ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນກໍາລັງພິຈາລະນາວ່າ ຈະຕັດການຊ່ອຍເຫຼືອ ແກ່ຈີນຫຼືບໍ່


ທຸງຊາດ ຈີນ ແລະຍີ່ປຸ່ນ
ທຸງຊາດ ຈີນ ແລະຍີ່ປຸ່ນ

ເຈົ້າໜ້າທີ່ຍີ່ປຸ່ນກ່າວວ່າ ລັດຖະບານກໍາລັງຕັດສິນໃຈວ່າ
ຈະຕັດການຊ່ອຍເຫຼືອ ທາງດ້ານການເງິນຫຼືບໍ່ ແກ່ຈີນ
ຊຶ່ງໄດ້ໄລ່ທັນຍີ່ປຸ່ນ ແລະກາຍມາເປັນປະເທດທີ່ມີເສດຖະ
ກິດໃຫຍ່ທີ່ສຸດອັນດັບ 2 ຂອງໂລກ ໃນປີກາຍນີ້.

ເຈົ້າໜ້າທີ່ຂອງກະຊວງການຕ່າງປະເທດຍີ່ປຸ່ນກ່າວຕໍ່ອົງ
ການຂ່າວຕ່າງໆໃນວັນພຸດມື້ນີ້ວ່າ ລັດຖະມົນຕີການຕ່າງ
ປະເທດທ່ານ Seiji Maehara ໄດ້ບອກພວກພະນັກ
ງານຂອງທ່ານ ໃຫ້ທົບທວນຄືນເບິ່ງແລະລາຍງານເລື່ອງ
ດັ່ງກ່າວໃຫ້ທ່ານ ຊາບກ່ອນເດືອນມິຖຸນາຈະມານີ້. ພວກ
ເຈົ້າໜ້າທີ່ຍັງໄດ້ກ່າວວ່າ ມັນເປັນການຍາກເພີ່ມຂຶ້ນທີ່ຈະ
ຫາເຫດຜົນມາສະໜັບສະໜຸນ ຕໍ່ການໃຫ້ຄວາມຊ່ອຍ
ເຫຼືອໃນດ້ານການພັດທະນາແກ່ປະເທດ ຊຶ່ງປະຈຸບັນນີ້
ໂດຍໃນທາງການແລ້ວ ແມ່ນຮັງມີກວ່າຍີ່ປຸ່ນ.

ໂຕກຽວໄດ້ໃຫ້ເງິນກູ້ຢືມດອກເບ້ຍຕໍ່າ ຈໍານວນຫຼາຍກວ່າ
40 ພັນລ້ານ ໂດລາແລະໄດ້ໃຫ້ການຊ່ອຍເຫຼືອອື່ນໆອີກ
ແກ່ຈີນ ນັບຕັ້ງແຕ່ປີ 1979 ເປັນຕົ້ນມາ, ເຖິງແມ່ນວ່າຈະໄດ້ມີການລຸດການຊອ່ຍເຫຼືອທາງ
ການເງິນລົງ ໃນໄລຍະສອງສາມປີຜ່ານມານີ້ກໍຕາມ ໂດຍແນໃສ່ການຊ່ອຍເຫຼືອທາງດ້ານ
ເທັກນິກເປັນສ່ວນໃຫຍ່ ສຳລັບໂຄງການສະພາບແວດລ້ອມແລະອື່ນໆນໍາ ຊຶ່ງຮວມທັງໝົດ
ແລ້ວມີມູນຄ່າ 66 ລ້ານໂດລາ ໃນປີ 2008.

XS
SM
MD
LG