ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ລົບລ້າງໜີ້
ສິນຈໍານວນ ຫຼາຍພັນລ້ານໂດລາແກ່ມຽນມາ ພ້ອມກັບສັນຍາ
ວ່າຈະໃຫ້ການຊ່ວຍເຫຼືອ ໃໝ່ແກ່ມຽນມາອີກ. Daniel
Schearf ຜູ້ສື່ຂ່າວວີໂອເອ ລາຍງານມາຈາກ ບາງກອກວ່າ
ບັນດານັກວິເຄາະເວົ້າວ່າ ເຖິງແມ່ນຈີນຈະເປັນຜູ້ລົງທຶນລາຍ
ໃຫຍ່ທີ່ສຸດໃນມຽນມາກໍຕາມ ແຕ່ມຽນມາກໍຍັງຫັນໄປຫາຍີ່ປຸ່ນ
ຫຼາຍຂຶ້ນເລື້ອຍໆໃນ ຖານະເປັນກໍາລັງເສດຖະກິດທີ່ຄອບງໍາ
ປະເທດນຶ່ງ ຊຶ່ງທອງປານມີເລຶ່ອງນີ້ ມາສະເໜີທ່ານ ໃນອັນດັບ
ຕໍ່ໄປ
ໃນລະຫວ່າງການຢ້ຽມຢາມມຽນມາເທື່ອທໍາອິດຂອງນາຍົກລັດ
ຖະມົນຕີຍີ່ປຸ່ນ ໃນຮອບ 36 ປີ ເມື່ອທ້າຍເດືອນພຶດສະພານັ້ນ
ທ່ານ Shinzo Abe ບໍ່ແມ່ນພຽງແຕ່ໄດ້ຍົກເລີກໜີ້ສິນທີ່ມຽນມາຕິດຢູ່ເທົ່ານັ້ນ ແຕ່ຍັງຮັບ
ປາກວ່າຈະໃຫ້ເງິນກູ້ມຢືມກ້ອນໃໝ່ແກ່ ມຽນ ມາ ເພື່ອການພັດທະນານັ້ນນໍາ.
ຍີ່ປຸ່ນໄດ້ລົບລ້າງໜີ້ສິນ ຈໍານວນ 1.740 ລ້ານໂດລາໃຫ້ແກ່ມຽນມາ ແລະ ຍັງໄດ້ຕົກລົງ
ທີ່ຈະໃຫ້ເງິນກູ້ຢືມແກ່ມຽນມາ ຈໍານວນ 500 ລ້ານກວ່າໂດລາຕື່ມອີກ ສໍາລັບໂຄງການ
ສ້າງສາໂຄງລ່າງພື້ນຖານ ແລະໂຄງການຜະລິດ ກະແສໄຟຟ້າ.
ກ່ອນໜ້ານີ້ ຍີ່ປຸ່ນກໍໄດ້ຍົກເລີກໜີ້ສິນ ຈໍານວນຫຼາຍກວ່າ 3.500 ລ້ານໂດລ່າ ທີ່ມຽນມາ ໄດ້ກູ້ຢືມໄປ.
ທ່ານ Sean Turnell ອາຈານສອນວິຊາເສດຖະສາດ ປະຈໍາມະຫາວິທະຍາໄລ
Macquarie ທີ່ນະຄອນ Sydney ປະເທດອອສເຕຣເລຍ ເວົ້າກັບວີໂອເອ ຜ່ານ
skype ວ່າ ການທີ່ຍີ່ປຸ່ນສະຫຼະເງິນກູ້ຢືມດັ່ງກ່າວໃຫ້ແກ່ມຽນມາ ກໍແມ່ນເພື່ອຮັບໃຊ້
ຜົນປະໂຫຍດຂອງຕົນເອງ.
