ເລີກ​ຂໍ້​ຫາ​ຕໍ່​ກັບຕັນ Zhang Qixiong.

ການ​ເຄື່ອນ​ໄຫວ​ ກ່ຽວ​ກັບ​ການ​ຍົກ​ເລີກ​ຂໍ້​ຫາ ​ໄດ້​ມີ​ການຫຼາຍໆ​ອາທິດ​ຫຼັງຈາກ​ອຸບັດຕິ​ເຫດ​
ກຳ​ປັ່ນ​ຕຳ​ກັນ​ໃນ​ເດືອນ​ກັນຍາ​ປີ 2010 ທີ່​ຊາວ​ຍີ່ປຸ່ນ​ບາງ​ຄົນ​ເວົ້າວ່າ ​ໂຕກຽວ​ໄດ້​ຍອມ​ກົ້ມ
ຫົວ​ຕໍ່​ການ​ກົດ​ດັນ​ຂອງ​ຈີນກ່ຽວ​ກັບ​ບັນຫາ​ຂັດ​ແຍ້​ງທີ່​ມີ​ມາ​ເປັນ​ເວລາ​ດົນ​ນານ​ເລື່ອງ​ໝູ່​ເກາະ​
ທີ່​ບໍ່​ມີ​ຄົນ​ອາ​ໄສ​ຢູ່​ທີ່​ຍີ່ປຸ່ນ​ເອີ້ນວ່າ Senkaku ​ແລະຈີນ​ເອີ້ນວ່າ Diaoyou ນັ້ນ.

ພວກ​ນັກ​ວິ​ເຄາະ​ໄດ້​ສະ​ແດງ​ຄວາມ​ສົງ​ໄສ​ບໍ່​ແນ່​ໃຈ​ວ່າກັບຕັນ Zhang Qixiong ທີ່​ໄດ້​ເດີນ
ທາງ​ກັບ​ຄືນ​ໄປ​ຈີນ​ແລ້ວ ສອງ​ສາມ​ອາທິດ​ລຸນ​ຫຼັງທີ່​ໄ​ດ້​ເກີດ​ອຸບັດ​ຕິ​ເຫດ​ນັ້ນ ຈະ​ຖືກ​ນຳ​ໂຕກັບ
ຄືນ​ມາ​ຂຶ້ນສານ​ທີ່​ປະ​ເທດ​ຍີ່ປຸ່ນ.

XS
SM
MD
LG