ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຍີ່ປຸ່ນ ເລີ້ມຕົ້ນການສັກຢາວັກຊີນ ກັນໂຄວິດ-19 ໃຫ້ແກ່ບັນດາພະນັກງານສາທາລະນະສຸກ


ພະນັກງານແພດຄົນນຶ່ງຂອງຍີ່ປຸ່ນ ໄດ້ຮັບຢາວັກຊີນກັນພະຍາດໄວຣັສໂຄໂຣນາ (COVID-19) ໂດສທຳອິດ ໃນຂະນະທີ່ປະເທດນີ້ ເລີ້ມໂຄງການສັກຢາ ກັນໄວຣັສໂຄໂຣນາ, ຢູ່ໃນນະຄອນຫຼວງໂຕກຽວຂອງຍີ່ປຸ່ນ.
ພະນັກງານແພດຄົນນຶ່ງຂອງຍີ່ປຸ່ນ ໄດ້ຮັບຢາວັກຊີນກັນພະຍາດໄວຣັສໂຄໂຣນາ (COVID-19) ໂດສທຳອິດ ໃນຂະນະທີ່ປະເທດນີ້ ເລີ້ມໂຄງການສັກຢາ ກັນໄວຣັສໂຄໂຣນາ, ຢູ່ໃນນະຄອນຫຼວງໂຕກຽວຂອງຍີ່ປຸ່ນ.

ຍີ່ປຸ່ນ ໄດ້ເລີ້ນຕົ້ນໂຄງການສັກຢາວັກຊີນປ້ອງກັນໄວຣັສໂຄໂຣນາຂອງຕົນ ທີ່ລໍຖ້າມາຍາວນານ ໃນວັນພຸດມື້ນີ້.

ການສັກເຂັມທຳອິດເລີ້ມຂຶ້ນຢູ່ທີ່ໂຮງໝໍແຫ່ງນຶ່ງໃນນະຄອນຫຼວງໂຕກຽວ ບໍ່ພໍເທົ່າໃດຊົ່ວໂມງຫຼັງຈາກທີ່ໂຮງໝໍດັ່ງກ່າວໄດ້ຮັບຢາວັກຊີນຂອງຟາຍເຊີ-ໄບໂອເອັນເທັກ. ໃນຂະນະທີ່ບັນດາທ່ານໝໍແລະພະຍາບານໃນທົ່ວປະເທດຫຼາຍເຖິງ 40,000 ຄົນ ຈະໄດ້ຮັບການສັກຢາວັກຊີນໂດສທໍາອິດ ໂດຍໃນທີສຸດເປົ້າໝາຍຂອງການສັກຢາວັກຊີນ ແກ່ພວກພະນັກງານການແພດໃຫ້ໄດ້ ລວມທັງໝົດ 3 ລ້ານ 7 ແສນຄົນ ພາຍໃນເດືອນມີນານີ້ ຕິດຕາມດ້ວຍພົນລະເມືອງທີ່ມີອາຍຸ 65 ຂຶ້ນໄປ ໃຫ້ໄດ້ປະມານ 36 ລ້ານຄົນ.

ໂຄງການສັກຢາວັກຊີນຂອງຍີ່ປຸ່ນ ເລີ້ມຂຶ້ນຢ່າງຊັກຊ້າ ໂດຍທາງການສາທາ ລະນະສຸກ ພຽງແຕ່ອະນຸມັດ ໃຫ້ໃຊ້ຢາວັກຊີນ 2 ໂດສຂອງຟາຍເຊີ-ໄບໂອເອັນເທັກ ຢ່າງເປັນທາງການໃນວັນອາທິດຜ່ານມາ. ບັນດາເຈົ້າໜ້າທີ່ ໄດ້ຂໍໃຫ້ບໍລິສັດຟາຍເຊີ ດຳເນີນການທົດລອງກ່ຽວກັບຢາວັກຊີນຕໍ່ໄປອີກ ນອກເໜືອຈາກການທົດລອງກ່ອນໜ້ານີ້ທີ່ໄດ້ດຳເນີນການໄປແລ້ວ ຢູ່ໃນຫຼາຍໆປະເທດ. ທ່ານທາໂຣ ໂຄໂນ ລັດຖະມົນຕີຮັບຜິດຊອບຢາວັກຊີນຂອງປະເທດ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນອັງຄານວານນີ້ ວ່າ ການທົດລອງຕື່ມອີກໄດ້ດຳເນີນການໄປແລ້ວ ເພື່ອຮັບປະກັນວ່າມັນປອດໄພສຳລັບປະຊາຊົນຂອງຍີ່ປຸ່ນ.