ທ່ານ Turnell ເວົ້າວ່າ: “ມີເງິນຈໍານວນມະຫາສານກ້ອນນຶ່ງ ທີ່ຍີ່ປຸ່ນພ້ອມ ທີ່ຈະ
ທຸ່ມເທ. ແລະມີຫຼາຍໆບໍລິສັດຍີ່ປຸ່ນ ໂດຍສະເພາະບໍລິສັດໃນພາກສ່ວນໂຄງ
ລ່າງພື້ນຖານແລະອື່ນໆ ທີ່ຈະດີໃຈຫຼາຍໂພດ ຖ້າໄດ້ຊະນະການປະມູນຮັບ
ເໝົາເຮັດວຽກງານ ການພັດທະນາໃນມຽນມາ. ຂ້າພະເຈົ້າຄິດວ່າ ນັ້ນຄືປະ
ການທີ່ນຶ່ງ. ປະການທີສອງ ແນ່ນອນວ່າ ມັນມີຮູບການໃນທາງພູມິສາດການ
ເມືອງ. ຍີ່ປຸ່ນກໍຄືກັບຫຼາຍປະເທດ ທີ່ເປັນຫ່ວງກ່ຽວກັບຂອບເຂດ ທີ່ມຽນມາ
ໄດ້ເອົາຕົວເຂົ້າຢູ່ໃຕ້ຮົ່ມເງົາຂອງຈີນເພີ່ມຂຶ້ນໄປນັບມື້ນັ້ນ ແລະແນ່ນອນ ພວກ
ເຮົາກໍຮູ້ວ່າ ມັນມີເລື່ອງລາວທີ່ໃຫຍ່ກວ່ານັ້ນ ລະຫວ່າງຈີນກັບຍີ່ປຸ່ນຢູ່ໃນຂົງ
ເຂດ. ສະນັ້ນ ຂ້າພະເຈົ້າຄິດວ່າ ພວກເຮົາຕ້ອງໄດ້ເອົາເລື່ອງນີ້ ເຂົ້າມາກ່ຽວ
ຂ້ອງນໍາ.”
ສ່ວນນຶ່ງຂອງເງິນກູ້ຢືມຊຸດໃໝ່ດັ່ງກ່າວ ແມ່ນຈະນໍາເອົາໃຊ້ຈ່າຍໃນການພັດທະນາກະ ແສໄຟຟ້າ ຢູ່ໃນເຂດເສດຖະກິດພິເສດທິລະວາ ທີ່ທ່າເຮືອແຫ່ງນຶ່ງໃກ້ນະຄອນຢ່າງກຸ້ງ.
ເຂດເສດຖະກິດພິເສດ ຫຼື SEZ ກໍຄື Special Economic Zone ແຫ່ງນັ້ນ ແມ່ນເປັນ
ໂຄງການລົງທຶນໃຫຍທີ່ສຸດຂອງຍີ່ປຸ່ນ ແລະເປັນໂຄງການນຶ່ງ ທີ່ບັນດານັກເສດຖະສາດ
ເວົ້າວ່າ ເບິ່ງຊົງວ່າຈະມີຜົນກະທົບອັນໃຫຍ່ຫຼວງ ຍ້ອນວ່າມັນຕັ້ງຢູ່ໃກ້ເມືອງໃຫຍ່ທີ່ສຸດ
ຂອງມຽນມາ ກໍຄືຢ່າງກຸ້ງນັ້ນ.
ເຖິງແມ່ນຈະມີແຜນການພັດທະນາເຂດເສດຖະກິດພິເສດດັ່ງກ່າວກໍຕາມ ແຕ່ການລົງ
ທຶນ ທີ່ມີມູນຄ່າບໍ່ເທົ່າໃດຮ້ອຍລ້ານໂດລາຂອງຍີ່ປຸ່ນນັ້ນ ກໍແມ່ນຍັງຕໍ່າຢູ່ຫລາຍ ກວ່າ ການລົງທຶນຂອງຈີນ ທີ່ມີມູນຄ່າທັງໝົດ 14 ພັນກ່ວາ ລ້ານໂດລານັ້ນ.
ຄືກັນກັບຈີນ ຍີ່ປຸ່ນບໍ່ໄດ້ປະກອບສ່ວນໃນການລົງໂທດຂອງຝ່າຍຕາເວັນ ຕົກຕໍ່ອະດີດ
ລັດຖະບານທະຫານຂອງມຽນມາ ແຕ່ຍີ່ປຸ່ນກໍໄດ້ຕັດຈໍານວນ ເງິນທີ່ໃຫ້ມຽນມາກູ້ຢືມ
ສໍາລັບການພັດທະນານັ້ນລົງຢ່າງຫຼວງຫຼາຍ ທັງຍັງຕັດການລົງທຶນລາຍໃຫຍ່ໆລົງນໍາ.
ໃນຂະນະນີ້ ຈີນໄດ້ທຸ່ມລົງທຶນຢ່າງໜັກໃສ່ເຂື່ອນໄຟຟ້າພະລັງນໍ້າ ໂຄງການຂຸດຄົ້ນແຮ່
ທາດ ແລະໂຄງການສ້າງທໍ່ສົ່ງນໍ້າມັນແລະແກັສທໍາມະຊາດທີ່ເນັ່ງຈາກພາກຕາເວັນຕົກ
ຂອງມຽນມາໄປຍັງຊາຍແດນຈີນ.
ແຕ່ວ່າບໍ່ຄືກັນກັບຍີ່ປຸ່ນ ການລົງທຶນຂອງຈີນ ໂດຍສ່ວນໃຫຍ່ແລ້ວ ແມ່ນເປັນການລົງ
ທຶນແບບຄຸມເຄືອບໍ່ໂປ່ງໃສ ກັບອະດີດລັດຖະບານທະຫານ ມຽນມາ.
