ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ເລີ້ມ ໂຄງການສັກຢາວັກຊີນ ໃຫ້ພວກພະນັກງານ ຢູ່ສະຖານທີ່ເຮັດວຽກ ຫຼາຍພັນແຫ່ງ


ພະນັກງານຂອງບໍລິສັດ Suntory ທີ່ຜະລິດເຄື່ອງດື່ມ ໄດ້ຂຶ້ນທະບຽນ ເພື່ອຮັບການສັກຢາວັກ Moderna ກັນ COVID-19 ຢູ່ທີ່ຕຶກຂອງສຳນັກງານ ໃນຂະນະທີ່ ບໍລິສັດເລີ້ມ ສັກຢາວັກຊີນ ໃຫ້ພະນັກງານຢູ່ບ່ອນເຮັດວຽກ ໃນວັນຈັນ ທີ 21 ມິຖຸນາ 2021, ໃນນະຄອນຫຼວງໂຕກຽວ.
ພະນັກງານຂອງບໍລິສັດ Suntory ທີ່ຜະລິດເຄື່ອງດື່ມ ໄດ້ຂຶ້ນທະບຽນ ເພື່ອຮັບການສັກຢາວັກ Moderna ກັນ COVID-19 ຢູ່ທີ່ຕຶກຂອງສຳນັກງານ ໃນຂະນະທີ່ ບໍລິສັດເລີ້ມ ສັກຢາວັກຊີນ ໃຫ້ພະນັກງານຢູ່ບ່ອນເຮັດວຽກ ໃນວັນຈັນ ທີ 21 ມິຖຸນາ 2021, ໃນນະຄອນຫຼວງໂຕກຽວ.

ບໍລິສັດຂອງຍີ່ປຸ່ນຫຼາຍພັນແຫ່ງໄດ້ເລີ້ມນຳໃຊ້ໂຄງການສັກຢາວັກຊີນໃນບ່ອນເຮັດວຽກຂອງພວກເຂົາເຈົ້າ ໃນວັນຈັນວານນີ້ ໂດຍໄດ້ທໍາການສັກຢາວັກຊີນໃຫ້ແກ່ພວກຄົນງານຂອງບໍລິສັດແລະຄອບຄົວຂອງພວກເຂົານຳດ້ວຍ.

ບາງບໍລິສັດ ໄດ້ຕ້ອງຕິຕໍ່ສິ່ງທີ່ພວກເຂົາເຈົ້າ ກ່າວວ່າ ຄວາມຫລ້າຊ້າຂອງລັດຖະບານຍີ່ປຸ່ນ ໃນການລົນນະລົງໃຫ້ສັກຢາວັກຊີນກັນໂຄວິດ-19.

ບໍລິສັດໂຕໂຍຕາ ແລະ ສັນທໍຣີ ແມ່ນລວມຢູ່ໃນບັນດາບໍລິສັດ ທີ່ເຂົ້າຮ່ວມໃນໂຄງການດັ່ງກ່າວ ທີ່ລັດຖະບານສະໜອງຢາວັກຊີນໃຫ້.

ຄາດກັນວ່າ ປະຊາຊົນຫຼາຍພັນຄົນ ຈະໄດ້ຮັບການສັກຢາວັກຊີນ ໂດຍຜ່ານໂຄງການລິເລີ້ມນັ້ນ ຊຶ່ງເລີ້ມຕົ້ນຂຶ້ນພຽງບໍ່ເທົ່າໃດອາທິດກ່ອນໜ້າການເປີດການແຂ່ງຂັນກິລາໂອລິມປິກໃນນະຄອນຫຼວງໂຕກຽວ ຫຼື Tokyo Olympics.

