ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນຈະຊື້ໝູ່ເກາະ ທີ່ພວມມີການຂັດແຍ້ງ ກັບຈີນ (ວີດີໂອ)


ໝູ່ເກາະຢູ່ເຂດທະເລຈີນຕາເວັນອອກ ທີ່ຍີ່ປຸ່ນໄດ້ຕົກລົງຊື້ນັ້ນ
ໝູ່ເກາະຢູ່ເຂດທະເລຈີນຕາເວັນອອກ ທີ່ຍີ່ປຸ່ນໄດ້ຕົກລົງຊື້ນັ້ນ
ລັດຖະບານຍີ່ປຸ່ນໄດ້ຕົກລົງທີ່ຈະຊື້ໝູ່ເກາະກຸ່ມນຶ່ງ ຢູ່ໃນເຂດທະ
ເລຈີນຕາເວັນອອກ ທີ່ເປັນຈຸດໃຈກາງຂອງການຂັດແຍ້ງກັນທາງ
ເຂດນໍ້າແດນດິນ ກັບຈີນນັ້ນ.

ສື່ມວນຊົນຍີ່ປຸ່ນ ລາຍງານໃນວັນພຸດມື້ນີ້ວ່າ ລັດຖະບານກາງຍີ່
ປຸ່ນຈະຈ່າຍເງິນ 26 ລ້ານ ໂດລາໃຫ້ແກ່ພວກເອກະຊົນທີ່ເປັນເຈົ້າ
ຂອງດິນ ເພື່ອຊື້ເກາະໃຫຍ່ສາມເກາະທີ່ຢູ່ໃນເຄືອໝູ່ເກາະທີ່ເອີ້ນ
ເປັນພາສາຍີ່ປຸ່ນວ່າ Senkaku ແລະພາສາຈີນວ່າ Diaoyu ນັ້ນ.

ໝູ່ເກາະທີ່ເກືອບວ່າບໍ່ມີຄົນຢູ່ອາໄສນັ້ນ ແມ່ນຢູ່ໃຕ້ການຄວບຄຸມ
ຂອງຍີ່ປຸ່ນ ແຕ່ວ່າຖືກ ກ່າວອ້າງເອົາກໍາມະສິດ ໂດຍຈີນແລະໄຕ້
ຫວັນ ແລະຕັ້ງຢູ່ໃນເຂດນ່ານນໍ້າທີ່ຄິດກັນວ່າ ມີບໍ່ນໍ້າມັນອັນມະ
ຫາສານ ແລະໄດ້ເຮັດໃຫ້ສາຍສໍາພັນລະຫວ່າງຈີນກັບຍີ່ປຸ່ນເຄັ່ງ
ຕຶງ ມາເປັນເວລາດົນນານແລ້ວ.

ໂຄສົກກະຊວງການຕ່າງປະເທດຈີນ ທ່ານ Hong Le ເອີ້ນການຊື້ດິນທີ່ມີລາຍງານນັ້ນວ່າ
“ບໍ່ຖືກຕ້ອງຕາມກົດໝາຍ ແລະເປັນໂມຄະ” ແລະກ່າວວ່າ ລັດຖະບານປັກກິ່ງຈະດໍາເນີນ “ມາດຕະການຕ່າງໆທີ່ຈໍາເປັນ ເພື່ອປົກປ້ອງອະທິປະໄຕເໜືອເຂດນໍ້າແດນດິນຂອງຕົນ.”
ຫົວໜ້າຫ້ອງການຂອງຄະນະລັດຖະບານຍີ່ປຸ່ນ ທ່ານ Osamu Fujimura ບໍ່ຍອມຢືນ ຢັນວ່າ ລັດຖະບານກຸງໂຕກຽວ ໄດ້ມີການຕົກລົງກັບຄອບຄົວທີ່ເປັນເຈົ້າຂອງໝູ່ເກາະດັ່ງ ກ່າວ ເປັນທີ່ຮຽບຮ້ອຍແລ້ວ ແຕ່ກໍເວົ້າວ່າ ການເຈລະຈາກໍາລັງດໍາເນີນໄປຢູ່.

ເບິ່ງວີດີໂອ ຍີ່ປຸ່ນໄປສໍາຫລວດເບິ່ງໝູ່ແກາະທີ່ຈະຊື້:
Video of Workers on Tokyo's Survey Vessel View Group of Disputed Islands Known as Senkaku
please wait

No media source currently available

0:00 0:00:20 0:00
ລິງໂດຍກົງ
XS
SM
MD
LG