ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລມຕ ຕ່າງປະເທດມຽນມາ ຢ້ຽມຢາມຍີ່ປຸ່ນ


ລັດຖະມົນຕີການຕ່າງປະເທດມຽນມາ ທ່ານ Wunna Maung Lwin
ລັດຖະມົນຕີການຕ່າງປະເທດມຽນມາ ທ່ານ Wunna Maung Lwin

ລັດຖະມົນຕີການຕ່າງປະເທດມຽນມາທ່ານ Wunna Maung Lwin ໄດ້ເດີນທາງໄປເຖິງ
ກຸງໂຕກຽວ ບ່ອນທີ່ທ່ານພວມເຈລະຈາຫາລືກັບເຈົ້າໜ້າທີ່ອະວຸໂສຂອງຍີ່ປຸ່ນ.

ຫົວໜ້າກອງເລຂາປະຈຳຄະນະລັດຖະບານຍີ່ປຸ່ນທ່ານ Osamu Fujimura ໄດ້ຕ້ອນຮັບ ລັດຖະມົນຕີການຕ່າງປະເທດມຽນມາທີ່ໄປຢ້ຽມຢາມ ຊຶ່ງທ່ານໄດ້ກ່າວວ່າ ການຢ້ຽມຢາມ ຄັ້ງນີ້ແມ່ນຂີດໝາຍຂອງບາດກ້າວແຫ່ງຄວາມກ້າວໜ້າ ໃນການພັດທະນາການຮ່ວມມືລະ
ຫວ່າງປະເທດທັງສອງ.

ການໄປຢ້ຽມຢາມຍີ່ປຸ່ໃນເທື່ອນີ້ແມ່ນນຶ່ງໃນການເຄື່ອນໄຫວລ່າສຸດ ຂອງລັດຖະບານໃໝ່
ຂອງມຽນມາເພື່ອເຂົ້າພົວພັນກັບພວກຕຳໜິຕິຕຽນ ແລະເສີມຂະຫຍາຍຄວາມສຳພັນກັບ
ປະເທດຕ່າງໆ. ແຕ່ແນວໃດກໍຕາມບັນດາກຸ່ມປົກປ້ອງສິດທິມະນຸດຮຽກຮ້ອງໃຫ້ຍີ່ປຸ່ນໃຊ້
ການຢ້ຽມຢາມນີ້ ເພື່ອກົດດັນໃຫ້ມຽນມາ ດຳເນີນການໄວຂຶ້ນ ໃນການປະຕິຮູບກ່ຽວກັບ ເລື່ອງສິດທິມະນຸດຂອງຕົນນັ້ນ.

XS
SM
MD
LG