ບັນດາຜູ້ຈັດການແຂ່ງຂັນກິລາໂອລິມປິກ ໄດ້ປະກາດໃນວັນຈັນວານນີ້ ວ່າ ພວກເຂົາເຈົ້າຈະອະນຸຍາດໃຫ້ມີຜູ້ຊົມເຂົ້າຊົມການແຂ່ງຂັນໂອລິມປິກຕ່າງໆ ໄດ້ໃນຈຳນວນຈຳກັດ ໂດຍຕັ້ງຈຳນວນຜູ້ຊົມຢູ່ທີ່ 10,000 ຄົນ ຫຼື 50 ເປີເຊັນຂອງຄວາມສາມາດໃນການບັນຈຸຂອງສະຖານທີ່ແຂ່ງຂັນ. ການຕັດສິນໃຈນີ້ ໄດ້ອອກມາບໍ່ເທົ່າໃດວັນ ຫຼັງຈາກທີ່ບັນດານັກຊ່ຽວຊານດ້ານການແພດ ໄດ້ກ່າວຕໍ່ລັດຖະບານວ່າ ການຫ້າມບໍ່ໃຫ້ມີຜູ້ຊົມທັງໝົດນັ້ນ ແມ່ນ “ມີຄວາມສຽງໜ້ອຍທີ່ສຸດ” ອັນເປັນທາງເລືອກສຳລັບການຈັດການແຂ່ງຂັນ ທ້າມກາງການຕິດເຊື້ອພະຍາດໂຄວິດ-19 ທີ່ເພີ້ມຂຶ້ນຢູ່ໃນນະຄອນຫຼວງຂອງຍີ່ປຸ່ນ ແລະໃນທົ່ວປະເທດ.

ສ່ວນໃນອິນເດຍນັ້ນ ລັດຖະບານ ໄດ້ປະກາດວ່າ ຕົນໄດ້ໃຫ້ມີການສັກຢາວັກຊີນກັນໄວຣັສໂຄໂຣນາ 7 ລ້ານ 5 ແສນໂດສ ໃນວັນຈັນວານນີ້ ແລະເປັນການສັກຢາວັກຊີນທີ່ຫຼາຍເປັນປະຫວັດການພາຍໃນມື້ດຽວ. ປະເທດດັ່ງກ່າວຍັງໄດ້ພົບເຫັນ ຈຳນວນກໍລິນີຕິດພະຍາດໂຄວິດ-19 ລາຍໃໝ່ປະຈຳວັນທີ່ຕ່ຳທີ່ສຸດ ໃນປະມານສາມເດືອນທີ່ຜ່ານມານີ້ ໂດຍມີຈຳນວນຕິດເຊື້ອໃໝ່ 53,256 ຄົນ.

ອິນເດຍ ກຳລັງພະຍາຍາມຈະສັກຢາວັກຊີນ ແກ່ພວກຜູ້ໃຫຍ່ໃຫ້ໄດ້ 950 ລ້ານຄົນພາຍໃນເດືອນທັນວາ ພາຍໃຕ້ແຜນການສັກຢາວັກຊີນ ທີ່ໄດ້ປະກາດອອກມາໂດຍນາຍົກລັດຖະມົນຕີ ນາເຣນດຣາ ໂມດີ ເມື່ອຕົ້ນເດືອນນີ້. ພາຍໃຕ້ແຜນການນີ້ ລັດຖະບານ ກຳລັງຊື້ຢາວັກຊີນ ຈຳນວນ 75 ເປີເຊັນຂອງຢາວັກຊີນທີ່ຜະລິດອອກມາເພື່ອນຳໃຊ້ຢູ່ໃນປະເທດ ແລະມອບຢາວັກຊີນເຫລົ່ານີ້ໃຫ້ແກ່ລັດຕ່າງໆ ຟຣີ ໂດຍບໍ່ເສຍຄ່າໃຊ້ຈ່າຍ.

ອົງການອະນາໄມໂລກ ຫຼື WHO ໄດ້ກ່າວໃນວັນຈັນວານນີ້ ວ່າ ຕົນກຳລັງເຮັດວຽກເພື່ອຈັດຕັ້ງສູນກາງເທັກໂນໂລຈີໃໝ່ສຳລັບຢາວັກຊີນກັນໄວຣັສໂຄໂຣນາ ຢູ່ໃນປະເທດອາຟຣິກາໃຕ້ ໃນຄວາມພະຍາຍາມທີ່ຈະເພີ້ມປະລິມານການສະໜອງຢາວັກຊີນໄປສູ່ທະວີບນີ້.

ປະທານາທິບໍດີຂອງອາຟຣິກາໃຕ້ ທ່ານຊີຣີລ ຣາມາໂຟສາ ໄດ້ກ່າວ ໃນລະຫວ່າງກອງປະຊຸມຖະແຫລງຂ່າວທາງອອນໄລນ໌ ຂອງ WHO ຢູ່ທີ່ນະຄອນເຈນີວາ ວ່າ ມັນສຳຄັນຫຼາຍສຳລັບທະວີບອາຟຣິກາ ທີ່ຈະສາມາດຜະລິດຢາວັກຊີນດ້ວຍຕົນເອງໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG