ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັນຫາຂັດແຍ້ງ ຍີ່ປຸ່ນ-ຈີນ


ການສວນສະໜາມ ກຳລັງປ້ອງກັນໂຕຂອງຍີ່ປຸ່ນ
ການສວນສະໜາມ ກຳລັງປ້ອງກັນໂຕຂອງຍີ່ປຸ່ນ

ມີການມອບວີດີໂອເທບໃຫ້ສະພາ
ແຫ່ງຊາດຂອງຍີ່ປຸ່ນທີ່ສະແດງໃຫ້
ເຫັນວ່າ ກັບຕັນຂອງເຮືອປະມົງ
ຈີນ ເປັນຜູ້ຮັບຜິດຊອບ ກ່ຽວກັບ
ການຕຳກັນ ກັບເຮືອຍາມຝັ່ງ 2
ລຳ ຂອງຍີ່ປຸ່ນ ໃນເດືອນກັນຍາ
ຜ່ານມາ.

ສະມາຊິກສະພາແຫ່ງຊາດຂອງຍີ່ປຸ່ນ ຍັງບໍ່ທັນຕັດສິນໃຈເທື່ອວ່າ ຈະນຳວີດີໂອດັ່ງກ່າວອອກ
ເຜີຍແຜ່ໃຫ້ປະຊາຊົນໄດ້ຮູ້ຈັກ ຫຼືຈຳກັດໃຫ້ຮູ້ ແຕ່ສະມາຊິກສະພາແຫ່ງຊາດຂອງຍີ່ປຸ່ນທໍ່ນັ້ນ.

ການເຄື່ອນໄຫວດັ່ງກ່າວ ແມ່ນເປັນໄພຂົ່ມຂູ່ ທີ່ຈະສ້າງຄວາມຫຍຸ້ງ​ຍາກ​ຕຶ່ມຂຶ້ນ ໃຫ້ແກ່ການ
ດຳເນີນຄວາມຍາຍາມ ຂອງພວກຜູ້ນຳຈີນແລະຍີ່ປຸ່ນ ທີ່ຫວັງຢາກຈະປົວແປງຄວາມສຳພັນ
ຂະນະທີ່ທັງສອງຝ່າຍ ໄປຮ່ວມກອງປະຊຸມ ຂອງສະມາຄົມອາຊ່ຽນທີ່ຫວຽດນາມແລະກອງ
ປະຊຸມສຸດຍອດ ເຂດເອເຊຍຕາເວັນອອກ.

ຄວາມຮັກຊາດຢ່າງແຮງກ້າ ພວມຟົດ​ເດືອດຢູ່ໃນຍີ່ປຸ່ນແລະຈີນ ແລະການປະທ້ວງຂະໜາດ
ໃຫຍ່ ໄດ້ມີຂຶ້ນຢູ່ໃນທັງສອງປະເທດ.

XS
SM
MD
LG