ຫຼາຍໆໂຄງການແມ່ນເກີດມີຂໍ້ຂັດແຍ້ງກັນຢ່າງໃຫຍ່ ຍ້ອນຜົນເສຍຫາຍທີ່ມີຕໍ່ສະພາບ ແວດລ້ອມແລະສັງຄົມ ຊຶ່ງໄດ້ຍັງຜົນໃຫ້ເກີດມີການປະທ້ວງ ແລະການຕໍ່ຕ້ານຈີນຫຼາຍໆ
ບັ້ນ.
ອາຈານ Turnell ເວົ້າວ່າ ຍ້ອນວິທີການລົງທຶນຂອງຍີ່ປຸ່ນນັ້ນ ຜົນກະທົບຂອງຍີ່ປຸ່ນ
ຈຶ່ງກໍາລັງບົດບັງຜົນກະທົບຂອງຈີນ.
ທ່ານ Turnell ເວົ້າວ່າ: “ດ້ານນີ້ກໍຄືກັນ ການລົງທຶນຂອງຈີນສ່ວນໃຫຍ່ ແມ່ນໂຄງ
ການພະລັງງານແລະຊັບພະຍາກອນ ມັນເປັນການລົງທຶນທີ່ ໂດຍສ່ວນໃຫຍ່
ແມ່ນເພື່ອຂົນເອົາຊັບພະຍາກອນ ແລະພະລັງງານອອກຈາກມຽນມາ ເຂົ້າໄປ
ໃນຈີນນັ້ນຫຼາຍກວ່າ ໂດຍທີ່ຈີນເປັນຝ່າຍບໍລິໂພກຫຼັກ. ແຕ່ຖ້າຫາກວ່າ ພວກ
ເຮົາສຶກສາເບິ່ງໃນສິ່ງທີ່ຍີ່ປຸ່ນເຮັດນັ້ນ ໂດຍພື້ນຖານແລ້ວ ມັນແມ່ນໂຄງການ
ທີ່ຈະສົ່ງຜົນກະທົບອັນໃຫຍ່ຫຼວງ ຢູ່ພາຍໃນມຽນມາ. ມັນບໍ່ແມ່ນພຽງແຕ່ກ່ຽວ
ກັບການຂົນເອົາຊັບພະຍາກອນຕ່າງໆ ອອກໄປເທົ່ານັ້ນ ແທ້ໆແລ້ວ ມັນແມ່ນ
ການປຸກສ້າງໂຄງລ່າງພື້ນຖານ ແລະສະຖາບັນຕ່າງໆໄວ້ໃນມຽນມາເອງ.
ແຕ່ແນ່ນອນ ໃນທໍານອງດຽວກັນ ຍີ່ປຸ່ນກໍພົວພັນຢ່າງໜັກ ໃນບາງດ້ານຂອງ
ການປະຕິຮູບເຊ່ນກັນ.”
ທ່ານນາງ ຢິ່ງລັກ ຊິນນະວັດ ນາຍົດລັດຖະມົນຕີໄທ ໄດ້ໄປຢ້ຽມຢາມຍີ່ປຸ່ນ ເມື່ອສອງ ອາທິດຜ່ານມາ ກ່ອນໜ້າທ່ານອາເບະອອກເດີນທາງໄປຢ້ຽມຢາມ ມຽນມາ ແລະທ່ານນາງໄດ້ຊຸກຍູ້ຍີ່ປຸ່ນ ໃຫ້ຊ່ວຍລົງທຶນໃສ່ໃນໂຄງການກໍ່ ສ້າງເຂດອຸດສາຫະກໍາ Dawei
ຂອງຕົນ ໃນມຽນມານັ້ນນໍາ.
ໂຄງການທ່າເຮືອນໍ້າເລິກແລະເຂດອຸດສາຫະກໍາ Dawei
ມູນຄ່າ 8.500 ລ້ານໂດລານີ້ ແມ່ນຈະສ້າງຂຶ້ນຢູ່ເລາະຕາມ
ບໍລິເວນຊາຍແດນຕິດກັບໄທ ແຕ່ໂຄງການດັ່ງກ່າວນີ້ ໄດ້
ດິ້ນຮົນຊອກຫາງົບປະມານຢູ່ທຸກວິທີທາງ.
ເວລາໂຄງການດັ່ງກ່າວນີ້ສ້າງສໍາເລັດ ກໍຈະເປັນເຂດ
ອຸດສາຫະກໍາທີ່ໃຫຍ່ທີ່ສຸດໃນຂົງເຂດເອເຊຍຕາເວັນ
ອອກສຽງໃຕ້ ແລະຈະຫຍໍ້ເວລາການຂົນສົ່ງສິນຄ້າລົງ
ໄປຫຼາຍ ແລະພ້ອມກັບປຸບປຸງຄວາມປອດໄພຂອງ
ການຂົນສົ່ງນໍາ ອີກ.
