ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນ ປະທ້ວງ ກໍ່າປັ່ນຈີນ ທີ່ລ່ວງລໍ້າ ນ່ານນໍ້າ ໃກ້ໆ ໝູ່ເກາະທີ່ຂັດແຍ້ງ


ພວກປະທ້ວງຈີນ ທີ່ຖືຫຸ່ນຈຳລອງຂອງໝູ່ເກາະ Diaoyu ທີ່ຍີ່ປຸ່ນເອີ້ນວ່າ Senkaku ໂດຍມີທຸງຊາດຈີນປັກໃສ່ນັ້ນ ພາກັນປະທ້ວງໃກ້ໆກົງສຸນຍີ່ປຸ່ນ ທີ່ຮົງກົງ (9 ກໍລະກົດ 2012)
ພວກປະທ້ວງຈີນ ທີ່ຖືຫຸ່ນຈຳລອງຂອງໝູ່ເກາະ Diaoyu ທີ່ຍີ່ປຸ່ນເອີ້ນວ່າ Senkaku ໂດຍມີທຸງຊາດຈີນປັກໃສ່ນັ້ນ ພາກັນປະທ້ວງໃກ້ໆກົງສຸນຍີ່ປຸ່ນ ທີ່ຮົງກົງ (9 ກໍລະກົດ 2012)

ຍີ່ປຸ່ນ​ໄດ້​ຍື່ນ​ປະ​ທ້ວງ​ຕໍ່​ຈີນ ຫຼັງຈາກ​ກໍ່າ​ປັ່ນ​ລາດຕະ​ເວນ​ຈີນ​ສາມ​ລໍາ​ໄດ້​ລ່ວງລໍ້າ​ເຂົ້າ​ໄປ​ໃນ​ເຂດ​ນ່ານນໍ້າ​ໃກ້ໆ​ກັບ​ພວກ​ໝູ່​ເກາະ​ທີ່​ເປັນ​ຂໍ້​ຂັດ​ແຍ້​ງກັນ ​ໃນເຂດ​ທະ​ເລ​ຈີນ​ຕາ​ເວັນ​ອອກ​ນັ້ນ.

ທ່ານ Osamu Fujumura ຫົວໜ້າ​ກອງ​ເລຂາ​ປະຈຳ​ຄະນະ​ລັດຖະບານ​ຂອງຍີ່ປຸ່ນ ບອກ​ພວກ​ນັກ​ຂ່າວເມື່ອ​ວັນ​ພຸດ​ມື້​ນີ້​ວ່າ ໝູ່​ເກາະ​ດັ່ງກ່າວ​ເປັນ​ເຂດ​ນໍ້າ​ແດນ​ດິນ​ຂອງ​ຍີ່ປຸ່ນ​ໂດຍ​ແທ້​ຈິງ.

ຝ່າຍ​ຈີນ ຊຶ່ງ​ໄດ້​ອ້າງເອົາ​ກຳ​ມະ​ສິດ​ຂອງ​ໝູ່​ເກາະ​ດັ່ງກ່າວນີ້ຄື​ກັນ ​ເວົ້າ​ວ່າ ກໍ່າ​ປັ່ນສາມ​ລໍາ​ແມ່ນ​ກໍ່າ​ປັ່ນ​ລາດຕະ​ເວນ​ການ​ປະມົງ ທີ່​ດໍາ​ເນີນ​ການກວດ​ເປັນ​ປະຈໍາ​ມາ​ຕະຫຼອດ ​ໃນ​ເຂດ​ທະ​ເລ​ຈີນ​ຕາ​ເວັນ​ອອກ.

ພວກ​ໝູ່​ເກາະ​ທີ່​ບໍ່​ມີ​ຄົນ​ຢູ່​ອາໄສ ທີ່​ຮູ້​ກັນ​ໃນ​ຊື່​ພາສາ​ຍີ່ປຸ່ນ​ວ່າ Senkaku ​ແລະ Diaoyo ​ໃນພາສາ​ຈີນ​ນັ້ນ ເປັນເຂດ​ທີ່​ມັກ​ເກີດ​ມີ​ການ​ໂຕ້​ຖຽງ​ກັນ​ຢູ່​ເລື້ອຍ ລະຫວ່າງ​ໂຕ​ກຽວ ​ແລະ​ປັກ​ກິ່ງ. ພວກ​ໝູ່​ເກາະ​ດັ່ງກ່າວ​ນີ້ ​ຕັ້ງ​ຢູ່ເຂດ​ທີ່​ອຸດົມ​ສົມບູນ​ດ້ວຍ​ນໍ້າມັນ ​ແລະ​ອ້ອມ​ລ້ອມ​ດ້ວຍ​ເຂດ​ທີ່​ມີ​ປາຫຼາຍທີ່​ສຸດ.

ນາຍົກລັດຖະມົນຕີຍີ່ປຸ່ນ​ກ່າວ​ເມື່ອ​ວັນເສົາຜ່ານ​ມາ​ນີ້​ວ່າ ລັດຖະບານ​ຂອງ ທ່ານ ກໍາລັງ​ພິດ​ຈາລະ​ນາ​ຈະ​ຊື້​ພວກ​ໝູ່​ເກາະ​ທີ່​ເອກະ​ຊົນ​ເປັນ​ເຈົ້າຂອງເຫຼົ່າ ນີ້ຢູ່.

XS
SM
MD
LG