ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສດຖະກິດຍີ່ປຸ່ນ ຕົກລະດັບ


ແຜນທີ່ຍີ່ປຸ່ນ
ແຜນທີ່ຍີ່ປຸ່ນ

ຂ່າວ​ຂໍ້​ມູນ​ໃໝ່​ຂອງ​ຍີ່ປຸ່ນໄດ້ຢືນຢັນ​ ​ໃນ​ອັນ​ທີ່​ໄດ້​ຄາດໝາຍ​ກັນ​ມາ​ກ່ອນ​ຢ່າງ​ກ້ວາງ​ຂວາງ​ວ່າ ຈີນ​ໄດ້​ເຮັດ​ໃຫ້ຖານະ​ການ​ເປັນເສດຖະກິດ​ທີ່ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ ​ມາ​ເປັນ​ເວລາ 42 ປີ ຂອງ​ຍີ່ປຸ່ນນັ້ນ​ ຍຸດຕິ​ລົງ​ແລ້ວ.

ໂຕ​ເລກ​ທີ່ເປີດ​ເຜີຍ​ໃຫ້​ຮູ້​ໃນ​ວັນ​ຈັນ​ມື້​ນີ້​ທີ່​ກຸງ​ໂຕ​ກຽວ ສະ​ແດງ​ໃຫ້​ເຫັນ​ວ່າ ຜົນ​ຜະລິດ​ຮວມ
ພາຍ​ໃນ​ປະ​ເທດ​ຂອງ​ຍີ່ປຸ່ນ​ສໍາລັບ​ປີ 2010 ຜ່ານ​ມາ ມີ​ມູນ​ຄ່າ​ປະມານ 5 ພັນ 500 ຕື້ໂດ​
ລາ ​ສົມ​ທຽບ​ໃສ່​ກັບ​ໂຕ​ເລກຂອງ​ຈີນ​ທ່ີ​ມີ​ມູນ​ຄ່າ 5 ພັນ 900 ຕື້​ໂດ​ລາ​ນັ້ນ. ເສດຖະກິດ​
ຂອງຍີ່​ປຸນເຄີຍ​ໄດ້ຄອງຕໍາ​ແໜ່​ງ​ອັນ​ດັບ​ສອງ​ຂອງ​ໂລກ​ ຮອງ​ຈາກ​ເສດຖະກິດ​ຂອງ​ສະຫະລັດ​
ມາ​ຕັ້ງ​ແຕ່​ທ້າຍ​ຊຸມ​ປີ 1960.

ຂໍ້​ມູນ​ຍັງ​ສະ​ແດງ​ໃຫ້​ເຫັນ​ອີກ​ວ່າ ​ເສດຖະກິດ​ຂອງ​ຍີ່ປຸ່ນ​ໄດ້​ຫົດ​ໂຕ​ເຂົ້າໃນລະ​ຫວ່າງ 3 ​ເດືອນ​ສຸດ​ທ້າຍຂອງ​ປີຜ່ານມາ​ນີ້ ​ແຕ່​ວ່າ​ບໍ່​ຮ້າຍ​ແຮງ​ເທົ່າ​ກັບ​ທີ່ ພວກ​ນັກເສດຖະສາດ​ຫລາຍ​ຄົນ​ໄດ້​ທໍານາຍ​ໄວ້​ກ່ອນ. ຢ່າງ​ໃດ​ກໍ​ຕາມ ​ເສດຖະກິດ​ຂອງຍີ່ປຸ່ນ​ໄດ້ເຕີບ​ໂຕ​ຂຶ້ນ​ໃນ​ອັດຕາ 3.9 ສ່ວນ​ຮ້ອຍ​ ຕະຫລອດ​ປີ 2010 ຊຶ່ງ​ເປັນ​ການ​ຂະຫຍາຍໂຕ​ຂຶ້ນ​ຄັ້ງ​ທໍາ​ອິດ​ໃນ ​ຮອບ 3 ປີຜ່ານມາ.

ແລະ​ເຖິງ​ແມ່ນ​ວ່າເສດຖະກິດ​ຂອງ​ຍີ່ປຸ່ນ ​ບັດ​ນີ້ ຈະນ້ອຍ​ກວ່າ​ຂອງ​ຈີນກໍ​ຕາມ ​ແຕ່ຍິ່ປຸ່ນ​ກໍ​ຍັງ​ຮັ່ງມີ​ກ່ວາ​ຈີນ​ເຖິງ 10 ​ເທົ່າ ຖ້າ​ນັບລາຍ​ໄດ້​ຂອງ​ແຕ່​ລະ​ຫົວ​ຄົນ​.

XS
SM
MD
LG