ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ​ກ່າວ​ຄຳອຳ​ລາ ​​ເປັນຄັ້ງ​ສຸດ​ທ້າຍ ຕໍ່​​ອະດີດ​ນາຍົກ ຊິນ​ໂຊ ອາ​ເບະ


ນາຍົກລັດຖະມົນຕີຍີ່​ປຸ່ນ, Fumio Kishida, ເຈົ້າ​ໜ້າ​ທີ່ ແລະ​ພະ​ນັກ​ງານ​ທົ່​ວ​ໄປ ພາ​ກັນ​ເຄົາ​ລົບສົບຂອງ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ທີ່​ຢູ່​ເທິງ​ລົດ​ບັນ​ທຸກ​ສົບ ​ໃນ​ນະ​ຄອນ​ຫລວງ​ໂຕ​ກຽວ ຂອງ​ຍີ່​ປ​ຸ່ນ, ວັນ​ທີ 12 ກໍ​ລະ​ກົດ, 2022
ນາຍົກລັດຖະມົນຕີຍີ່​ປຸ່ນ, Fumio Kishida, ເຈົ້າ​ໜ້າ​ທີ່ ແລະ​ພະ​ນັກ​ງານ​ທົ່​ວ​ໄປ ພາ​ກັນ​ເຄົາ​ລົບສົບຂອງ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ທີ່​ຢູ່​ເທິງ​ລົດ​ບັນ​ທຸກ​ສົບ ​ໃນ​ນະ​ຄອນ​ຫລວງ​ໂຕ​ກຽວ ຂອງ​ຍີ່​ປ​ຸ່ນ, ວັນ​ທີ 12 ກໍ​ລະ​ກົດ, 2022

ຊາວຍີ່ປຸ່ນ​ທີ່​ໂສກ​ເສົ້າ​ໄດ້​ກ່າວ​ຄຳ​ອຳລາເປັນຄັ້ງ​ສຸດ​ທ້າຍ ຕໍ່ອະດີດ​ນາຍົກລັດຖະມົນຕີຊິນ​ໂຊ ອາ​ເບະ.

ປະຊາຊົນຈໍານວນນຶ່ງ ໃນ​ແຕ່​ລະ​ວັນພາກັນໄປຢືນລຽນແຖວຢູ່ຂ້າງນອກວັດ ໂຊ​ໂຈ​ຈິ (Zojoji) ໃນນະ ຄອນຫລວງໂຕກຽວ ເພື່ອນຳເອົາດອກໄມ້ ແລະເຄື່ອງ ໝາຍທີ່​ສະ​ແດງການເຄົາລົບສົບແບບອື່ນໆ ໄປໃຫ້ທ່ານອາ​ເບະ ຜູ້ທີ່ຖືກສັງຫານ ໃນມື້ ວັນສຸກຜ່ານມາ ທີ່ເມືອງນາ​ຣະ ທາງຕາເວັນຕົກຂອງ​ປະ​ເທດ ໃນລະ ຫວ່າງ ການໂຮມຊຸມນຸມເພື່ອ​ໂຄ​ສະ​ນາ​ຫາ​ສຽງ. ຜູ້ໄປ​ໄວ້​ອາ​ໄລຫລາຍ​ຄົນ ​ພາ​ກັນ​ຮ້ອງ​ໄຫ້​ ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ກົ້ມຫົວອະທິຖານ ​ຢູ່​ຕໍ່ໜ້າ​ວັດ​ດັ່ງ​ກ່າວ.

ວັດໂຊ​ໂຈ​ຈິ ແມ່ນສະຖານທີ່ຈັດພິທີສ່ວນຕົວຂອງທ່ານອາ​ເບະ, ອາຍຸ 67 ປີ ທີ່ມີ​ການຈໍາກັດໃຫ້ແຕ່ຄົນໃກ້ຊິດ ແລະຄອບຄົວຂອງທ່ານເທົ່ານັ້ນເຂົ້າ​ໄດ້. ຫຼັງ​ຈາກ​ນັ້ນ ​ໂລງສົບ​ຂອງ​ທ່ານ​ອາ​ເບະ ​ໄດ້​ຖືກນຳອອກໄປ​ຈາກ​ວັດ​ ແລະເອົາ​ໄປວາງ​ໄວ້​ໃນລົດ​ບັນ​ທຸກ​ສົບ ເພື່ອ​ແຫ່​ເປັນຂະ​ບວນ​ຍືດ​ຍາວຜ່ານໃຈ​ກາງເມືອງຂອງ​ນະ​ຄອນ​ຫລວງ​ໂຕ​ກຽວ ​ໄປ​ສູ່​ໂຮງ​ໄວ້​ສົບ​ກິ​ຣີ​ກະ​ຢະ (Kirigaya) ເພື່ອ​ທຳ​ພິ​ທີ​ເຜົາ​ສົບ ໂດຍ​ມີ​ຊາວ​ເມືອງ​ນັບເປັນ​ພັນໆ ​ຄົນ ​ໄດ້​ລຽນ​ແຖວ​ຢູ່ລຽບ​ຕາມ​ເສັ້ນ​ທາງ ເພື່ອ​ໂບກ​ມື​ລາເປັນ​ຄັ້ງ​ສຸດ​ທ້າຍ.

ລົດ​ແກ່​ສົບ​ດັ່ງກ່າວ​ ໄດ້ຂັບໄປ​ຜ່ານ​ສະຖານ​ທີ່​ສຳຄັນ​ໃນຊີ​ວິດ​ທາງການ​ເມືອງ​ຂອງ​ທ່ານອາ​ເບະຫລາຍ​ແຫ່ງ ລວມທັງ​ສຳນັກງານ​ນາຍົກລັດຖະມົນຕີ, ຕຶກ​ລັດຖະສະພາ ​ແລະ​ສຳນັກງານ​ໃຫຍ່​ຂອງ​ພັກ​ເສລີ​ປະຊາທິປະ​ໄຕ​ຂອງ​ທ່ານ.

ຜູ້​ຕ້ອງ​ສົງ​ໄສວ່າ​ເປັນ​ມື​ປືນ ​ໃນ​ການ​ລອບ​ສັງຫານ​ທ່ານ ອາ​ເບະ, ທ້າວເທັ​ສ​ຊຸ​ຢະ ຢາ​ມາ​ກະ​ມິ (Tetsuya Yamagami) ອາຍຸ 41 ປີ, ​ໄດ້​ຖືກ​ຈັບໃນ​ທັນທີ ຫລັງ​ຈາກລາວ​ໄດ້​ຍິງ​ ອະດີດ​ນາຍົກລັດຖະມົນຕີ ແລະ ​ໄດ້​ຖືກນຳຕົວໄປ​ຂັງ.

ອ່າ​ນ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG