ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ພຶດສະພາ ໒໐໒໓

ກະສັດແລະລາຊິນີແຫ່ງພູຖານ ຈະສະເດັດປະພາດຍີ່ປຸ່ນ (ເບິ່ງຮູບສະໄລດ໌)


ກະສັດ Jigme Khesar Namgyal Wangchuck ແລະພະລາຊິນີ Jetsun Pema ແຫ່ງພູຖານ ທີ່ຊົງເຂົ້າພິທີອະພິເສກສົມລົດ ໃນອາທິດຜ່ານມາ, ວັນທີ 13 ຕຸລາ 2011.

ຄູ່​ອະພິ​ເສກ​ສົມລົດ​ໃໝ່ຫຼ້າ​ສຸດ​ຂອງໂລກ ກະສັດ Jigme Khesar Namgyel Wangchuck ແລະພະ​ລາຊີນີ​ Jetsun Pema Wangchuck ແຫ່ງພູຖານ​ຈະຊົງສະເດັດປະພາດປະເທດຍີ່​ປຸນ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ໜ້າ​ນີ້.

ເຈົ້າ​ໜ້າ​ທີ່ຂອງ​ຍີ່​ປຸນ​ໄດ້ປະກາດກ່ຽວກັບການສະ​ເດັດ​ປະພາດດັ່ງກ່າວ​ໃຫ້​ຮູ້ໃນ​ວັນ​ອັງຄານ​
ມື້​ນີ້ ໂດຍເວົ້າວ່າ ກະສັດແລະພະລາຊີນີພູຖານ ຈະຊົງສະເດັດໄປຢ້ຽມຢາມຍີ່​ປຸນ​ແຕ່​ວັນ​ທີ
15 ຫາ 19 ພະຈິກ. ທາງການຍີ່ປຸ່ນ​ຍັງ​ກ່າວ​ອີກ​ວ່າ ອົງ​ຈັກກະພັດ​ແລະ​ຈັກກະພັດດີນີຂອງ​
ຍີ່ປຸ່ນຈະ​ຊົງພົບ​ປະກັບກະສັດແລະລາຊີນີພູຖານແລະຈະຊົງເປັນເຈົ້າພາບຈັດງານລ້ຽງຮັບ
ຮອງ​ຕ້ອນຮັບ​ຢ່າງເປັນທາງການເພື່ອເປັນກຽດໃຫ້ແກ່ຄູ່ອະພິເສກສົມລົດໃໝ່.

ກະສັດ Jigme ​ທີ່ມີພະຊົນມາ​ຍຸ​ 31 ພັນ​ສາ ເປັນ​ກະສັດ​ທີ່​ໜຸ່ມນ້ອຍ​ທີ່​ສຸດໃນໂລກ ພ້ອມ
ດ້ວຍພະລາຊີນີ Jetsun ອາຍຸ 21 ພັນ​ສາ ແມ່ນໄດ້ເປັນທີ່ສົນໃຈຂອງປະຊາຊົນໃນທົ່ວ
ໂລກ ​ທີ່ໄດ້ພາກັນເບິ່ງພິທີອະພິ​ເສກ​ສົມ​ລົດ​ ທີ່​ແຕ່ງ​ຊົງ​ດ້ວຍເຄື່ອງນຸ່ງປະ​ຈໍ​າຊາດ ທີ່​ມີ​ສີ
ສວຍ​ງາມ​ສົດ​ໃສ​ໃນ​ອາທິດ​ທີ່​ແລ້ວ​ນີ້.

XS
SM
MD
LG