ແຕ່ບັນດານັກວິເຄາະເວົ້າວ່າ ຍີ່ປຸ່ນໄດ້ເຂົ້າໄປພົວພັນນໍາໂຄງການຍັກໃຫຍ່ນີ້ ດ້ວຍ
ຄວາມລະມັດລະວັງ ຍ້ອນວ່າຕ້ອງໄດ້ໃຊ້ງົບປະມານຈໍານວນມະຫາ ສານ ແລະພ້ອມ
ດຽວກັນ ຜົນປະໂຫຍດຈາກໂຄງການນີ້ ສ່ວນໃຫຍ່ ກໍແມ່ນຈະຕົກເປັນຂອງປະເທດໄທ.
Thin Aung ຜູ້ອໍານວຍການໃຫຍ່ຂອງໂຄງການ Dawei ຂອງບໍລິສັດ ການພັດທະນາ Italian-Thai ທີ່ຮັບຜິດຊອບການກໍ່ສ້າງໂຄງການນີ້ ເວົ້າ ຜ່ານ Skype ວ່າ ເຖິງແມ່ນ
ໄດ້ມີການສໍາຫຼວດພື້ນທີ່ສໍາລັບໂຄງການນີ້ໄປ ແລ້ວກໍຕາມ ແຕ່ວຽກງານກໍ່ສ້າງທີ່ໄດ້
ລົງມືເຮັດແລ້ວ ມາຮອດປັດຈຸບັນນີ້ ກໍມີແຕ່ພຽງການສ້າງຖະໜົນສາຍນຶ່ງ ລະຫວ່າງໄທ
ກັບມຽນມາເທົ່ານັ້ນ.
ທ່ານອ່ອງ ເວົ້າວ່າ: “ເວລາຖະໜົນສາຍນີ້ສ້າງສໍາເລັດແລ້ວ ພວກເຮົາກໍຈະມີ
ຖະໜົນທີ່ດີກວ່າ ທີ່ເຊື່ອມຕໍ່ໄທກັບມຽນມາ ແລະຫຼັງຈາກນັ້ນ ພວກເຮົາ ກໍຈະ
ເລັ່ງ ກໍ່ສ້າງທ່າເຮືອ. ແລະໃນລະຫວ່າງນັ້ນ ບັນດາບໍລິສັດອຸດສາຫະກໍານ້ອຍໆ
ທັງຫຼາຍ ກໍອາດສາມາດກໍ່ຕັ້ງກັນຂຶ້ນມາໄດ້ ຢູ່ໃນເຂດຊາຍແດນ ຫຼືຕາມຖະໜົນ
ເສ້ນນັ້ນ.”
ທ່ານ ທິນ ອ່ອງ ເວົ້າອີກວ່າ ເຖິງແມ່ນວ່າ ຖະໜົນສາຍດັ່ງກ່າວຈະສ້າງບໍ່ແລ້ວຈົນກວ່າ
ປີ 2015 ກໍຕາມ ພວກເຂົາເຈົ້າກໍຄາດວ່າ ຈະມີອຸດສາຫະກໍານ້ອຍໆຈໍານວນນຶ່ງພາກັນ
ເລີ່ມສ້າງໂຮງງານຂຶ້ນ ໃນໄລຍະຫຼາຍໆ ເດືອນຕໍ່ໜ້ານີ້.
ໃນລະຫວ່າງນີ້ ບໍລິສັດ Ital-Thai ຫຼື Italian-Thai ກໍກໍາລັງສໍາຫຼວດ ເບິ່ງຄວາມເປັນ
ໄປໄດ້ໃນການດຶງເອົາປະເທດອື່ນໆ ນອກເໜືອຈາກຍີ່ປຸ່ນ ມາລົງທຶນຢູ່ໃນໂຄງການ Dawei ນັ້ນ.
ທ່ານ ທິນ ອ່ອງ ເວົ້າວ່າ ພວກເຂົາເຈົ້າມີແຜນການຈະສົນທະນາເລື້ອງການເປີດໂຄງ ການນີ້ ໃຫ້ແກ່ບໍລິສັດຕ່າງປະເທດອື່ນໆ ໂຮມທັງບໍລິສັດ ຈາກສະຫະລັດ ຈີນ ສະຫະ ພາບຢູໂຣບ ແລະຣັດເຊຍ ໃນລະຫວ່າງ ກອງປະຊຸມໃນເດືອນມິຖຸນານີ້ ທີ່ບາງກອກ.