ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຍີ່ປຸ່ນ ສະໜັບສະໜຸນ ການປະຕິຮູບ ໄປສູ່ລະບອບ ປະຊາທິປະໄຕ ໃນມຽນມາ


ທ່ານນາງ ອອງຊານຊູຈີ ຜູ້ນໍາປະຊາທິປະໄຕໃນມຽນມາ ແລະທ່ານ tKoichiro Gemba ລັດຖະມົນຕີຕ່າງ ປະເທດຍີ່ປຸ່ນ ກ່າວຕໍ່ນັກ
ຂ່າວ ທີກຸງປັ້ງກຸ້ງ ມຽນມາ.
ວັນທີ 27 ທັນວາ 2011.
ທ່ານນາງ ອອງຊານຊູຈີ ຜູ້ນໍາປະຊາທິປະໄຕໃນມຽນມາ ແລະທ່ານ tKoichiro Gemba ລັດຖະມົນຕີຕ່າງ ປະເທດຍີ່ປຸ່ນ ກ່າວຕໍ່ນັກ ຂ່າວ ທີກຸງປັ້ງກຸ້ງ ມຽນມາ. ວັນທີ 27 ທັນວາ 2011.

ລັດຖະມົນຕີ​ຕ່າງປະ​ເທດ​ຍີ່ປຸ່ນ ທ່ານ Koichiro Gemba ​ໄດ້​ພົບ​ປະ​ກັບ​ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ນໍາພາປະຊາທິປະ​ໄຕ​ໃນ​ມຽນມາ ​ເພື່ອ​ພະຍາຍາມ​ໃຫ້​ຄໍາ​ປະກັນ​ຕໍ່​ທ່ານ​ນາງ​ກ່ຽວ​ກັບ​ຄວາມ​ສະໜັບສະໜຸນ ຢ່າງ​ເຕັມ​ສ່ວນຂອງ​ລັດຖະບານ​ກຸງ​ໂຕ​ກຽວ​ສໍາລັບການ​ປົກຄອງ​ແບບ​ປະ ຊາທິປະ​ໄຕ​ທີ່​ຂະຫຍາຍ​ໂຕ​ອອກ​ໃນ​ປະ​ເທດ​ໃນ​ພາກ​ພື້ນ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ແຫ່ງ​ນີ້.

ທ່ານ Gemba ​ໄດ້​ພົບ​ປະ​ເຈລະຈາໃນ​ມື້ວັນ​ຈັນ​ວານ​ນີ້ ​ກັບ​ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ທີ່​ໄດ້​ຮັບ​ລາງວັນ​ໂນ​ແບນ​ຂະ​ແໜງສັນຕິພາບຢູ່​ທີ່​ບ້ານ​ພັກ​ຂອງ​ທ່ານ​ນາງ​ໃນ​ນະຄອນຢັ້ງ​ກຸ້ງແລະໃນ​ເວລາ​ຕໍ່​ມາ​ທ່ານ Gemba ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວວ່າ ທ່ານ​ຢາກ​ໃຫ້​ທ່ານ​ນາງ​ອອງຊານ​ຊູ​ຈີ​ແລະ​ບັນດາ​ຜູ້​ນໍາ​ຂອງ​ຄະນະ​ລັດຖະບານ​ພົນລະ​ເຮືອນ​ໃໝ່​ຂອງ​ມຽນມາ​ໄປ​ຮ່ວມ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ໃນ​ຍີ່ປຸ່ນ​ໃນ​ປີ​ໜ້າ​ນີ້.

ໃນ​ພາກສ່ວນ​ຂອງ​ທ່ານ​ນາງ ທ່ານ​ນາງ​ອອງຊານ​ຊູ​ຈີ ທີ່​ໄດ້​ໃຊ້​ເວລາ​ສ່ວນໃຫຍ່​ຂອງທ່ານ
ນາງ​ໃນ​ລະຫວ່າງ 2 ທົດ​ສະ​ວັດພາຍ​ໃຕ້​ການ​ຖືກ​ກັກ​ຢູ່​ໃນ​ບໍລິ​ເວນ​ບ້ານ​ພັກ​ນັ້ນ ​ໄດ້​ກ່າວ​
ຂອບ​ອົກ​ຂອບ​ໃຈ​ຕໍ່​ຍີ່ປຸ່ນ​ສໍາລັບການ​ຊ່ອຍ​ເຫຼືອສະໜັບສະໜຸນ​ນັ້ນ.

ໃນ​ເຊົ້າ​ວັນ​ຈັນ​ວານ​ນີ້ ລັດຖະມົນຕີການຕ່າງປະ​ເທດຍີ່ປຸ່ນ​ໄດ້​ຕົກລົງ​ກັບ​ຄະນະ​ນໍາພາ​ຂອງມຽນມາເພື່ອ​ໄຂ​ການ​ພົບ​ປະ​ເຈລະຈາ​ກັນ​ເລື້ອງ​ສົນທິ ສັນຍາ​ການ​ລົງທຶນ​ລະຫວ່າງ​ສອງ​ຝ່າຍ​ນັ້ນ. ນອກ​ນັ້ນ​ທ່ານ Gemba ຍັງ​ຮຽກຮ້ອງໃຫ້​ຄູ່​ຕໍາ​ແໜ່​ງຝ່າຍ​ມຽນມາທ່ານ Wunna Maung Lwin ​ໃຫ້​ປ່ອຍ​ພວກ​ນັກ​ໂທດການ​ເມືອງ​ຕື່ມ​ອີກ​ແລະ​ໃຫ້​ຫລຸດຜ່ອນ​ຂໍ້​ຈໍາກັດ​ຮັດ​ແຄບ​ຕ່າງໆ​ຕໍ່​ສື່​ມວນ​ຊົນແລະ​ວົງ​ການ​ທຸລະ​ກິດ​ນັ້ນ.

XS
SM
MD
LG