ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຍີ່ປຸ່ນ ອະນຸມັດ ການເພີ້ມ ງົບປະມານ ປ້ອງກັນປະເທດ ເປັນປີທີ 3 ລຽນຕິດ


ທະຫານເຮືອຍີ່ປຸ່ນ ກຳລັງເບິ່ງເຮືອນບິນ ເຮລີຄອບເຕີ້.
ທະຫານເຮືອຍີ່ປຸ່ນ ກຳລັງເບິ່ງເຮືອນບິນ ເຮລີຄອບເຕີ້.

ຍີ່ປຸ່ນ ​ໄດ້​ປະ​ກາດ​ງົບປະມານດ້ານ​ປ້ອງ​ກັນ​ປະ​ເທດ ທີ່ໃຫຍ່ທີ່ສຸດ
ເທົ່າທີ່ເຄີຍມີມາ ​ໃນ​ຂະນະ​ທີ່ປະເທດດັ່ງກ່າວ​ ພະຍາຍາມ​ຫາທາງ
ຕອບ​ໂຕ້​ຕໍ່​ອິດທິພົນທາງ ດ້ານທະຫານຂອງຈີນທີ່ພວມເພີ້ມທະວີ
ຂຶ້ນ​ຢູ່​ໃນ​ຂົງ​ເຂດ ​ໂດຍ​ສະ​ເພາະ ຢູ່​ໃນເຂດທະ​ເລ​ຈີນ​ຕາ​ເວັນ​ອອກ.

ຄະນະລັດຖະບານຂອງນາຍົກລັດຖະມົນຕີ Shinzo Abe ​ໃນ​ວັນ​
ພຸດ​ມື້​ນີ້​ໄດ້ໃຫ້ການອະນຸມັດຕໍ່​ງົບປະມານ ມູນຄ່າ 42 ພັນ​ລ້ານ​ໂດ​
ລາ ຊຶ່ງ​ເປັນ​ປີ​ທີ່​ສາມ​ຕິດ​ຕໍ່​ກັນຂອງ​ການ​ເພີ້​ມງົບປະມານ ໂດຍທີ່
ສ່ວນ​ເງິນ​ດັ່ງກ່າວ​ຈະນຳໄປ​ໃຊ້​ຈ່າຍ​ ໃນການຊື້​ເຮືອບິນ​ສັງ​ເກດ​
ການ ​ເຮືອບິນ​ບໍ່ມີຄົນຂັບ ​ເຮືອບິນ​ລົບອາຍພົ່ນ F-35 ແລະ​ລົດ​
ສະເທີນນ້ຳສະເທີນບົກ.

ງົບປະ​ມາ​ນດັ່ງກ່າວ​ຕ້ອງ​ໄດ້​ຮັບການອະນຸມັດ​ຈາກບັນດາ​ຜູ້​ແທນໃນ​ສະພາ​ຍີ່ປຸ່ນ ​ແຕ່ທ່ານ
Abe ​ມີສຽງສ່ວນຫຼາຍສະໜັບສະໜູນ​ຢູ່ໃນ​ທັງສອງ​ສະພາຂອງຍີ່ປຸ່ນ.

ທ່ານ Abe ​ເຫັນ​ດີໃຫ້ມີການ​ໃຊ້​ຈ່າຍໃນດ້ານປ້ອງ​ກັນ​ປະ​ເທດ​ຢ່າງ​ເຂັ້ມແຂງສຳ ຫລັບ
ຍີ່ປຸ່ນ.

​ໂຕ​ກຽວພວມມີບັນຫາຂັດແຍ້ງໃນເລື້ອງ​ເຂດ​ນໍ້າ​ແດນ​ດິນ​ກັບ​ຈີນ ກ່ຽວ​ກັບ​ໝູ່​ເກາະ​ທີ່​ບໍ່​ມີ​ຄົນ​
ຢູ່ ທີ່ຈີນຮ້ອງ​ວ່າ Diaoyus ​ແລະ​ຍີ່ປຸ່ນເອີ້ນວ່າ Senkakus.

ການ​ໃຊ້​ຈ່າຍທາງ​ທະຫານ​ຂອງ​ຍີ່ປຸ່ນ ແມ່ນຍັງ​ໜ້ອຍ​ກວ່າ​ຈີນ ຊຶ່ງ​ການ​ໃຊ້​ຈ່າ​ຍ ທາງ​
ທະຫານ​ຂ​ອງ​ຈີນແມ່ນ 132 ພັນ​ລ້ານ​ໂດ​ລາ​ໃນ​ປີ​ກາຍ​ນີ້ ​ແລະ​ກໍ​ຢູ່​ອັນ​ດັບສອງ ລອງ​ລົງ​
ມາ​ຈາກສະຫະລັດ.

JAPAN MILITARY BUDGET VO
please wait

No media source currently available

0:00 0:00:40 0:00

XS
SM
MD
LG