ການສັກຢາວັກຊີນບໍ່ແມ່ນການບັງຄັບຢູ່ໃນຍີ່ປຸ່ນ ແລະໃນຂະນະດຽວກັນ ທ່ານໂຄໂນ ໄດ້ກ່າວບອກຢ່າງໝັ້ນໃຈວ່າ ທ່ານອາດໄປເຖິງພວກພະນັກງານຢູ່ແຖວໜ້າ ແລະປະຊາຊົນຜູ້ສູງອາຍຸ ທ່ານໄດ້ຍອມຮັບວ່າ ທ່ານຕ້ອງໄດ້ວາງແຜນຢ່າງສຳເລັດຜົນ ເພື່ອໃຫ້ໄປເຖິງພວກຄົນທີ່ໜຸ່ມນ້ອຍແລະຊຸກຍູ້ໃຫ້ພວກເຂົາໄປສັກຢາວັກຊີນ.

ພ້ອມກັນກັບບໍລິສັດຟາຍເຊີ-ໄບໂອເອັນເທັກ ຍີ່ປຸ່ນຍັງໄດ້ລົງນາມໃນຂໍ້ຕົກລົງເພື່ອຊື້ຢາວັກຊີນຈາກບໍລິສັດອາສຕຣາຊີເນກາ ແລະໂມເດີຣນາ ຫຼາຍລ້ານໂດສ ພຽງພໍສຳລັບໃນນຳນວນທັງໝົດ 157 ລ້ານຄົນ. ປະເທດດັ່ງກ່າວແມ່ນຫວັງວ່າ ຈະໄດ້ສັກຢາວັກຊີນພຽງພໍແກ່ປະຊາຊົນໃນເວລາສຳລັບການແຂ່ງຂັນກິລາໂອລິມປິກລະດູຮ້ອນຢູ່ໂຕກ່ຽວ ທີ່ໄດ້ຖືກເລື່ອນອອກໄປນັ້ນ ຊຶ່ງໄດ້ຖືກກຳນົດທີ່ຈະເລີ້ມຂຶ້ນໃນເດືອນກໍລະກົດປີນີ້. ຍີ່ປຸ່ນເປັນສະມາຊິກ ຂອງກຸ່ມ G7 ທີ່ເປັນປະ ເທດອຸດສາຫະກຳ ຈະເລີ້ມຕົ້ນການສັກຢາວັກຊີນ.

ໃນຂະນະດຽວກັນ ປະມານ 80,000 ໂດສຂອງຢາວັກຊີນກັນໂຄວິດໃໝ່ ທີ່ໄດ້ຜະລິດຂຶ້ນມາໂດຍບໍລິສັດຜະລິດຢາສະຫະລັດ ຈອນສັນແລະຈອນສັນ (Johnson&Johnson) ໄດ້ໄປເຖິງນະຄອນໂຈຮານເນສເບີກ ຂອງອາຟຣິກາໃຕ້ແລ້ວ ໃນຕອນແລງວັນອັງຄານວານນີ້. ລັດຖະບານຂອງປະເທດດັ່ງກ່າວ ຈະເລີ້ມສັກຢາວັກຊີນ ບໍລິສັດຈອນສັນແລະຈອນສັນ ໃຫ້ແກ່ພວກພະນັກງານສາທາລະນະສຸກ ໃນທ້າຍອາທິດນີ້ ອັນເປັນສ່ວນນຶ່ງຂອງການສຶກສາແບບສັງ ເກດການ. ຢາວັກຊີນທັງໝົດ 500,000 ໂດສ ຄາດວ່າ ຈະຖືກນໍາສົ່ງໄປຍັງອາຟຣິກາໃຕ້ ພາຍໃນບໍ່ເທົ່າໃດອາທິດຂ້າງໜ້ານີ້ ພ້ອມດ້ວຍຢາວັກຊີນອີກ 20 ລ້ານໂດສ ຂອງຟາຍເຊີ-ໄບໂອເອັນເທັກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG